ສະພາການຄ້າ ຍົກລະດັບຜູ້ປະກອບການລາວ ນໍາສິນຄ້າອອກຕະຫຼາດສາກົນ

61

ບັນດາປະເທດອ້ອມຂ້າງຂອງລາວລ້ວນແຕ່ມີທ່າແຮງ ແລະ ກໍາລັງຊື້ສິນຄ້າທີ່ຍັງສົດ ແລະ ສະອາດຂອງລາວຢ່າງມະຫາສານ ໂດຍສະເພາະແມ່ນ ສປ ຈີນ. ສະນັ້ນ, ເພື່ອເປີດໂອກາດໃຫ້ຜູ້ປະກອບການລາວໄດ້ເຂົ້າເຖິງຕະຫຼາດສາກົນ ສຄອຊ ຈຶ່ງຈັດສໍາມະນາດັ່ງກ່່າວຂຶ້ນ.

ກອງປະຊຸມສໍາມະນາ ການກຽມ ຄວາມພ້ອມເຂົ້າຮ່ວມງານວາງສະແດງສິນຄ້າຢູ່ຕ່າງປະເທດ ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ຈັດຂຶ້ນໃນວັນທີ 25 ກໍລະກົດ 2019 ທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ກ່າວວ່າ: ຂະແໜງວິສາຫະກິດຂະໜາດນ້ອຍ ແລະ ກາງ ( ເອັສເອັມອີ ) ປະກອບສ່ວນ 16% ເຂົ້າໃນລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) ຂອງປະເທດ ແລະ ຂະແໜງ ເອັສເອັມອີ ກໍໄດ້ກວມເອົາສ່ວນໃຫຍ່ຂອງກິດຈະກໍາດ້ານເສດຖະກິດ ແລະ ການສ້າງວຽກເຮັດງານທໍາໃຫ້ກັບຄົນໃນສັງຄົມ ປະມານ 82% ຂອງວິສາຫະກິດເຫຼົ່ານີ້ແມ່ນມີຂະໜາດນ້ອຍ ເຊິ່ງສ່ວນໃຫຍ່ແມ່ນຈຸນລະວິສາຫະກິດ ເຊິ່ງມີພະນັກງານໜ້ອຍກວ່າ 5 ຄົນ.

ປັດຈຸບັນ, ການຄ້າການລົງທຶນຂອງຜູ້ປະກອບກິດຈະການໄດ້ຮັບການປັບປຸງໄປໃນທາງທີ່ຖືກຕ້ອງເໝາະສົມ ຜະລິດຕະພັນຂອງ ສປປ ລາວ ມີຫຼາກຫຼາຍປະເພດ. ຢ່າງໃດກໍຕາມ, ການຂະຫຍາຍຜະລິດຕະພັນຂອງລາວໄປສູ່ຕະຫຼາດຕ່າງປະເທດ ບໍ່ພຽງແຕ່ນໍາເອົາໂອກາດທາງການຄ້າ – ການລົງທຶນ ແລະ ການພັດທະນາຍົກລະດັບກາໝາຍສິນຄ້າຂອງຜະລິດຕະພັນເທົ່ານັ້ນ ຜູ້ປະກອບກິດຈະການຍັງຈໍາເປັນຕ້ອງກະກຽມສຶກສາຂໍ້ກໍານົດຕ່າງໆ ເຊັ່ນ: ການກີດກັນທາງການຄ້າ ແລະ ລະບຽບການຕ່າງໆ ໃນຕ່າງປະເທດທີ່ມີຜູ້ປະກອບກິດຈະການຂອງ ສປປ ລາວ ຫຼາຍຄົນຍັງໄດ້ຮັບຜົນກະທົບ ເຖິງແມ່ນວ່າເຂົາເຈົ້າໄດ້ສຶກສາຕະຫຼາດ ແລະ ຂໍ້ກໍານົດ – ກົດລະບຽບຕ່າງໆທີ່ກ່ຽວຂ້ອງກ່ອນທີ່ຈະເຮັດທຸລະກິດຂອງຕົນກໍຕາມ.

ທ່ານ ຈະເລີນ ສຸນີຈັນ ຮອງຫົວໜ້າພະແນກສົ່ງເສີມການຕະຫຼາດ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການນໍາສິນຄ້າໄປວາງສະແດງຢູ່ຕ່າງປະເທດມີຄວາມສໍາຄັນຕໍ່ຜູ້ປະກອບການລາວ ເຊິ່ງຈະເປັນການຂະຫຍາຍຕາໜ່າງການຄ້າ, ສົ່ງເສີມການສົ່ງອອກຂອງສິນຄ້າລາວ. ຂະນະດຽວກັນຜູ້ປະກອບການລາວຕ້ອງມີ ຄວາມຮັບຮູ້ ແລະ ເຂົ້າໃນຕໍ່ລະບຽບການຂາຍສິນຄ້າຢູ່ຕ່າງປະເທດ ໂດຍສະເພາະຕະຫຼາດຈີນ ຕ້ອງການ: ຊາ, ເຄື່ອງຫັດຖະກໍາ, ກາເຟ, ພືດກະສິກໍາ; ໄທ ຕ້ອງການ: ກາເຟ, ຫັດຖະກໍາໄມ້ເນື້ອແຂງ, ຜ້າຝ້າຍ; ຍີ່ປຸ່ນ ຕ້ອງການຫັດຖະກໍາທໍາມະຊາດທີ່ບໍ່ໃຊ້ເຄມີ ແລະ ເຄື່ອງທີ່ລະນຶກຂະໜາດນ້ອຍ. ພ້ອມດຽວກັນນັ້ນ, ຍັງຮຽກຮ້ອງໃຫ້ຜູ້ປະກອບການທີ່ນໍາເຄື່ອງເຂົ້າວາງໃນຮ້ານຂອງຕົນເອງ ຕ້ອງໄດ້ຄໍານຶງເຖິງ ຄວາມສວຍງາມ, ເປັນລະບຽບ ເຮົາຢາກສະແດງຜະລິດຕະພັນຫຍັງທີ່ມັນເດັ່ນ ບໍ່ແມ່ນວ່າມີຫຍັງກໍຈັດເຂົ້າໃນຮ້ານຂອງຕົນເອງ ແລະ ບັນຫາອື່ນໆ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ໄດ້ກ່າວວ່າ: ຈາກປະສົບການສົ່ງອອກຜະລິດຕະພັນໄມ້ໄປຫຼາຍກວ່າ 20 ປະເທດ ໃຫ້ຮູ້ວ່າ: ກ່ອນທີ່ຜູ້ປະກອບການລາວຈະສົ່ງອອກ ຫຼື ນໍາສິນຄ້າໄປວາງສະແດງຕ້ອງໄດ້ສຶກສາຂໍ້ມູນຂອງຕະຫຼາດນັ້ນກ່ອນ ຈຶ່ງມາພັດທະນາສິນຄ້າຕົນໃຫ້ຖືກຕ້ອງຕາມຕະຫຼາດເປົ້າໝາຍ, ໃນສ່ວນຂອງການໄປວາງສະແດງ ອາດຈະແມ່ນພາກລັດນໍາພາ ຜູ້ປະກອບການລາວຕ້ອງໄດ້ກຽມຄວາມພ້ອມຂອງຕົນຮອບດ້ານ ເປັນຕົ້ນແມ່ນຕົວຢ່າງຂອງຜະລິດຕະພັນ, ໃບປິວ ຫຼື ແຜ່ນພັບ, ເວັບໄຊ, ປະຫວັດຂອງບໍລິສັດ ເພື່ອໃຫ້ລູກຄ້າເຊື່ອໝັ້ນ ໂດຍສະເພາະຄຸນນະພາບຂອງສິນຄ້າ.

[ ຂ່າວ: ພຸດຕີ້; ຮູບ: ວິລະສັກ ]