ສໍາເລັດການກໍ່ສ້າງສູນກັກກັນສັດໃຫຍ່ ເພື່ອສົ່ງອອກໄປຈີນ ແລ້ວ 90%

38

ການຈັດຕັ້ງປະຕິບັດໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດຢູ່ເມືອງສິງ ແຂວງຫຼວງນໍ້າທາ ທີ່ເລີ່ມປະຕິບັດມາແຕ່ປີ 2018 ມາຮອດປັດຈຸບັນສ້າງສູນກັກກັນສັດ ສໍາເລັດແລ້ວ 90%. ໃນນັ້ນ, ສ້າງຟາມງົວຊີ້ນສໍາເລັດ 3 ແຫ່ງ ສາມາດທອມງົວໄດ້ 4 ພັນໂຕ.

ພິທີເຊັນສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂະນາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດທີ່ເມືອງສິງ ແຂວງຫຼວງນໍ້າທາ ມີຂຶ້ນໃນວັນທີ 24 ກໍລະກົດ 2019 ທີ່ກົມລ້ຽງສັດ ແລະ ການປະມົງ ໂດຍຕາງໜ້າຝ່າຍລາວແມ່ນ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຕາງໜ້າຝ່າຍຈີນ ເຊັນໂດຍ ທ່ານ ຫວາງເຊີນລີ ປະທານ ບໍລິສັດ ໂກທົງ ພັດທະນາກິດຈະການລ້ຽງສັດ.

ທ່ານ ນາງ ວິໄລພອນ ວໍລະພິມ ກ່າວວ່າ: ເພື່ອເປັນການຊຸກຍູ້ການສ້າງສະຖານທີ່ກັກກັນສັດ ເພື່ອສົ່ງອອກໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ກໍານົດໝາຍເຕັກນິກຂອງ ສປປ ລາວ ແລະ ຄໍາແນະນໍາຂອງອົງການສຸຂະພາບສັດສາກົນກໍານົດອອກ, ແນໃສ່ປະກອບສ່ວນຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ທີ່ຈະສົ່ງຈາກ ສປປ ລາວ ໄປ ສປ ຈີນ ໃຫ້ເປັນຮູບປະທໍານັ້ນ ທາງກົມລ້ຽງສັດ ແລະ ການປະມົງ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງຮ່ວມກັນກັບ ບໍລິສັດ ລາວໂກທົງ ພັດທະນາກິດຈະການລ້ຽງສັດ ຈໍາກັດ ຂອງ ສປ ຈີນ ຈັດພິທີເຊັນສັນຍາຄັ້ງນີ້ຂຶ້ນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເກີດດອກອອກຜົນ ເຊິ່ງໂຄງການດັ່ງກ່າວແມ່ນສໍາເລັດໄປແລ້ວ 90%.

ໃນພິທີດັ່ງກ່າວທ່ານປະທານ ບໍລິສັດ ລາວ ໂກທົງ ໃຫ້ຮູ້ວ່າ: ປີ 2018 ຜ່ານມາໄດ້ເຊັນສັນຍາລົງທຶນການຈັດຕັ້ງປະຕິບັດໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສູນກັກກັນສັດ ພາຍໃຕ້ມາດຕະການດ້ານສຸຂະນາໄມສັດ ແລະ ສຸຂະນາໄມພືດທີ່ດີ ນໍາພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ. ຈາກນັ້ນ, ບໍລິສັດໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂດຍສ້າງຟາມລ້ຽງງົວຊີ້ນ ແລະ ສູນກັກກັນສັດຂຶ້ນ ເຊິ່ງມາຮອດປັດຈຸບັນໄດ້ສ້າງຟາມງົວຊີ້ນໄລຍະທໍາອິດສໍາເລັດແລ້ວ 3 ແຫ່ງ ສາມາດທອມງົວໄດ້ 4.000 ໂຕ ແລະ ກໍ່ສ້າງສູນກັກກັນສັດສໍາເລັດ 90% ເຊິ່ງໃນຕໍ່ໜ້າທາງບໍລິສັດຈະສຸມຄວາມພະຍາຍາມເພື່ອເຮັດໃຫ້ສໍາເລັດດ້ານວຽກງານດັ່ງກ່າວ ເພື່ອໃຫ້ບັນລຸ ແລະ ສາມາດສົ່ງອອກງົວພັນຊີ້ນໄປຍັງ ສປ ຈີນ ທີ່ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສໍາເລັດຕາມແຜນການ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະດ້ານການບໍລິຫານຄຸ້ມຄອງ, ການຕິດຕາມດ້ານເຕັກນິກທີ່ຕິດພັນກັບວຽກງານກັກກັນສັດ ແລະ ເພື່ອຮັບຮອງເອົາແບບຂອງສູນກັກກັນສັດທີ່ກໍາລັງດໍາເນີນການກໍ່ສ້າງຢູ່.

[ ຂ່າວ: ເອຢິບ; ຮູບ – ຂໍ້ມູນ: ນາງ ສີອໍາມອນ ]