ເມືອງຂວາເສຍຫາຍກວ່າ 70 ເຮັກຕາຍ້ອນບົ້ງ

47

ມີຫຼາຍແຂວງຢູ່ພາກເໜືອ ຍັງປະສົບກັບບົ້ງຝູງຄຸກຄາມທຳລາຍຜົນລະປູກຂອງຊາວກະສິກອນ ແລະ ຍັງມີທ່າງອ່ຽງເພີ່ມຂຶ້ນ ໂດຍສະເພາະຢູ່ເມືອງຂວາ ແຂວງ ຜົ້ງສາລີ ພົບບົ້ງຝູງລະບາດທຳລາຍເຂົ້າໄຮ່ ແລະ ສາລີເສຍຫາຍແລ້ວກວ່າ 70 ເຮັກຕາ.

 

 

 

ປັດຈຸບັນບົ້ງຝູງສາລີ ທໍາລາຍກັດກິນຜົນຜະລິດເຂົ້າໄຮ່ ແລະ ສາລີ ຂອງປະຊາຊົນຢູ່ 4 ບ້ານຄື: ບ້ານ ອົມຕະລາ, ບ້ານພູວຽງ, ບ້ານກ້ອງວັດ ແລະ ບ້ານດັບກະຈອກ ເມືອງຂວາ ແຂວງຜົ້ງສາລີ ໃນຈຳນວນ 88 ຄອບຄົວ ກວມເອົາ 71 ກວ່າເຮັກຕາຖືກບົ້ງທຳລາຍກ້ຽງ.

 

 

ຕໍ່ກັບເຫດການດັ່ງກ່າວ ທາງການນໍາຂອງເມືອງຂວາ ພ້ອມດ້ວຍຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ກໍ່ໄດ້ລົງສົມທົບກັບ ກຸ່ມ ແລະ ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອກວດກາພື້ນທີ່ໆຖືກທໍາລາຍ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນເກັບແມງບົ້ງດັ່ງກ່າວ ໂດຍເປັນການທໍາລາຍແບບພູມປັນຍາຂອງຊາວບ້ານ ເພື່ອຫຼຸດຜ່ອນການຂະຫຍາຍຕົວຂອງແມງບົ້ງຝູງດັ່ງກ່າວ ເຊິ່ງການລົງເກັບແມງບົ້ງຝູງຄັ້ງນີ້ໄດ້ມີແຮງງານພໍ່ແມ່ປະຊາຊົນຈໍານວນ 172 ແຮງງານ ແລະ ເກັບແມງບົ້ງໄດ້ໃນເນື້ອທີ່ 7,92 ເຮັກຕາ.