ເສດຖະກິດນະຄອນຫຼວງ ຈະຂະຫຍາຍຕົວຕາມເປົ້າໝາຍ

117

ສະພາບເສດຖະກິດໂລກຍັງຫາ ຄວາມແນ່ນອນບໍ່ໄດ້ ເຊິ່ງໄລຍະ 6 ເດືອນຕົ້ນປີ 2019 ຫົດຕົວລົງມາໃນລະດັບ 2,3% ສົ່ງຜົນຕໍ່ເສດຖະກິດຂອງ ສປປ ລາວ ຢ່າງຫຼີກເວັ້ນບໍ່ໄດ້ ນະຄອນຫຼວງວຽງຈັນ ມີການລົງທຶນຫຼາຍໂຄງການໃຫຍ່ຂອງລັດຖະບານບວກກັບການລົງທຶນໃສ່ພື້ນຖານໂຄງລ່າງຕ່າງໆ ຍັງເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຄາດຄະເນວ່າ ການຂະຫຍາຍຕົວຂອງເສດຖະກິດຈະບໍ່ຫຼຸດ 9,5%. ທັງນີ້, ກໍຍັງຕ້ອງໄດ້ເຝົ້າລະວັງເຂດທີ່ມີຄວາມສ່ຽງໄພພິບັດທຳມະຊາດ, ເຂດນ້ຳຖ້ວມ ແລະ ໄພແຫ້ງແລ້ງຢ່າງໃກ້ຊິດທີ່ຍັງວາງໃຈບໍ່ໄດ້.

ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ວ່າ: ຈາກສະພາບເສດຖະກິດໂລກທີ່ຍັງບໍ່ທັນຢຸດນິ້ງຫຼາຍປະເທດໃນໂລກເຝົ້າລະວັງຢ່າງໃກ້ຊິດເພື່ອບໍ່ໃຫ້ເກີດຄວາມຮ້າຍແຮງໄປກວ່ານີ້ ຜົນກະທົບທາງດ້ານການຄ້າລະຫວ່າງ ຈີນ – ສະຫະລັດ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດລາວເຊັ່ນດຽວກັນກັບນະຄອນຫຼວງວຽງຈັນ ທີ່ເປັນເສດຖະກິດຫຼັກຂອງປະເທດ ການພັດທະນາເສດຖະກິດ – ສັງຄົມ 2019 ມີຄວາມເປັນໄປໄດ້ທີ່ຈະສາມາດບັນລຸໄດ້ຕາມແຜນການທີ່ກຳນົດ 9,5% ສະເພາະ 6 ເດືອນຕົ້ນປີສາມາດຂະຫຍາຍຕົວໄດ້ເຖິງ 9,47% ແລ້ວ ການລົງທຶນສ່ວນໃຫຍ່ກວມເອົາການພັດທະນາພື້ນຖານໂຄງລ່າງ, ພະລັງງານ ແລະ ບໍ່ແຮ່, ກະສິກຳ, ການຄ້າ, ການບໍລິການ ແລະ ອື່ນໆ.

ນະຄອນຫຼວງວຽງຈັນ ໄລຍະ 6 ເດືອນຕົ້ນປີ 2019 ເຫັນວ່າການລົງທຶນໃນຂະແໜງຕ່າງໆຍັງສືບຕໍ່ຢ່າງແຂງແຮງຫາກທຽບກັບປະເທດອື່ນ ຕົວເລກການລົງທຶນ 6 ເດືອນຕົ້ນປີບັນລຸເຖິງ 10 ພັນຕື້ກວ່າກີບ ເທົ່າກັບ 69,9% ຂອງແຜນການປີ. ແນວໃດກໍດີ, ເພື່ອເຮັດໃຫ້ຕົວເລກການລົງທຶນສາມາດບັນລຸ 15 ຕື້ກວ່າກີບ ລາຍໄດ້ຕໍ່ຫົວຄົນສະເລ່ຍ 5.692 ໂດລາສະຫະລັດ ນະຄອນຫຼວງຕ້ອງໄດ້ສືບຕໍ່ນະໂຍບາຍສົ່ງເສີມການລົງທຶນຕ່າງໆໃນແຕ່ລະຂະແໜງການ ເປັນຕົ້ນແມ່ນ: ໂຄງການຜະລິດສິນຄ້າປາຍແຫຼມ, ໂຄງການກໍ່ສ້າງທາງດ່ວນ ໄລຍະທີ 1, ສືບຕໍ່ຄົ້ນຄວ້າ ແລະ ພິຈາລະນາໃຫ້ໄວ, ບັນດາໂຄງການຮຽກການລົງທຶນທີ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດສົນໃຈ ແລະ ສະເໜີເຈດຈຳນົງເພື່ອຂໍລົງທຶນແລ້ວ, ດຶງດູດການຊ່ວຍເຫຼືອທາງການເພື່ອການພັດທະນາຈາກອົງການຈັດຕັ້ງສາກົນ ແລະ ບັນດານະຄອນຕ່າງໆ. ທັງນີ້, ບັນດາການລົງທຶນໂຄງການຂອງລັດຖະບານຈະຕ້ອງໃຫ້ມີປະສິດທິຜົນສູງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ທ່ານ ພູຂົງ ບັນນະວົງ ກ່າວຕື່ມວ່າ: ສິ່ງທີ່ຈະຕ້ອງໄດ້ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດໃນໄລຍະນີ້ ກໍຄືເຂດທີ່ມີຄວາມສ່ຽງໄພພິບັດທຳມະຊາດ, ເຂດນ້ຳຖ້ວມ ແລະ ເຂດໄພແຫ້ງແລ້ງ ເນື່ອງຈາກປີຜ່ານມານະຄອນຫຼວງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫຼາຍພໍສົມຄວນຕາມເມືອງຕ່າງໆທີ່ຢູ່ເຂດຕໍ່າ ແຕ່ການລາຍງານຄັ້ງນີ້ທ່ານຍັງບໍ່ໄດ້ກ່າວເຖິງຜົນກະທົບຈາກໄພແຫ້ງແລ້ງຂອງນ້ຳຂອງທີ່ບົກແຫ້ງ ໃນຮອບ 50 ປີ ລວມທັງການກະກຽມຄວາມພ້ອມຕ່າງໆໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອປ້ອງກັນ ຄວາມເສຍຫາຍທີ່ອາດຈະເກີດຂຶ້ນລວມທັງວິທີການຮັບມືຕ່າງໆໃນຕໍ່ໜ້າ.

[ ໂດຍ: ສຸລິນ; ຮູບ: ວິລະສັກ ]