ໂຮງຮຽນປະຖົມຫຼັງໃໝ່ ບ້ານນາໄຫ ໃຊ້ທຶນປຸກສ້າງ 1 ຕື້ກວ່າກີບ

76

ໂຮງຮຽນປະຖົມຫຼັງໃໝ່ ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອຈາກອົງການປົກຄອງແຂວງຢູນນານ ກັບ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານຫຸ້ນສ່ວນ ໂດຍໃຊ້ທຶນທັງໝົດ 1 ຕື້ກວ່າກີບ ໃຊ້ເວລາປຸກສ້າງ 4 ເດືອນກໍສຳເລັດການກໍ່ສ້າງ.

ມາຮອດວັນທີ 25 ກໍລະກົດ 2019 ບໍລິສັດ ຮ່ວມທຶນລາວ – ຈີນ ແລະ ວິສາຫະກິດແຂວງຢູນນານ ປະຈຳລາວ ໄດ້ຈັດພິທີມອບ – ຮັບໂຮງຮຽນປະຖົມສົມບູນຫຼັງໃໝ່ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃຫ້ແກ່ເມືອງໄຊເສດຖາ ເພື່ອເປັນສະຖານການສຶກສາໃນການນຳໃຊ້ເພື່ອການຮຽນ – ການສອນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ທ່ານ       ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ, ທ່ານ ຫຼິວຫົງຢູ ອຳນວຍການ ບໍລິສັດ ຮ່ວມທຶນ ລາວ – ຈີນ ຈຳກັດ, ທ່ານ ຈ່າງໂຢຈົ້ວ ຜູ້ອຳນວຍການວິສະຫະກິດແຂວງຢູນນານ ພ້ອມດ້ວຍບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫຼິວຫົງຢູ ອຳນວຍການ ບໍລິສັດ ຮ່ວມທຶນ ລາວ – ຈີນ ໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມບູນຫຼັງໃໝ່ ບ້ານນາໄຫ ເມືອງໄຊເສດຖາ ນວ ເປັນໂຄງການຮ່ວມທຶນລະຫວ່າງ ອົງການປົກຄອງແຂວງຢູນນານ ກັບ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານ ຫຸ້ນສ່ວນ ຈຳກັດ ຮ່ວມກັນຊ່ວຍເຫຼືອ ໂດຍມູນຄ່າທັງໝົດ 801.760 ຢວນ ເທົ່າກັບ 1.022.305.000 ກີບ. ໃນນັ້ນ, ພະແນກການຄ້າແຂວງຢູນນານ ຊ່ວຍເຫຼືອ 6 ແສນຢວນ, ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ  ແຂວງຢູນນານ ຫຸ້ນສ່ວນແມ່ນ 201.760 ຢວນ. ໂດຍມອບໃຫ້ ບໍລິສັດ ຮ່ວມທຶນ  ລາວ – ຈີນ ຜູ້ພັດທະນາເຂດພັດທະນາກວມລວມໄຊເສດຖາ ເປັນຜູ້ຮັບຜິດຊອບກໍ່ສ້າງ ໂດຍເລີ່ມກໍ່ສ້າງມາຕັ້ງແຕ່ວັນທີ 20 ກັນຍາ 2018 ແລະ ສຳເລັດໃນວັນທີ 15 ທັນວາ 2018 ເຊິ່ງປະກອບໄປດ້ວຍອາຄານຮຽນ 1 ຫຼັງ ນຳໃຊ້ເນື້ອທີ່ປຸກສ້າງ 392 ຕາແມັດ, ມີທັງໝົດ 7 ຫ້ອງ. ໃນນັ້ນ, ຫ້ອງຮຽນ 6 ຫ້ອງ, ຫ້ອງຄູ 1 ຫ້ອງ, ຫ້ອງນໍ້າ ແລະ ໂຕະຕັ່ງ, ອຸປະກອນນຳໃຊ້ທີ່ຈຳເປັນເພື່ອຕອບສະໜອງຄວາມຕ້ອງການທີ່ພຽງພໍໃນການຮຽນ – ການສອນ.

ທ່ານ ຈ່າງໂຢຈົ້ວ ຜູ້ອຳນວຍການວິສາຫະກິດແຂວງຢູນນານ ໄດ້ກ່າວວ່າ: ການສຶກສາຂັ້ນປະຖົມແມ່ນພື້ນຖານຂອງພາລະກິດການສຶກສາ ຖ້າຢາກໃຫ້ພາລະກິດການສຶກສາທີ່ມີພື້ນຖານໜັກແໜ້ນ, ກໍຕ້ອງໄດ້ໃຫ້ຄວາມສຳຄັນແກ່ການສຶກສາປະຖົມ, ການສ້າງໂຮງຮຽນປະຖົມຫຼັງໃໝ່ບ້ານນາໄຫ ແມ່ນເພື່ອປັບປຸງເງື່ອນໄຂການສິດສອນ, ສ້າງສະພາບແວດລ້ອມການຮຽນ – ການສອນທີ່ສະອາດ, ສະບາຍ ແລະ ປອດໄພ ໃຫ້ແກ່ນັກຮຽນ ແລະ ຄູສອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຮຽນ.

ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ ໄດ້ກ່າວວ່າ: ເຂດພັດທະນາກວມລວມໄຊເສດຖາ ນວ ແມ່ນໜຶ່ງໃນໂຄງການລະດັບຊາດ, ເຂດພັດທະນາເປັນຂົວຕໍ່ທີ່ສຳຄັນຂອງການຮ່ວມມື    ລາວ – ຈີນ, ເປັນໂຄງການທີ່ມີການປະກອບສ່ວນໃນການເຮັດໃຫ້ປະຊາຊົນເຂດໃກ້ຄຽງມີຊີວິດທີ່ດີຂຶ້ນ ແຕ່ເຫັນວ່າໜຶ່ງໃນບັນຫາທີ່ຂາດແຄນກໍແມ່ນຂາດໂຮງຮຽນທີ່ເປັນບ່ອນສິດສອນນັກຮຽນ, ໃຫ້ຄວາມຮູ້ແກ່ນັກຮຽນ. ດັ່ງນັ້ນ, ຈຶ່ງໄດ້ປຶກສາກັບຄະນະຮັບຜິດຊອບ, ຄະນະກຳມະການພັດທະນາເຂດກວມລວມໄຊເສດຖາ ປຸກສ້າງໂຮງຮຽນປະຖົມສົມບູນບ້ານນາໄຫ.

[ ຂ່າວ: ກາວຊົ່ງ ]