ກອງປະຊຸມລັດຖະບານ ເດືອນນີ້ພິຈາລະນາ 6 ບັນຫາເລັ່ງດ່ວນ

69

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2019 ທີ່ຈັດຂຶ້ນລະຫວ່າງວັນທີ 23-24 ກໍລະກົດ 2019 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ພ້ອມກັນພິຈາລະນາ 6 ບັນຫາສຳຄັນ ເຊິ່ງລ້ວນປິ່ນອ້ອມຄວາມເປັນຢູ່ຂອງປະຊາຊົນ.

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບກັນໃນ 6 ຫົວຂໍ້ສຳຄັນນໍາມາປຶກສາຫາລື, ເຊິ່ງມີລາຍລະອຽດດັ່ງນີ້:
1) ບັນຫາແຜ່ລະບາດຂອງໄຂ້ຍຸງລາຍ (ໄຂ້ເລືອດອອກ) ໃນທົ່ວປະເທດ;
2) ບັນຫາໂລກອະຫິວາໝູລະບາດ;
3) ບັນຫາລະບາດຂອງສັດຕູພືດຊະນິດໃໝ່ (ບົ້ງກິນຕົ້ນສາລີ, ພືດອື່ນໆ);
4) ບັນຫາໄພແຫ້ງແລ້ງ ເຮັດໃຫ້ແມ່ນໍ້າລໍາເຊ ແລະ ແມ່ນໍ້າຂອງຫຼຸດລະດັບລົງຫລາຍ ເປັນຜົນກະທົບຕໍ່ການພັດທະນາກະສິກໍາ ແລະ ການປູກຝັງຂອງປະຊາຊົນ;
5) ບັນຫາອັດຕາແລກປ່ຽນ ແລະ ຄວາມຄ່ອງຕົວຂອງລະບົບເງິນຕາຂອງປະເທດ;
6) ສະພາບການຫາງສຽງຂອງປະຊາຊົນຕໍ່ບັນຫາຕ່າງໆ ຂອງການຄຸ້ມຄອງບໍລິຫານລັດ ລວມທັງການຄຸ້ມຄອງລະບົບຂ່າວສານ ໂດຍສະເພາະສື່ອອນລາຍ.

ກອງປະຊຸມໄດ້ໃຫ້ທິດຊີ້ນໍາຢ່າງລະອຽດ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ມີມາດຕະການແກ້ໄຂ ຕໍ່ສະພາບການດັ່ງກ່າວ.
1. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ, ບັນຫາຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເພີ່ມຄວາມເປັນເຈົ້າການໃນການຄຸ້ມຄອງທັງ 12 ເຂດເສດຖະກິດພິເສດ ທີ່ໄດ້ອະນຸມັດ; ພ້ອມກັນນີ້ມອບໃຫ້ອົງການກວດກາລັດຖະບານ ແຕ່ງຕັ້ງໜ່ວຍງານ ລົງໄປກວດກາການປະຕິບັດກົດໝາຍ, ລະບຽບການ ແລະ ສັນຍາໂຄງການຂອງບັນດາເຂດເສດຖະກິດດັ່ງກ່າວ ໃຫ້ສໍາເລັດໃນກໍານົດ 3 ເດືອນ;

  1. ກອງປະຊຸມໄດ້ຮັບຟັງການກະກຽມກອງປະຊຸມໂຕະມົນ ປະຈໍາປີ 2019 ແລະ ໄດ້ເປັນເອກະພາບ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມເນື້ອໃນກອງປະຊຸມ ດັ່ງກ່າວຢ່າງຮອບດ້ານ ແລະ ຮັດກຸມ ໂດຍໃຫ້ຈັດກອງປະຊຸມດ້ານວິຊາການ ຮ່ວມກັບຂະແໜງການກ່ຽວຂ້ອງເພື່ອເປັນເອກະພາບສູງ ແລ້ວລາຍງານລັດຖະບານຕື່ມກ່ອນເປີດກອງປະຊຸມ;

  1. ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍ ນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ແລະ ເປັນເອກະພາບໃນຫຼັກການ ຮັບຮອງເອົາຮ່າງດໍາລັດ ສະບັບດັ່ງກ່າວ. ພ້ອມກັນນີ້ ມອບໃຫ້ຄະນະຊ່ວຍວຽກຄະນະຮັບຜິດຊອບ ຊີ້ນໍາການພັດທະນາເຂດຈຸດສຸມໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບັນດາເນື້ອໃນ, ບາງມາດຕາ ໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ແລ້ວນໍາໄປທາບທາມຂໍຄວາມເຫັນຂອງຄະນະປະຈໍາສະພາແຫ່ງຊາດ ຫຼັງຈາກນັ້ນຈຶ່ງນໍາສະ ເໜີໃຫ້ນາຍົກລັດຖະມົນຕີລົງລາຍເຊັນ. ຫຼັງຈາກລົງລາຍເຊັນແລ້ວຈຶ່ງໃຫ້ຄະນະປະຈໍາສະພາແຫ່ງຊາດ ອອກມະຕິຕົກລົງ.

  1. ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ແລະ ເປັນເອກະພາບໃນຫຼັກການຮັບຮອງເອົາຮ່າງດໍາລັດ ສະບັບດັ່ງກ່າວ. ພ້ອມກັນນີ້ ກໍ່ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນ, ບາງມາດຕາ ໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ແລ້ວຈຶ່ງນໍາສະເໜີນາຍົກລັດຖະມົນຕີລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ.