ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ ວັນທີ 24 ກໍລະກົດ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ ທີ່ບັນດາອົງການຈັດຕັ້ງລັດອ້ອມຂ້າງນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານປະຈຳປີ 2019 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນໄດ້ຮັບຮອງເອົາ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຂອງອົງຄະນະພັກ, ອົງການປົກຄອງ ແລະ ຄວາມເປັນເຈົ້າການຮັບຜິດຊອບສູງຂອງທຸກພາກສ່ວນທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນ ຈຶ່ງເຮັດໃຫ້ບັນດາຄາດໝາຍ, ມາດຕະການຕ່າງໆທີ່ກອງປະຊຸມສະພາປະຊາຊົນຮັບຮອງເອົານັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ດີຂຶ້ນ ນະຄອນຫຼວງວຽງຈັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ເສດຖະກິດມີສະຖຽນລະພາບໂດຍພື້ນຖານສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການພັດທະນານັບມື້ພົ້ນເດັ່ນເທື່ອລະກ້າວ.
ໂດຍປະຕິບັດຕາມມາດຕາ 59 ຂອງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ກອງປະຊຸມຄັ້ງນີ້ຈະສຸມໃສ່ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງວຽງຈັນ ( ນວ ) ດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ແລະ ສະເໜີດັດແກ້ງົບປະມານ 6 ເດືອນທ້າຍປີ 2019 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກອົງການປົກຄອງຕາມການສະເໜີຂອງທ່ານເຈົ້າຄອງ ນວ, ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງທ່ານຫົວໜ້າອົງການໄອຍະການປະຊາຊົນ ນວ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ຂອງຄະນະປະຈໍາສະພາປະຊາຊົນ ນວ, ຮັບຟັງການລາຍງານຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ສະບັບເລກທີ 008/ສປນວ ລົງວັນທີ 28 ມັງກອນ 2019 ວ່າດ້ວຍການຮັບຮອງເອົາບົດຊີ້ແຈງຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ, ພະແນກຍຸຕິທຳ ແລະ ກອງບັນຊາການ ປກສ ນວ, ຮັບຟັງການລາຍງານການຊີ້ແຈງບັນຫາສຳຄັນ ແລະ ພົ້ນເດັ່ນ ເຊັ່ນ: ການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນ ນວ ຄວາມຄືບໜ້າຂອງການປະຕິບັດໂຄງການ, ການຊົດເຊີຍທີ່ດິນ ແລະ ສິ່ງປຸກສ້າງໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຄື:ໂຄງການກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ໄລຍະທີ 1 ນວ ຫາ ວັງວຽງ ແຂວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງດອນນົກຂຸ້ມ ຫາ 450 ປີ ຂອງບໍລິສັດ ນໍ້າທາກໍ່ສ້າງຂົວທາງ, ໂຄງການກໍ່ສ້າງມະຫາວິທະຍາໄລ ວິທະຍາສາດສຸຂະພາບຂອງກະຊວງສາທາລະນະສຸກ, ໂຄງການກໍ່ສ້າງສະໜາມກ໊ອຟລ່ອງແທັງຂອງ ບໍລິສັດ ລົງທຶນວຽງຈັນ ແລະ ອະສັງຫາລິມະຊັບ, ການຄຸ້ມຄອງ ແລະ ອະນຸຍາດໃຫ້ນັກລົງທຶນຕ່າງປະເທດລົງທຶນປູກກ້ວຍຢູ່ໃນນະຄອນຫຼວງ ເຊັ່ນ: ຢູ່ເມືອງໄຊທານີ, ນາຊາຍທອງ, ສັງທອງ ແລະ ເມືອງປາກງື່ມ; ບັນຫາໄຟເຍືອງທາງຕາມແຕ່ລະເສັ້ນທາງ, ບັນຫານໍ້າເປື້ອນທີ່ໄຫຼລົງຮ່ອງແຊງສົ່ງກິ່ນເໝັນແກ່ປະຊາຊົນທີ່ອາໄສຢູ່ໃກ້ຄຽງ, ການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາສັ່ງຕ່າງໆຂອງອົງການໄອຍະການ ນວ ທີ່ໄດ້ອອກໄປແລ້ວມີຄືແນວໃດ, ການຄຸ້ມຄອງກອງທຶນບໍາບັດຜູ້ຕິດຢາເສບຕິດ ແລະ ການຄຸ້ມຄອງຜູ້ຖືກຫາ ແລະ ນັກໂທດຢູ່ຄ້າຍຄຸມຂັງ – ດັດສ້າງ.
[ ໂດຍ: ສຸລິນ; ຮູບ: ວິລະສັກ ]
( ສະພານະຄອນຫຼວງ )