ຫົວໜ້າ ພຊສ ວາງ 12 ມາດຕະການ ແກ້ໄຂບັນຫາທີ່ດິນ ພ້ອມເດັດຂາດຕໍ່ພະນັກງານທີ່ລະເມີດກົດໝາຍ

125

ເພື່ອເຮັດໃຫ້ວຽກງານ ແລະ ບັນດາຂໍ້ຄົງຄ້າງທີ່ເກີດຂຶ້ນໃນຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພຊສ ນວ ໃຫ້ໄດ້ຮັບການແກ້ໄຂຢ່າງຮີບດ່ວນ ໂດຍສະແມ່ນບັນຫາທີ່ດິນ, ການອອກໃບຕາດິນຊັກຊ້າ, ຊໍ້າຊ້ອນ ແລະ ອື່ນໆ ທີ່ມີລະສະນະບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນໂອກາດເຂົ້າຮ່ວມ ກອງປະຊຸມ ສະໄໝສາມັນເທື່ອທີ 7 ສະພາປະຊາຊົນ ຊຸດທີ 1 ນະຄອນຫຼວງວຽງຈັນ ທ່ານ ບຸນທາມ ພຸດທະວົງສາ ໄດ້ຂຶ້ນສະເໜີບົດລາຍງານ ພ້ອມສະເໜີ 12 ມາດຕະການມາດຕະການແກ້ໄຂໃນຕໍ່ໜ້າດັ່ງນີ້:

ທ່ານ ບຸນທາມ ພຸດທະວົງສາ
  1. ຈະເພີ່ມທະວີການສຶກສາອົບຮົມການເມືອງນຳພາແນວຄິດ ໄປຄຽງຄູ່ກັບການຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງພະນັກງານໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເຂັ້ມງວດ, ເອົາໃຈໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍລະບຽບການ, ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນໃຫ້ພະນັກງານຢ່າງຕັ້ງໜ້າ.
  2. ຈະເອົາໃຈໃສ່ປັບປຸງກົນໄກການບໍລິການກ່ຽວກັບວຽກງານທີ່ດິນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ໃນນັ້ນແມ່ນການຍົກລະດັບປັບປຸງການບໍລິການປະຕູດຽວວຽກງານທີ່ດິນໃຫ້ເຂັ້ມແຂງ ແລະ ທັນສະໄໝຕາມຂໍ້ແຂ່ງຂັນ, ເຮັດໃຫ້ດີເຮັດໃຫ້ໄວ, ເຮັດໃຫ້ຫຼາຍ, ເຮັດໃຫ້ຖືກກົດໝາຍ, ພິເສດ ຈຳນຳສະເໜີຂໍອະນຸມັດຈາກຂxນເທິງກ່ຽວກັບການເປີດບໍລິການດ່ວນ ເພື່ອໃຫ້ສັງຄົມມີຫຼາຍທາງເລືອກກ່ຽວກັບການໃຊ້ບໍລິການ: ມອບ-ໂອນ, ຈົດຈຳນອງເປັນຕົ້ນ.
ໃບຕາດິນ
  1. ຈະເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ກ່ຽກວັບທີ່ດິນທີ່ເກີດຂຶ້ນຕາມຄວາມຮັບຜິດຊອບເປັນຕົ້ນແມ່ນບັນຫາສຳນວນຕອນດິນຕົກຄ້າງ, ບັນຫາສຳນວນຕອນດິນເສຍ ແລະ ຂໍ້ຂັດແຍ່ງອື່ນໆທີ່ແກ່ຍາວຫຼ້າຊ້າມາຫຼາຍປີໄປຄຽງຄູ່ກັບການກວດກາປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດຕໍ່ລະບຽບ ກົດໝາຍຢ່າງເດັດຂາດ.
  2. ຈະໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນກວດຄືນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານທີ່ຮັບຜິດບອບອອກໃບຕາດິນ ໂດຍເລີ່ມຕົ້ນຈາກການປັບປຸງກົງຈັກການຈັດຕັ້ງ, ຊັບຂ້ອຍພະນັກງານພາຍໃນ ພຊສ ນວ. ຈາກນັ້ນຈຶ່ງສືບຕໍ່ຊີ້ນຳລົງປັບປຸງຂັ້ນໜ່ວຍງານ ຫຊສ 9 ເມືອງ ຢ່າງເປັນລະບົບ ແລະ ເຂັ້ມງວດກວດກາຄືນສຳນວນຕອນດິນ ຂັ້ນຕອນຂອງການເກັບຮັກສາເອກະສານ, ຂັ້ນຕອນການອອກສຳເນົາໃບຕາດິນ.
  3. ເອົາໃຈໃສ່ບຳລຸງສ້າງຍົກລະດັບເຕັກນິກວິຊາການ, ການນຳໃຊ້ລະບົບໄອທີໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.
  4. ສະເໜີອຳນາດການປົກຄອງທ້ອງຖິ່ນຂັ້ນເມືອງ ເພີ່ມທະວີການຊີ້ນຳ-ນຳພາວຽກງານແນວຕິດ ແລະ ສະເໜີສະພາປະຊາຊົນນະຄອນຫຼວງ ໄດ້ຊ່ວຍຕິດຕາມກວດກາຢ່າງເປັນປົກກະຕິໃນການຄຸ້ມຄອງໃບຕາດິນ ແລະ ສຳນວນຕອນດິນ.
  5. ຈະເອົາໃຈໃສ່ປະສານສົມທົບ ແລະ ສ້າງກົນໄກປະສານງານລະຫວ່າງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ທະນາຄານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ການຈັດຕັ້ງທ້ອງຖິ່ນທີ່ກ່ຽວຂ້ອງໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາການອອກໃບຕາດິນຊໍ້າຊ້ອນ.


8. ດຳເນີນມາດຕະການເດັດຂາດຕາມກົດໝາຍຕໍ່ຜູ້ລະເມີດ ແລະ ມີເຈດຕະນາອອກໃບຕາດິນຊໍ້າຊ້ອນໂດຍສະເໜີໃຫ້ດຳເນີນຄະດີອາຍາໃນສະຖານການປອງແປງເອກະສານ ແລະ ນຳໃຊ້ເອກະສານປອມ ຕາມມາດຕາ 364 ຂອງປະມວນກົດໝາຍອາຍາ.
9. ຮີບຮ້ອນອອກໃບຕາດິນໃຫ້ສຳເລັດຕາມແຜນການທີ່ ກຊສ ມອບໝາຍໃຫ້ໃນປີ 2025 ໃຫ້ສຳເລັດ 100%
10. ພັດທະນາລະບົບຄຸ້ມຄອງ-ບໍລິຫານທີ່ດິນໃຫ້ເປັນທັນສະໄໝໂດຍໄວ, ປັບປຸງຂັ້ນຕອນການບໍລິການ ແລະ ແກ້ໄຂສິ່ງອຸດຕັນທີ່ເປັນອຸປະສັກໃຫ້ແກ່ປະຊາຊົນ, ເພີ່ມມາດຕະການໃນການເຂົ້າເຖິງປະຊາຊົນໃຫ້ສະດວກ ແລະ ໄວຂຶ້ນ ໂດຍສະເພາະຈະຮີບຮ້ອນປະຕິບັດນະໂຍບາຍຂອງ ກຊສ ໃນການສ້າງສູນບໍລິການທີ່ດີຂຶ້ນ ເພື່ອສາມາດໂອນທີ່ດິນ.
11. ສູ້ຊົນສ້າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທີ່ດິນຢູ່ນະຄອນຫຼວງວຽງຈັນ ໃຫ້ສຳເລັດ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແລະ 12. ສະເໜີພໍ່ແມ່ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ແລະ ບັນດາທ່ານສະມາຊິກສະພາປະຊາຊົນ ນວ ໄດ້ຊ່ວຍຕິດຕາມກວດກາ ການປະຕິບັດໜ້າທີ່ຂອງພະນັກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫາກເຫັນວ່າບຸກຄົນໃດ ຫຼື ກຸ່ມຄົນໃດມີພຶດຕິກຳລະເມີດກົດໝາຍ, ຂາດຈັນຍາບັນອັນດີງາມກໍຂໍໃຫ້ຊ່ວຍສຶກສາອົບຮົມ, ກ່າວເຕືອນ ແລະ ສະໜອງຂໍ້ມູນໃຫ້ການຈັດຕັ້ງທີ່ກ່ຽວຂ້ອງແກ້ໄຂຢ່າງທັນການ.