ຫຼາຍແຂວງອາດເກັບລາຍຮັບບໍ່ບັນລຸເປົ້າໝາຍ

55

ໄລຍະ 6 ເດືອນຕົ້ນປີ 2019 ເສດຖະກິດຂອງ ສປປ ລາວ ຍັງມີທ່າອ່ຽງທີ່ດີເຖິງແມ່ນວ່າຈະໄດ້ຮັບຜົນກະທົບເລັກໜ້ອຍຈາກສົງຄາມການຄ້າ ຈີນ – ສະຫະລັດ ລວມທັງວຽກງານການຟື້ນຟູໄພພິບັດຈາກປີຜ່ານມາ ເຊິ່ງປີ 2019 ລັດຖະບານກຳນົດຕົວເລກ GDP ໄວ້ທີ່ 6,7% ອາດຈະບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ສາເຫດຍ້ອນການລະບາດຂອງຝູງບົ້ງສາລີ, ໝູອາຟຣິກາຢູ່ຫຼາຍແຂວງ ລວມທັງການບົກແຫ້ງຂອງລະດັບແມ່ນ້ຳຂອງທີ່ອາດຈະສົ່ງຜົນກະທົບຕໍ່ການຜະລິດເຂື່ອນຕ່າງໆ ທີ່ກຳລັງຈະເປີດໄລຍະທ້າຍປີນີ້ທີ່ອາດຈະເຮັດໃຫ້ຫຼາຍແຂວງບໍ່ສາມາດເກັບລາຍຮັບຂອງຕົນໄດ້ຕາມຄາດໝາຍ.

ປັດຈຸບັນບັນດາແຂວງຕ່າງໆ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ກຳລັງສຸມໃສ່ການເກັບລາຍຮັບຂອງຕົນເຂົ້າໃນງົບປະມານທີ່ສະພາທ້ອງຖິ່ນ ຫຼື ສະພາແຂວງຮັບຮອງສະເພາະປີ. ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ຄົ້ນຄວ້າເປີດກວ້າງນະໂຍບາຍການລົງທຶນໃຫ້ເປັນໄປຕາມຄຳສັ່ງເລກທີ 02/ນຍ ເພື່ອເຮັດໃຫ້ບັນຍາກາດຂອງການລົງທຶນໃຫ້ຢູ່ໃນຕົວເລກທີ່ໜ້າເພິ່ງພໍໃຈ ແນວໃດກໍດີການເກັບລາຍຮັບໄລຍະທ້າຍປີອາດຈະບໍ່ໄດ້ຕາມແຜນທີ່ກຳນົດ ເນື່ອງຈາກການລະບາດຂອງຝູງບົ້ງສາລີ, ພະຍາດອະຫິວາໝູອາຟຣິກາ ແລະ ການບົກແຫ້ງຂອງນ້ຳຂອງທີ່ຈະສົ່ງຜົນຕໍ່ການຜະລິດກະແສໄຟຟ້າຂອງບັນດາເຂື່ອນໃໝ່ 20 ກວ່າເຂື່ອນ ທີ່ກຳລັງຈະເປີດໃນໄວໆນີ້.

ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ເສດຖະກິດອຸດົມໄຊ ຂະຫຍາຍຕົວຢ່າງໜ້າພໍໃຈໃນລະດັບ 6,78% ຫາກທຽບໃສ່ໄລຍະດຽວກັນເພີ່ມຂຶ້ນແນ່ນອນ ເຊັ່ນດຽວກັບການປະຕິບັດບັນດາຄາດໝາຍຕ່າງໆ ເຊັ່ນ: ສຶກສາ, ສາທາລະນະສຸກ ລວມທັງການຊົມໃຊ້ໄຟຟ້າພາກຄົວເຮືອນເພີ່ມຂຶ້ນ ແນວໃດກໍດີປັດໄຈທີ່ສະໜັບສະໜູນເຮັດໃຫ້ GDP ຂະຫຍາຍຕົວມາຈາກການສົ່ງອອກທີ່ສາມາດປະຕິບັດໄດ້ລື່ນແຜນ ເຊັ່ນ: ຜະລິດພືດລະດູແລ້ງພືດຜັກ, ກ້ວຍ ໄປຍັງຕະຫຼາດຈີນ ແລະ ການລົງທຶນໂຄງການໃຫຍ່ຂອງລັດຖະບານມີສ່ວນຮ່ວມ ໂດຍສະເພາະຕາມແລວທາງລົດໄຟ ລາວ – ຈີນ ຈະສາມາດເຮັດໃຫ້ GDP ຂະຫຍາຍຕົວບໍ່ຫຼຸດ 7,7% ທີ່ສະພາແຂວງຮັບຮອງ ລາຍຮັບງົບປະມານທີ່ຈະສາມາດເກັບໄດ້ຢູ່ທີ່ 129 ຕື້ ກວ່າກີບ ຫາກເປັນໄປຕາມນີ້ຈະເຮັດໃຫ້ ອຸດົມໄຊ ມີລາຍຮັບສະເລ່ຍຕໍ່ຫົວຄົນບໍ່ຫຼຸດ 1.500 ໂດລາຕໍ່ຄົນຕໍ່ປີ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວໃຫ້ຮູ້ວ່າ: ການລົງທຶນຂອງແຂວງຊຽງຂວາງ ໄລຍະ 6 ເດືອນຕົ້ນປີ 2019 ຄຶກຄັກເກີນຄາດ ກວມເອົາຫຼາຍເຖິງ 86% ຂອງແຜນການປີ ການລົງທຶນສ່ວນໃຫຍ່ຢູ່ໃນຂົງເຂດກະສິກຳ, ພະລັງງານ ແລະ ບໍ່ແຮ່ ແລະ ຂົງເຂດບໍລິການ ຄາດວ່າປີ 2019 ນີ້ຈະສາມາດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການທີ່ກຳນົດ ເຊັ່ນດຽວກັບແຂວງຈຳປາສັກ ແລະ ແຂວງອັດຕະປື ທີ່ສາມາດເກັບລາຍຮັບເຂົ້າງົບປະມານເບື້ອງຕົ້ນຢູ່ລະຫວ່າງ 30% ຄາດວ່າໝົດປີຈະສາມາດເກັບລາຍຮັບເຂົ້າງົບປະມານໄດ້ບັນລຸຕາມແຜນ ອີງໃສ່ຂໍ້ມູນເບື້ອງຕົ້ນຂອງການລົງທຶນ ແລະ ການສົ່ງອອກສິນຄ້າຈຳນວນໜຶ່ງທີ່ເປັນທ່າແຮງຂອງແຂວງ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະເມີນເບື້ອງຕົ້ນວ່າ: ເຖິງແມ່ນເສດຖະກິດໂລກຍັງຫາຄວາມແນ່ນອນບໍ່ໄດ້ຈາກສົງຄາມທາງດ້ານການຄ້າ ຈີນ – ສະຫະລັດ ສໍາລັບ ສປປ ລາວ ເຫັນວ່າເສດຖະກິດມີການຂະຫຍາຍຕົວຊ້າກວ່າປີຜ່ານມາ ແຕ່ຫາກທຽບກັບຫຼາຍປະເທດຍັງເຫັນວ່າມີການຂະຫຍາຍຕົວ ແລະ ຄາດວ່າປີ 2019 ເສດຖະກິດລາວຈະສາມາດຂະຫຍາຍຕົວໃນລະດັບທີ່ສະພາແຫ່ງຊາດຮັບຮອງ 6,7% ຂະແໜງທີ່ເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວຍັງເປັນໂຄງການໃຫຍ່ຂອງລັດຖະບານມີສ່ວນຮ່ວມ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ຄືບໜ້າແລ້ວ 70%, ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ແລະ ເຂື່ອນໄຟຟ້າຫຼາຍເຂື່ອນທີ່ຈະດໍາເນີນການຜະລິດທ້າຍປີ 2019 ນີ້.

ດັ່ງທີ່ຮູ້ນຳກັນປັດຈຸບັນຫຼາຍແຂວງກຳລັງພົບກັບບັນຫາການລະບາດຂອງຝູງບົ້ງສາລີຢູ່ 12 ແຂວງ ສ້າງຄວາມເສຍຫາຍແລ້ວ 28.000 ກວ່າເຮັກຕາ, ການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງຜົ້ງສາລີ, ຫົວພັນ, ນະຄອນຫຼວງວຽງຈັນ, ສາລະວັນ ແລະ ສະຫວັນນະເຂດ ເຊິ່ງພາກສ່ວນກ່ຽວຂ້ອງກຳລັງເລັ່ງສະກັດກັ້ນພື້ນທີ່ເພື່ອບໍ່ໃຫ້ມີການຂະຫຍາຍ ລວມທັງການບົກແຫ້ງຂອງນ້ຳຂອງໃນຮອບ 50 ປີ ທີ່ອາດຈະສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະ ການຜະລິດກະແສໄຟຟ້າ ເນື່ອງຈາກລັດຖະບານຕັ້ງຄວາມຫວັງໄວ້ວ່າໃນໄລຍະທ້າຍປີ 2019 ຈະເປີດເຂື່ອນປະມານ 20 ແຫ່ງ ທີ່ຈະສາມາດຜະລິດກະແສໄຟຟ້າໄດ້ຫຼາຍເຖິງ 2.000 MW ບັນຫາທີ່ກຳລັງພົບມັນສົ່ງຜົນກະທົບຕໍ່ລາຍຮັບແນ່ນອນ ຕົວເລກທີ່ລັດຖະບານຄາດວ່າ GDP ຈະບັນລຸ 6,7% ກາຍເປັນຕົວເລກທີ່ມີຄວາມສ່ຽງຕໍ່ຂະແໜງການເກັບລາຍຮັບທີ່ພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ.

( ຂ່າວ: ສຸລິນ )