ເຄິ່ງປີ ຫົງສາເກັບລາຍຮັບໄດ້ 4,6 ຕື້ກວ່າກີບ

59

6 ເດືອນຕົ້ນປີ 2019 ເມືອງຫົງສາ ແຂວງໄຊຍະບູລີ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 4 ຕື້ 607 ລ້ານກວ່າກີບ ໃນນັ້ນໄດ້ຈາກ ສ່ວຍສາອາກອນປະຕິບັດໄດ້ 4,5 ຕື້ກວ່າກີບ ແລະ ຈາກຄຸ້ມຄອງຊັບສິນຂອງລັດໄດ້ 68 ລ້ານກວ່າກີບ.

ອີງຕາມບົດສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ່ຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນທ້າຍປີ 2019 ຂອງຫ້ອງການ-ການເງິນເມືອງຫົງສາ ແຂວງໄຊຍະບູລີໃຫ້ຮູ້ວ່າ:

 

 

ໃນປີ 2019 ເມືອງຫົງສາ ໄດ້ຮັບຕົວເລກມອບໝາຍ 6,4 ຕື້ ກວ່າກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 50,33% ຫຼຸດລົງ 49,77% (ສາເຫດຫຼຸດ ຍ້ອນແຂວງໄດ້ແບ່ງຂັ້ນຄຸ້ມຄອງຄືນໃໝ່ເປັນຕົ້ນ ຫົວໜ່ວຍທີ່ອອກທະບຽນຢູ່ແຂວງ ແມ່ນໃຫ້ເສຍອາກອນຢູ່ແຂວງ ແລະ ເມືອງຫົງສາ ແມ່ນບໍ່ໄດ້ສ່ວນແບ່ງຈາກອາກອນເງິນເດືອນຂອງໂຄງການໄຟຟ້າຫົງສາ).

ໃນນັ້ນ, ແຜນລາຍຮັບຈາກສ່ວຍສາອາກອນ 6,2 ຕື້ ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 49,54% ຫຼຸດລົງ 50,46%; ແຜນລາຍຮັບຈາກຊັບສິນ 200 ລ້ານກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 100%.

 

 

ຜ່ານການຈັດຕັ້ງປະຕິບັດ 6 ເດືອນ ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ທັງໝົດ 4,6 ຕື້ ກວ່າກີບ ເທົ່າກັບ 71,32% ຂອງແຜນການປີ ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 142,65% ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເທົ່າກັບ 50,36% ສາເຫດຫຼຸດຍ້ອນບໍ່ມີຂໍ້ມູນໃນການຈັດເກັບ.

ໃນນັ້ນ, ຮັບຈາກສ່ວຍສາອາກອນປະຕິບັດໄດ້ 4 ຕື້ 539 ລ້ານກວ່າກີບ ເທົ່າກັບ 72,50%ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 145,01% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 50.45%. ຮັບຈາກຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 68 ລ້ານກວ່າກີບ ເທົ່າກັບ 34,14% ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 68,27% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 45.18%. ດ້ານລາຍຈ່າຍງົບປະມານໃນສົກປີ 2019 ເມືອງຫົງສາ ມີແຜນລາຍຈ່າຍທັງໝົດ 13 ຕື້ 422 ລ້ານກວ່າກີບ.

 

 

ສ່ວນການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ ລາຍຈ່າຍທັງໝົດ 6 ຕື້ກວ່າກີບ ເທົ່າກັບ 45,18% ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 90,35% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 94.16%. ໃນນັ້ນ, ຈ່າຍເງິນເດືອນ-ເງິນອຸດໜູນ 3 ຕື້ 242 ລ້ານກວ່າກີບ, ຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍໜູນຕ່າງໆ 990 ລ້ານກວ່າກີບ, ຈ່າຍບໍລິການໄດ້ 1 ຕື້ 281 ລ້ານກວ່າກີບ,ຈ່າຍດັດສົມສົ່ງເສີມ, ຊ່ວຍໜູນ ແລະ ບຳລຸງໄດ້ 246 ລ້ານກວ່າກີບ ແລະ ຈ່າຍລົງທຶນຂອງລັດໄດ້ 300 ລ້ານກວ່າກີບ.