ເຈົ້າໜ້າທີ່ແຂວງສະຫວັນນະເຂດ ກວດພົບເຄື່ອງໃນສັດ 3 ພັນກວ່າກິໂລລັກລອບນຳເຂົ້າ

33

ພະແນກຕຳຫຼວດສິ່ງແວດລ້ອມ ແຂວງສະຫວັນນະເຂດ ກວດພົບ ແລະ ທຳລາຍເຄື່ອງໃນສັດ 3 ພັນກວ່າກິໂລ ລັກລອບນຳເຂົ້າຈາກປະເທດເພື່ອນບ້ານກຽມລຳລຽງສູ່ຕະຫຼາດນະຄອນຫຼວງ.

ໂດຍອີງຕາມຄໍາສັ່ງຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2950/ປມ​ ລົງວັນທີ 25 ມິຖຸນາ 2019; ອີງຕາມຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1071/ຈຂ.ສຂ ລົງວັນທີ 08 ກໍລະກົດ 2019.

ໃນວັນທີ 20 ກໍລະກົດ 2019 ຜ່ານມາ ພະແນກຕຳຫຼວດສິ່ງແວດລ້ອມ ໄດ້ຈັດພິທີທຳລາຍເຄື່ອງໃນສັດທີ່ບໍ່ມີເອກະສານອະນຸຍາດນຳເຂົ້າ ແລະ ກວດພົບສານຟໍມາລີນໃນຜະລິດຕະພັນສັດ, ເຂົ້າຮ່ວມມີພະແນກຕໍາຫຼວດສິ່ງແວດລ້ອມ, ຕໍາຫຼວດ ປກສ ແຂວງ, ຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກຳປ່າໄມ້ແຂວງ ແລະ ອຳນາດການປົກຄອງບ້ານອະລວຍ ເມືອງພີນ.

ພະແນກຕໍາຫຼວດສິ່ງແວດລ້ອມ ໂດຍປະສານສົມທົບກັບຈຸດກວດກາສາລາກາຍ ໄດ້ທໍາການກວດຄົ້ນລົດເມໂດຍສານ ແລະ ໄດ້ພົບເຫັນແກັດທີ່ບັນຈຸຊິ້ນສ່ວນເຄື່ອງໃນສັດທີ່ຊຸກເຊື່ອງໄວ້ຢູ່ເທິງຫຼັງຄາລົດຄັນດັ່ງກ່າວ ຈໍານວນ 42 ແກັດ, ນໍ້າໜັກ 3.150 ກິໂລກຣາມ, ເຄື່ອງໃນສັດຈໍານວນດັ່ງກ່າວແມ່ນເປັນຂອງ ນາງ ງາ ( ຄົນຫວຽດນາມ ) ໄດ້ນໍາມາຈາກປະເທດຫວຽດນາມ ເຂົ້າໄປສົ່ງຢູ່ນະຄອນຫຼວງວຽງຈັນ ສ່ວນເອກະສານນໍາເຂົ້າ – ສົ່ງອອກ ຈາກພາກສ່ວນທີ່ກ່ຽວຂ້ອງແມ່ນບໍ່ມີ.

ສະນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ທໍາການກັກເຄື່ອງໃນສັດ ແລະ ຮັກສາໄວ້ຢູ່ຈຸດກວດກາສາລາກາຍບ່າງ ເມືອງພີນ ແຂວງສະຫວັນນະເຂດ ເພື່ອດໍາເນີນການສືບສວນ – ສອບສວນ ສົມທົບກັບສັດຕະວະແພດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຜ່ານການກວດສອບຊິ້ນສ່ວນເຄື່ອງໃນສັດຈຳນວນດັ່ງກ່າວ ແມ່ນບໍ່ມີເອກະສານນຳເຂົ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງຜິດຕໍ່ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ( ສະບັບປັບປຸງ ) ເລກທີ 08/ສພຊ ລົງວັນທີ 11 ພະຈິກ 2016, ໝວດທີ 03, ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ; ມາດຕາ 42, 43, 44 ແລະ ຜົນການວິໄຈພົບສານຕົກຄ້າງໃນຜະລິດຕະພັນສັດ ( ສານຟໍມະລີນ ).

ດັ່ງນັ້ນ, ທາງເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ທຳລາຍເຄື່ອງໃນສັດດັ່ງກ່າວ ທີ່ບ້ານອະລວຍ ເມືອງພີນ ແຂວງສະຫວັນນະເຂດ.