ຈີນກໍາລັງພິຈາລະນາຈະສ້າງບັນຊີດໍາ ຫຼື ແບລັກລິສ (blacklist) ສໍາລັບບຸກຄົນທີ່ລະເມີດກົດລະບຽບອອນລາຍລວມເຖິງການຜະລິດ ແລະ ການເຜີຍແຜ່ຂໍ້ມູນເທັດເທິງອິນເຕີເນັດ.
ສໍານັກຂ່າວຊິນຫົວຂອງຈີນ ລາຍງາຍ ເມື່ອວັນພຸດ ທີ 24 ກໍລະກົດ ວ່າ ໜ່ວຍງານກໍາກັບດູແລດ້ານໄຊເບີ ສະເປຊຂອງຈີນ (CAC: Cyberspace Administration of China) ໄດ້ເຜີຍແຜ່ຮ່າງລະບຽບກົດໝາຍຂໍ້ບັງຄັບ ເມື່ອວັນຈັນ ທີ 22 ກໍລະກົດ ວ່າ ຜູ້ໃຫ້ ແລະ ຜູ້ໃຊ້ບໍລິການຂໍ້ມູນທາງອິນເຕີເນັດທີ່ຖືກສັ່ງປິດເວັບໄຊ ຫຼື ຖືກຖອນສິດເອກະສານອະນຸຍາດປະກອບທຸລະກິດ ເນື່ອງຈາກລະເມີດກົດລະບຽບອອນລາຍ ຈະຖືກຂຶ້ນບັນຊີດໍາດັ່ງກ່າວ.
ຮ່າງລະບຽບກົດໝາຍດັ່ງກ່າວ ເຜີຍວ່າ ບຸກຄົນທີ່ຖືກຂຶ້ນບັນຊີດໍາຈະຖືກຈໍາກັດບໍ່ໃຫ້ເຂົ້າເຖິງອິນເຕີເນັດ, ຫ້າມບໍ່ໃຫ້ໃຊ້ບໍລິການຂໍ້ມູນອອນລາຍ ຫຼື ເຂົ້າສູ່ອຸດສາຫະກໍາອິນເຕີເນັດເປັນໄລຍະ 3 ປີເປັນຕົ້ນ.
ຢ່າງໃດກໍ່ຕາມ ບຸກຄົນທີ່ຖືກຂຶ້ນບັນຊີດໍາສາມາດຍື່ນຄໍາຮ້ອງຖອນຊື່ອອກຈາກບັນຊີດໍາໄດ້ໄວຂຶ້ນ ໂດຍການແກ້ໄຂຂໍ້ມູນທີ່ເປັນເທັດ ແລະ ຢຸດການເຜີຍແຜ່ຂໍ້ມູນປອມດັ່ງກ່າວ.