ແຕ່ງຕັ້ງ ພັນໂທ ທອງໄຫຼ ເພັດດາວົງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫົງສາຜູ້ໃໝ່

93

ໄລຍະນີ້ມີທັງອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນ ໄດ້ມີການແຕ່ງຕັ້ງ ແລະ ໂຍກຍ້າຍໜ້າທີ່ຮັບຜິດຊອບ, ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການເມືອງໃນໄລຍະໃໝ່ ເຊັ່ນດຽວກັບ ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກອງບັນຊາການ​ ປກສ ເມືອງຫົງສາຜູ້ເກົ່າ ແລະ ຜູ້  ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2019 ຜ່ານມາ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ພັນເອກ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ມີ​  ທ່ານ ຄໍາຫຼ້າ ຜີວວັນນາ ວ່າການເຈົ້າເມືອງໆຫົງສາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1237/ ປກສ ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍການ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊຍະບູລີ, ເຊິ່ງໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງ  ພັນໂທ ຄໍາສີນ ຜິວວັນນາ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ແຕ່ງຕັ້ງ ພັນໂທ ທອງໄຫຼ ເພັດດາວົງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫົງສາຜູ້ໃໝ່.

ໂຍກຍ້າຍ ແລະ ແຕ່ງຕັ້ງ​ ພັນໂທ​ ສົມກຽດ ທໍາມະວົງ ຫົວໜ້າຄ້າຍຄຸມຄັງ – ດັດສ້າງ ກອງບັນຊາການ ປກສ ແຂວງ ເປັນຮອງ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ແລະ ໂຍກຍ້າຍ ແລະ ແຕ່ງຕັ້ງ ພັນຕີ ໂລະ ອິນວົງຄໍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງເງີນ ແຂວງໄຊຍະບູລີ.

 

 

ພ້ອມນັ້ນ, ກໍ່ໄດ້ຜ່ານບົດບັນທຶກ ແລະ ເຊັນບົດບັນທຶກມອບ – ຮັບໜ້າທີ່ວຽກງານລະຫວ່າງຫົວໜ້າກອງບັນຊາການເມືອງຫົງສາຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ່ອງໜ້າພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ທ່ານ ຄໍາຫຼ້າ ຜີວວັນນາ ວ່າການເຈົ້າເມືອງໆຫົງສາ ແລະ ຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ພັນເອກ ຄໍາແພງ ເພັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມເນັ້ນໜັກໃຫ້ຜູ່ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ໃຫ້ມີຜົນສໍາເລັດ.

 

 

ການຊັບຊ້ອນພະນັກງານແມ່ນເລື່ອງປົກກະຕິ ແລະ ອີງຕາມຄວາມຮຽກຮອ້ງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ເພື່ອເຮັດໃຫ້ວຽກງານ ປກສ ຢູ່ພາຍໃນແຂວງໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ພັນເອກ ຄໍາແພງ ເພັດ ກ່າວ.