ໄພແລ້ງແກ່ຍາວ ຫຼາຍເຂດຍັງບໍ່ສາມາດປັກດຳນາປີ

37

ການປັກດຳເຂົ້ານາປີຂອງຊາວກະສິກອນຢູ່ຫຼາຍທ້ອງຖິ່ນໃນຂອບເຂດທົ່ວປະເທດຫຼ້າຊ້າກວ່າທຸກປີ ເພາະປະເຊີນໜ້າກັບສະພາບຄວາມແຫ້ງແລ້ງແກ່ຍາວ ບາງບ່ອນຍັງບໍ່ສາມາດຕົກກ້າໄດ້ ສ່ວນທີ່ປັກດຳໄປແລ້ວກໍບໍ່ມີນ້ຳຫຼໍ່ລ້ຽງ.

ທ່ານ ເຈີ ສັນຕິສຸກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ການປັກດຳເຂົ້ານາປີຂອງຊາວກະສິກອນເຂດທົ່ງພຽງ ເມືອງຫຼວງນໍ້າທາ 2/3 ຂອງເນື້ອທີ່ນາ 3.300 ກວ່າເຮັກຕາທົ່ວເມືອງ ໄດ້ທໍາການຜະລິດເຂົ້ານາປີ ຍ້ອນມີລະບົບນໍ້າຊົນລະປະທານສະໜອງໃຫ້ແກ່ການຜະລິດ, ໄດ້ປັກດໍາໄປບາງສ່ວນ ແລະ ອີກສ່ວນໜຶ່ຶ່ງແມ່ນຍັງບໍ່ທັນໄດ້ທໍາການຜະລິດ ສາເຫດຍ້ອນນາຢູ່ຫ່າງຈາກຊົນລະປະທານ, ແມ່ນໍ້າແຕ່ລະສາຍບົກແຫ້ງ, ນໍ້າຄອງເໝືອງໄປບໍ່ຮອດບໍ່ເຖິງ ແລະ ຝົນບໍ່ຕົກ ຈຶ່ງເຮັດໃຫ້ການຜະລິດເຂົ້ານາປີບໍ່ສໍາເລັດຕາມລະດູການ ຖືວ່າຫຼ້າຊ້າກວ່າທຸກໆປີ, ເຂດທີ່ກະທົບໜັກ ກວ່າໝູ່ແມ່ນເຂດນາທົ່ງປຸ່ງ ມີເນື້ອທີ່ນາ 212 ເຮັກຕາ ປາສົບໄພແຫ້ງແລ້ງ, ປະຊາຊົນຍັງບໍ່ທັນໄດ້ລົງມືຕົກກ້າ ແລະ ຄາດໄຖເປັນຈໍານວນຫຼາຍ, ຖັດມາແມ່ນນາເຂດທົ່ງຂວາເຂດນາທົ່ງຝັ່ງຊ້າຍແມ່ນໍ້າທາ ຈໍານວນ 850 ເຮັກຕາ ທີ່ຈະຕ້ອງນໍາໃຊ້ນໍ້າຈາກຊົນລະປະທານນໍ້າທາ 3 ຍັງບໍ່ທັນໄດ້ລົງມືທໍາການຜະລິດ ແລະ ນາທົ່ງແປນ 190 ເຮັກຕາ, ທົ່ງກາງ 115 ເຮັກຕາ, ທົ່ງນານໍ້າຢາງ 315 ເຮັກຕາ ເຊິ່ງນາຢູ່ຫາງທົ່ງບໍ່ທັນໄດ້ທໍາການຜະລິດ. ນອກນັ້ນ, ຍັງມີນານໍາໃຊ້ຈາກສາຍນໍ້າຫ້ວຍນໍ້າຮ່ອງນ້ອຍແຫ່ງຕ່າງໆແມ່ນລໍຄອຍຖ້າຈາກນໍ້າຝົນຈຶ່ງຈະໄດ້ທໍາການຜະລິດເຂົ້ານາປີ.

ທ່ານ ຄໍາອາລິສອນ ເທບປັນຍາ ຫົວໜ້າຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ກ່າວວ່າ: ການປັກດໍາເຂົ້ານາປີພາຍໃນແຂວງສໍາເລັດແລ້ວ 67% ຂອງເນື້ອທີ່ແຜນການ 54.000 ເຮັກຕາ. ໃນນີ້, ນາດໍາ 20.886 ເຮັກຕາ, ນາຫວ່ານແຫ້ງ 8.100 ເຮັກຕາ, ນາຫວ່ານຕົມ 7.102 ເຮັກຕາ. ຄຽງຄູ່ກັນນັ້ນ, ການປູກພືດສໍາເລັດແລ້ວ 46% ຂອງເນື້ອທີ່ແຜນການ 26.846 ເຮັກຕາ. ເຖິງຢ່າງໃດກໍຕາມ, ປັດຈຸບັນປະຊາຊົນພວມປະເຊີນກັບໄພແຫ້ງແລ້ງ ເຊິ່ງມັນມີຜົນກະທົບຫຼາຍຕໍ່ພື້ນທີ່ທໍາການຜະລິດ, ຕໍ່ກັບບັນຫາດັ່ງກ່າວທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ ກໍໄດ້ກະກຽມແນວພັນເພື່ອລົງຊຸກຍູ້ໃຫ້ແກ່ປະຊາຊົນໄດ້ປູກທົດແທນຄືນ. ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ດ້ານວຽກງານຊົນລະປະທານໃຫ້ແກ່ປະຊາຊົນຕາມ ຄວາມອາດສາມາດ.

ຂະນະທີ່ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້  ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນການປັກດໍາເຂົ້ານາປີ ສໍາເລັດແລ້ວ 87% ຂອງເນື້ອທີ່ແຜນການ 84.650 ເຮັກຕາ, ບັນຫາທີ່ເຮັດໃຫ້ການປັກດໍາເຂົ້ານາປີຕ້ອງຢຸດຊະງັກລົງກໍຍ້ອນໄພແລ້ງແກ່ຍາວ. ນອກຈາກນີ້, ເນື້ອທີ່ປັກດໍາແລ້ວກໍຍັງເປັນບັນຫາຢູ່ເນື່ອງຈາກຂາດນໍ້າ. ເຖິງຢ່າງໃດກໍຕາມ, ທາງພາກລັດກໍຄືພະແນກກະສິກໍາ ແລະ ປ່າໄມ້ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນເປັນຕົ້ນແມ່ນເຂດທີ່ມີຊົນລະປະທານກໍໄດ້ສົ່ງພະນັກງານທີ່ກ່ຽວຂ້ອງລົງໄປລະດົມໃຫ້ປະຊາຊົນນໍາໃຊ້ຈັກທັງຂະໜາດນ້ອຍ ແລະ ໃຫຍ່ ດູດນໍ້າໃສ່ນາໄປກ່ອນ, ສ່ວນເຂດທີ່ບໍ່ມີຊົນລະປະທານກໍໃຫ້ຄວາມຮູ້ໃນການຮັກສາຕົ້ນກ້າທີ່ຍັງບໍ່ທັນໄດ້ປັກດໍາໄວ້ກ່ອນ.

ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ຮອດປັດຈຸບັນທົ່ວແຂວງສະຫວັນນະເຂດສາມາດປັກດໍາເຂົ້ານາປີ ໄດ້ພຽງ 55% ເທົ່ານັ້ນ, ຈາກເນື້ອທີ່ທັງໝົດຂອງແຜນການ 209.500 ເຮັກຕາ, ໃຊ້ແນວພັນທັງໝົດ 12.570 ໂຕນ ແຕ່ສາມາດປະຕິບັດໄດ້ພຽງ 114.554 ເຮັກຕາ ສົມທຽບໃສ່ປີ 2018 ທີ່ຜ່ານ ແມ່ນຫຼຸດຄາດໝາຍຫຼາຍສົມຄວນເພາະໄລຍະດຽວກັນນີ້ສາມາດປະຕິບັດໄດ້ເຖິງ 82%. ສໍາລັບລະດູການປັກດໍາເຂົ້ານາປີ 2019 ນີ້ ແມ່ນພົບຂໍ້ຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນແມ່ນໄພແຫ້ງແລ້ງ, ບົ້ງຝູງທີ່ລົງກັດກິນກ້າ ແລະ ເຂົ້າປູກຂອງປະຊາຊົນ ເຊິ່ງເມືອງທີ່ໄດ້ຮັບຜົນກະທົບຈາກບົ້ງຝູງຫຼາຍທີ່ສຸດມີ 6 ເມືອງ ຄື: ເມືອງເຊໂປນ, ວິລະບູລີ, ພີນ, ອາດສະພອນ, ສອງຄອນ ແລະ ເມືອງຊົນນະບູລີ.

ສໍາລັບເຂດທີ່ຢູ່ໃກ້ຊົນລະປະທານແມ່ນບໍ່ໄດ້ຮັບຜົນກະທົບຈາກໄພແລ້ງ ແຕ່ເມືອງທີ່ຫ່າງໄກຈາກເຂດຊົນລະປະທານແມ່ນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ. ດັ່ງນັ້ນ, ຂະແໜງປູກຝັງກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງກໍບໍ່ໄດ້ຖືເບົາ, ສຸມໃສ່ທຸກເຫື່ອແຮງພະນັກງານວິຊາການລົງຈັດຕັ້ງປະຕິບັດໃນເຂດທີ່ໄດ້ຮັບຜົນກະທົບ ໂດຍການສົ່ງເສີມໃຫ້ປະຊາຊົນຫັນມາປູກພືດຊະນິດອື່ນແທນ ເປັນຕົ້ນແມ່ນ: ສາລີ, ຖົ່ວດິນ, ກ້ວຍ, ມັນຕົ້ນ, ໝາກໄມ້ກິນໝາກອື່ນໆ ເຊິ່ງສາມາດປະຕິບັດໄດ້18.301 ເຮັກຕາ ເທົ່າ 59% ຈາກເນື້ອທີ່ທັງໝົດຂອງແຜນການ 31.130 ເຮັກຕາ.