ທ່ານ ສົມຈິດ ຈັນທະວົງ ເຈົ້າເມືອງໆປາກລາຍຜູ້ໃໝ່

166

ໄລຍະນີ້ເກືອບວ່າທຸກເຂດແຂວງແມ່ນມີການໂຍກຍ້າຍສັບປ່ຽນຕຳແໜ່ງໃນວົງການພັກ-ລັດ ແລະລັດວິສາຫະກິດ ໜຶ່ງໃນນັ້ນມີເມືອງປາກລາຍ ແຂວງໄຊຍະບູລີ ໃນວັນທີ 23 ກໍລະກົດ 2019 ນີ້ ກໍໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ລະຫ່ວາງເຈົ້າເມືອງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເຂົ້າຮ່ວມຂອງ ທ່ານ ສົມລິດ ເປືອກແກ້ວ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ໂດຍມີບັນດາພະນັກງານຈາກຄະນະຈັດຕັ້ງແຂວງ, ການນຳຂອງເມືອງ, ພະນັກງານອາວຸໂສບໍານານ ຫົວໜ້າຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ.

 

 

ໃນພິທີໄດ້ມີການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 839/ຈຂ ຊຍ, ຂໍ້ຕົກລົງເລກທີ 709/ຈຂ.ຊຍ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງເລກທີ 379/ຄພຂ ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານໂດຍໄດ້ໂຍກຍ້າຍທ່ານ ບຸນລັບ ແສງອາພອນ ເຈົ້າເມືອງໆປາກລາຍຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ແລະ ໄດ້ແຕ່ງຕັ້ງ ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມາຮັບໜ້າທີ່ເປັນເຈົ້າເມືອງໆປາກລາຍຜູ້ໃໝ່.

 

 

ໃນໂອກາດນີ້, ທ່ານ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຈົ້າເມືອງຜູ້ເກົ່າໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ເຈົ້າເມືອງໆປາກລາຍຜູ້ໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ການນຳຂັ້ນຕ່າງໆໃຫ້ມີຄວາມໜັກແໜ້ນເຂັມແຂງ, ປະຕິບັດໜ້າທີ່ທີ່ພັກລັດມອບໝາຍໃຫ້, ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເພື່ອສືບຕໍ່ຊີ້ນຳນຳພາເມືອປາກລາຍໃຫ້ກ້າວຂຶ້ນຢ່າງບໍ່ຍຸດຢັ້ງ.

ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫ່ວາງເຈົ້າເມືອງໆປາກລາຍລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.