ອະຫິວາໝູອາຟຣິກາລາມໄປ 6 ແຂວງແລ້ວ ຫຼ້າສຸດເມືອງໄຊພົບໝູຕາຍກວ່າ 400 ໂຕ

36

ພາຍຫຼັງ ທີ່ພົບພະຍາດອະຫິວາໝູອາຟຣິກາລະບາດຄັ້ງທຳອິດຢູ່ ສປປ ລາວ ຢູ່ເມືອງຕຸ້ມລານ, ແຂວງ ສະລະວັນ ຫຼັງຈາກນັ້ນກໍ່ລະບາດໄປໃນຫຼາຍແຂວງເປັນຕົ້ນແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ຫົວພັນ, ຜົ້ງສາລີ ແລະ ຫຼ້າສຸດ ຢູ່ບ້ານໂຮມສຸກ ເມືອງ ໄຊ ແຂວງ ອຸດົມໄຊ ພົບໝູຕາຍຍ້ອນຕິດເຊື້ອອະຫິວາແລ້ວ 400 ກວ່າໂຕ ພ້ອມທັງປະກາດພື້ນທີ່ດັ່ງກ່າວເປັນເຂດສີແດງ.

 

ในภาพอาจจะมี สถานที่กลางแจ้ง

ພາບປະກອບຂ່າວ

 

ທ່ານ ສີວິໄສ ບຸນສະຫວັດ ວ່າການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄຊ ໄດ້ໃຫ້ຮູ້ວ່າ: ໃນວັນທີ 16 ກໍລະກົດ ຜ່ານມາຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳແລະປ່າໄມ້ແຂວງອຸດົມໄຊ ໄດ້ຮັບການລາຍງານຈາກຜູ້ປະກອບການລ້ຽງໝູ ຢູ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ ວ່າມີໝູເຈັບ ແລະ ຕາຍເປັນຈຳນວນຫຼາຍ.

 

ພາບປະກອບຂ່າວ

 

ຈາກນັ້ນ, ຂະແໜງລ້ຽງສັດ ກໍໄດ້ແຕ່ງຕັ້ງພະນັກງານສົມທົບກັບວິຊາການລ້ຽງສັດຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊລົງກວດພື້ນທີ່ ແລະ ສອບຖາມຜູ້ລ້ຽງທີ່ມີໝູເຈັບ ແລະ ຕາຍຈຳນວນ 9 ຄອບຄົວ ທີ່ລ້ຽງຢູ່ຈຸດດຽວກັນ. ຈາກນັ້ນ, ມາໃນວັນທີ 17 ກໍລະກົດ ວິຊາການໄດ້ເກັບຕົວຢ່າງເລືອດຈຳນວນ 3 ຕົວຢ່າງ ສົ່ງຫ້ອງວິໄຈພະຍາດສັດ ກົມລ້ຽງສັດ ແລະ ການປະມົງ. ມາຮອດວັນທີ 19 ກໍລະກົດ ຜ່ານການກວດວິໄຈຕົວຢ່າງແມ່ນພົບເຊື້ອພະຍາດອະຫິວາໝູອາຟຣິກກາ ຢູ່ບ້ານບ້ານໂຮມສຸກ ເຊິ່ງຈຸດທີ່ພົບການລະບາດ ແມ່ນ ກຸ່ມລ້ຽງໝູທີ່ລ້ຽງຢູ່ຈຸດດຽວກັນ ມີໝູລ້ຽງທັງໝົດ 660 ໂຕມາຮອດວັນທີ 22 ກໍລະກົດ 2019 ມີໝູຕາຍແລ້ວ 451 ໂຕ.

 

ในภาพอาจจะมี หนึ่งคนขึ้นไป

ພາບປະກອບຂ່າວ

 

ຕໍ່ສະພາບການດັ່ງກ່າວ ປັດຈຸບັນວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງພື້ນທີ່ສຳຫລວດເກັບກຳຂໍ້ມູນ ແລະ ເຝົ້າລະວັງການລະບາດຂອງ ພະຍາດອະຫິວາໝູອາຟຣິກກາຢ່າງໃກ້ຊິດ ໂດຍກຳນົດເອົາເຂດດັ່ງກ່າວ ເປັນເຂດແດງໃນການເຝົ້າລະວັງເຄັ່ງຄັດ ຫ້າມເດັດຂາດບໍ່ໃຫ້ມີການເຄື່ອນຍ້າຍ.

ສຳລັບຈຸດທີ່ກວດພົບເຊື້ອແມ່ນຕ້ອງທຳລາຍໝົດ ແລະ ກໍານົດເອົາເຂດລັດສະໝີ 5 ກິໂລແມັດມົນທົນ ຈາກຈຸດກວດພົບເຊື້ອເປັນເຂດເຫຼືອງ ໂດຍບໍ່ອານຸຍາດໃຫ້ມີການເຄື່ອນຍ້າຍ ແລະ ຂ້າໝູທຸກປະເພດ, ຈາກເຂດເຫຼືອງ ອອກໄປແມ່ນກຳນົດເປັນເຂດຂຽວ, ຫ້າມມີການນຳເຂົ້າ ແລະ ສົ່ງອອກໝູທຸກຊະນິດ. ພ້ອມທັງແຈ້ງມາຍັງປະຊາຊົນພາຍໃນເມືອງ ໄຊ ຫ້າມມີການຈໍາໜ່າຍຊີ້ນໝູ ແລະ ບໍ່ຄວນບໍລິໂພກຊີ້ນໝູໃນຊ່ວງໄລຍະນີ້ ຈົນກວ່າສະພາບກັບຄືນສູ່ປົກກະຕິ ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມໄປສູ່ວົງກວ້າງ.

 

ในภาพอาจจะมี สถานที่กลางแจ้ง

ພາບປະກອບຂ່າວ