ອິນເດຍ ສົ່ງຈະຫຼວດນໍາສົ່ງຍານສໍາຫຼວດດວງຈັນ

23 Jul 2019

ຄລິກແຊຣ໌ 0 Facebook WhatsApp

ສໍານັກຂ່າວເອເອັຟພີລາຍງານຈາກປະເທດອິນເດຍ ເມື່ອວັນຈັນ ທີ 22 ກໍລະກົດ ວ່າ ຍານຈັນທຣາຍານ 2 ຍານສໍາຫຼວດດວງຈັນຖືກສົ່ງຂຶ້ນໄປກັບຈະຫຼວດນໍາສົ່ງ ເມື່ອເວລາ 14:43 ໂມງ ຂອງວັນຈັນ ທີ 22 ກໍລະກົດ ຕາມເວລາທ້ອງຖິ່ນ ກົງກັບ 16:13 ໂມງ ຂອງວັນດຽວກັນ ຕາມເວລາໃນປະເທດລາວ ຈາກສູນອະວະກາດສາທິດ ຕາວັນ ເທິງເກາະນອກຝັ່ງລັດອານທອນປະເທດ ດ້ວຍສຽງຕົບມືຍິນດີດັງກ້ອງໃນຫ້ອງຄວບຄຸມພາລະກິດ ຂະນະທີ່ ຈະຫຼວດຍິງຂຶ້ນໄປສູ່ທ້ອງຟ້າເໜືອມະຫາສາມຸດອິນເດຍ ແລະ ສູນຄວບຄຸມພາລະກິດສໍາຫຼວດດວງຈັນ ປະກາດວ່າ ຍານສໍາຫຼວດໄດ້ແຍກຕົວອອກຈາກຈະຫຼວດນໍາສົ່ງໄດ້ຢ່າງປອດໄພ ໂດຍບໍ່ມີບັນຫາ.

ในภาพอาจจะมี ท้องฟ้า, กลางคืน และสถานที่กลางแจ้ง

ທ່ານເຄ ສິວັນ ປະທານອົງການວິໄຈອະວະກາດອິນເດຍ ກ່າວວ່າ ມື້ນີ້ເປັນວັນແຫ່ງປະຫວັດສາດສໍາຄັນດ້ານອະວະກາດວິທະຍາການ ແລະ ເທັກໂນໂລຢີຂອງອິນເດຍ.
ການສົ່ງຈະຫຼວດນໍາສົ່ງຍານສໍາຫຼວດດວງຈັນ ມູນຄ່າ 140 ລ້ານໂດລາ ມີຂຶ້ນໜຶ່ງອາທິດ ຫຼັງກໍານົດເດີມເມື່ອວັນຈັນ ທີ 15 ກໍລະກົດຜ່ານມາ ທີ່ຈະສົ່ງຈະຫຼວດຂຶ້ນສູ່ທ້ອງຟ້າ ແຕ່ຕ້ອງຍົກເລີກ ໃນ 56 ນາທີ ກ່ອນເຖິງ ເວລາກໍານົດ ສາເຫດຍ້ອນເຊື້ອໄຟຮົ່ວໄຫຼ ໂດຍອິນເດຍ ພະຍາຍາມທີ່ຈະເປັນຊາດ ທີ 4 ຕໍ່ຈາກ ຣັສເຊຍ, ສະຫະລັດ ອາເມລິກາ ແລະ ຈີນ ໃນການນໍາຍານສໍາຫຼວດບິນລົງຈອດເທິງພື້ນຜິວດວງຈັນ.

ในภาพอาจจะมี ท้องฟ้า, กลางคืน และสถานที่กลางแจ้ง

ในภาพอาจจะมี 2 คน, ผู้คนกำลังยืน, หน้าจอ และสถานที่ในร่ม

ຍານສໍາຫຼວດຈັນທຣາຍານ 2 ນ້ໍາໜັກ 2,4 ໂຕ້ນ ກໍານົດຈະຕ້ອງໂຄຈອນຮອບດວງຈັນ ເປັນໄລຍະ 1 ປີ ເຮັດໜ້າທີ່ຖ່າຍພາບຕ່າງໆຂອງພື້ນຜິວດວງຈັນ ເພື່ອຫາສັນລັກແຫຼ່ງນ້ໍາ ແລະ ສຶກສາເລື່ອງຊັ້ນບັນຍາກາດ ສ່ວນຍານທີ່ຈະລົງຈອດເທິງພື້ນຜິວດວງຈັນ ຊື່ວິກຣົມ ເອ ສາຣາໄພ ຊື່ດຽວກັບບິດາແຫ່ງໂຄງການອະວະກາດອິນເດຍ ກໍານົດລົງຈອດເທິງພື້ນຜິວດວງຈັນໃກ້ກັບຂົ້ວໃຕ້ ຄາດວ່າປະມານຕົ້ນເດືອນກັນຍາ ນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ