ອຸຕຸແຈ້ງ! 26-28 ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ທຸກພາກ

44

ຂ່າວໃໝ່ຫຼ້າສຸດ ກົມອຸຕຸຄາດຄະເນສະພາບອາກາດ ໃນໄລຍະວັນທີ 22-28 ກໍລະກົດ 2019ວ່າ: ໃນໄລຍະວັນທີ 22 ຫາ 25 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ພ້ອມດຽວກັນລົມຕາເວັນເວັນຕົກ-ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ບາງທ້ອງຖິ່ນແຂວງພາກໃຕ້.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

 

ຈາກນັ້ນ, ວັນທີ 26 ຫາ 28 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທັບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກຳລັງແຮງພັດປົກຄຸມ ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี สถานที่กลางแจ้ง

 

ໃນຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນປະລິມານນໍ້າຝົນປີ 2019 ໃນບົດລາຍງານ ການວິເຄາະສະຖານະການ ແລະ ຢັ້ງຢືນ ຄວາມເປັນຈິງຂອງປະລິມານນໍ້າແຫ້ງຜິດປົກກະຕິ ແລະ ຄາດຄະເນປະລິມານນໍ້າຝົນຂອງປີນີ້ (2019)ວ່າ:  ໃນໄລຍະຕົ້ນເດືອນກໍລະກົດ ຫາ ເດືອນກັນຍາ 2019 ຮ່ອງຝົນຍັງສືບຕໍ່ເຄື່ອນທີ່ພັດຜ່ານພາກກາງ. ພ້ອມດຽວກັນ, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, รถมอเตอร์ไซค์ และสถานที่กลางแจ้ง

 

ໃນໄລຍະກາງ ຫາ ທ້າຍເດືອນກັນຍາ 2019 ຮ່ອງຝົນຈະເຄື່ອນທີ່ພາດຜ່ານເຂດພາກ  ເໜືອ ແລະ ພາກກາງ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ຈະກໍ່ຕົວຢູ່ທະເລຈີນໃຕ້ ແລະ ເຂດມະຫາສະໝຸດປາຊີຟິກ ເຊິ່ງພາຍຸດັ່ງກ່າວຈະມີທ່າອ່ຽງເຄື່ອນທີ່ຜ່ານເຂດພາກເໜືອຂອງຫວຽດນາມຈໍານວນໜຶ່ງ. ຈາກນັ້ນ, ຈະຜ່ານພາກກາງ ແລະ ພາກເໜືອຂອງປະເທດລາວ ແລະ ຈະເຮັດໃຫ້ຝົນຕົກໜັກຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.

 

 

ในภาพอาจจะมี ข้อความ

ไม่มีคำอธิบายรูปภาพ

ในภาพอาจจะมี ข้อความ