ຮອງນາຍົກ ສະເໜີໃຫ້ຊາວໜຸ່ມອາຊຽນເອົາໃຈໃສ່ 4 ໜ້າວຽກບຸລິມະສິດ

67

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຊາວໜຸ່ມອາຊຽນເອົາໃຈໃສ່ 4 ໜ້າວຽກບຸລິມະສິດ ເປັນຕົ້ນການຊ່ວຍເຫຼືອສະໜັບສະໜູນຊາວໜຸ່ມປະເທດສະມາຊິກໃໝ່, ເພີ່ມທະວີແຜນງານພັດທະນາຜູ້ປະກອບການຊາວໜຸ່ມ, ການກຽມພ້ອມຮອບດ້ານໃນການຮັບມື ແລະ ຈັບໂອກາດໃນຍຸກ 4.0 ແລະ ເພີ່ມທະວີການພົວພັນຮ່ວມມືກັບຊາວໜຸ່ມປະເທດຄູ່ເຈລະຈາອາຊຽນ ແລະ ຄູຮ່ວມມືພາຍນອກ.

ວັນທີ 19 ກໍລະກົດ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ພາຍໃຕ້ຫົວຂໍ້: “ ການເສີມສ້າງບົດບາດຂອງຊາວໜຸ່ມໃນອາຊຽນ ເພື່ອການພັດທະນາທີ່ຍືນຍົງ ແລະ ການເຊື່ອມໂຍງກັບພາກພື້ນ ”​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ    ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາຕົວແທນຊາວໜຸ່ມຈາກບັນດາປະເທດອາຊຽນ – ອາຊຽນ + 3, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ຖືເປັນກຽດຢ່າງສູງທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ເປັນຄັ້ງທຳອິດ ເຊິ່ງເປັນຂີດໝາຍ ແລະ ເຫດການທາງປະຫວັດສາດທີ່ສຳຄັນອີກເຫດການໜຶ່ງ ສຳລັບ ສປປ ລາວ. ກອງປະຊຸມໃນຄັ້ງນີ້ແມ່ນເວທີທີ່ສຳຄັນຂອງອາຊຽນ ເພື່ອສົ່ງເສີມການຮ່ວມມືວຽກງານຊາວໜຸ່ມອາຊຽນ, ເພື່ອເສີມຂະຫຍາຍຄວາມຮັບຮູ້ກ່ຽວກັບອາຊຽນ ແລະ ຄວາມເທົ່າທຽມກັນ ກໍຄືການຮ່ວມມືກັນໃນການເສີມສ້າງສັນຕິພາບ, ການພັດທະນາ ແລະ ຄວາມວັດທະນະຖາວອນ ຂອງພາກພື້ນອາຊຽນ.

ພວກເຮົາ, ລັດຖະມົນຕີຊາວໜຸ່ມອາຊຽນ ມີຄວາມມຸ່ງມາດປາຖະໜາທີ່ຈະເຮັດວຽກຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍຈຸດປະສົງຂອງບັນດານະໂຍບາຍການພັດທະນາຊາວໜຸ່ມ ໃຫ້ປາກົດຜົນເປັນຈິງ ດັ່ງທີ່ໄດ້ກຳນົດໄວ້ໃນວາລະການພັດທະນາຊາວໜຸ່ມກົວລາລໍາເປີ, ວິໄສທັດປະຊາຄົມອາຊຽນ 2025​ ແລະ ແຜນແມ່ບົດປະຊາຄົມວັດທະນະທຳ – ສັງຄົມອາຊຽນ ປີ 2025 ທີ່ສອດຄ່ອງກັບຫຼັກການ ແລະ ຈຸດປະສົງຂອງກົດບັດອາຊຽນ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ວຽກງານຊາວໜຸ່ມ ແມ່ນໜຶ່ງໃນຂົງເຂດວຽກງານການພັດທະນາທີ່ສຳຄັນຢ່າງຍິ່ງ ເພາະຊາວໜຸ່ມຄືອະນາຄົດຂອງຊາດ ໃນການພັດທະນາເສດຖະກິດ – ສັງຄົມ. ດັ່ງນັ້ນ, ວຽກງານພັດທະນາຊາວໜຸ່ມຖືເປັນບຸລິມະສິດ, ສຸມໃສ່ກໍ່ສ້າງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງຮອບດ້ານ, ມີຄວາມສາມາດສູງ, ມີຫົວຄິດປະດິດສ້າງ, ມີຄວາມສະດຸ້ງໄວໃນການຖືເອົາກາລະໂອກາດ ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ການປະຕິວັດອຸດສາຫະກຳ 4.0, ໄດ້ຮັບການສຶກສາທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສຳຄັນຈະຕ້ອງເຮັດແນວໃດໃຫ້ຊາວໜຸ່ມອາຊຽນທຸກຄົນໄດ້ຮັບການພັດທະນາເທົ່າທຽມກັນ ໂດຍບໍ່ປະປ່ອຍຊາວໜຸ່ມຄົນໃດຄົນໜຶ່ງ ຫຼື ຊາວໜຸ່ມປະເທດໃດໜຶ່ງໄວ້ຂ້າງຫຼັງ.

ເພື່ອເຮັດໃຫ້ຊາວໜຸ່ມອາຊຽນມີ ຄວາມເຂັ້ມແຂງຮອບດ້ານ, ຊາວໜຸ່ມອາຊຽນຕ້ອງຮ່ວມແຮງຮ່ວມໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຊາວໜຸ່ມບັນດາປະເທດສະມາຊິກເກົ່າ ແລະ ສະມາຊິກໃໝ່ອາຊຽນ ດ້ວຍການເພີ່ມການໄປ – ມາຫາສູ່ກັນ, ຊ່ວຍສ້າງຂີດຄວາມສາມາດ ແລະ ແລກປ່ຽນບົດຮຽນນຳກັນ.

ສຳລັບ ສປປ ລາວ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນນາມເປັນອົງການຈັດຕັ້ງຕາງໜ້າຊາວໜຸ່ມລາວທົ່ວປະເທດ ໄດ້ເລັ່ງໃສ່ການສ້າງນະໂຍບາຍຊາວໜຸ່ມແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ໃນຂອບເຂດທົ່ວປະເທດ ແລະ ໄດ້ສຶກສາຄົ້ນຄວ້າແຜນຍຸດທະສາດທີ່ເຊື່ອມໂຍງກັບນະໂຍບາຍການພັດທະນາຊາວໜຸ່ມອາຊຽນ ເພື່ອເປັນພື້ນຖານປະກອບເຂົ້າໃນການສ້າງຄວາມເຂັ້ມແຂງຂອງອາຊຽນ.

ທ່ານຮອງນາຍົກ ຍັງກ່າວຕື່ມວ່າ: ຕໍ່ກັບສະພາບການຂອງໂລກທີ່ຜັນແປສະຫຼັບສັບຊ້ອນບໍ່ສາມາດຄາດກະໄດ້ ລວມທັງມີສິ່ງທ້າທາຍ ແລະ ໂອກາດ ແລະ ເພື່ອບັນລຸໄດ້ການຜັນຂະຫຍາຍກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ນີ້, ຊາວໜຸ່ມອາຊຽນຕ້ອງເອົາໃຈໃສ່ຕື່ມ 4 ໜ້າວຽກບຸລິມະສິດ ເຊັ່ນ: 1). ຊາວໜຸ່ມບັນດາປະເທດສະມາຊິກເກົ່າຕ້ອງສືບຕໍ່ຊ່ວຍເຫຼືອຊາວໜຸ່ມປະເທດສະມາຊິກອາຊຽນໃໝ່ ເປັນຕົ້ນ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ທາງດ້ານເຕັກນິກວິຊາການ ກໍຄືແລກປ່ຽນບົດຮຽນໄປ – ມາຫາສູ່ໃຫ້ຫຼາຍຂຶ້ນ; 2). ເພີ່ມທະວີແຜນງານ, ໂຄງການພັດທະນາຜູ້ປະກອບການຊາວໜຸ່ມ ໂດຍສະເພາະຜູ້ປະກອບການຊາວໜຸ່ມເພດຍິງ; 3). ກຽມຄວາມພ້ອມຮອບດ້ານຂອງຊາວໜຸ່ມອາຊຽນ ເພື່ອຮັບມື ແລະ ຈັບເອົາໂອກາດຈາກຄວາມກ້າວໜ້າຂອງເຕັກໂນໂລຊີ ແລະ ການປະຕິວັດອຸດສາຫະກຳ 4.0 ໂດຍບໍ່ຖິ້ມຜູ້ໃດຜູ້ໜຶ່ງໄວ້ທາງຫຼັງ ແລະ 4). ຕັ້ງໜ້າອອກແຮງສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຊາວໜຸ່ມປະເທດຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອພ້ອມກັນກ້າວຂຶ້ນ ແລະ ປະກອບສ່ວນເຂົ້າໃນການເຮັດໃຫ້ພາກພື້ນ ກໍຄືສາກົນ ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນະຖາວອນ.