ເຂົ້າຂັ້ນວິກິດ! ຫຼວງນໍ້າທາປະສົບໄພແລ້ງ ຊາວນາບໍ່ສາມາດປັກດຳໄດ້

65

 ປີນີ້, ການຜະລິດເຂົ້ານາປີຢູ່ແຂວງຫຼວງນໍ້າທາ ໂດຍສະເພາະຢູ່ທົ່ງພຽງເມືອງຫຼວງນໍ້າທາ ຖືວ່າຫຼ້າຊ້າກວ່າທຸກໆປີ ປັດຈຸບັນມີເນື້ອທີ່ນາຫຼາຍເຮັກຕາ ບໍ່ສາມາດທໍາການຜະລິດເຂົ້ານາປີໄດ້ ຍ້ອນແມ່ນໍ້າສາຍຕ່າງໆບົກແຫ້ງ, ຝົນບໍ່ຕົກພື້ນທີ່ນາຂາດນ້ຳຈິ່ງຈຳເປັນປ່ອຍໄປຕາມສະພາບການ.

 

 

ຕໍ່ກັບເຫດການດັ່ງກ່າວ ໃນວັນທີ 16 ກໍລະກົດ 2019 ຜ່ານມາ ທ່ານ ບຸນຍີ່  ແກ້ວຄຸນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງໆຫຼວງນໍ້າທາ ພ້ອມດ້ວຍທ່ານ ເຈີ ສັນຕິສຸກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ມີພະນັກງານວິຊາການຈາກແຂວງ ແລະ ເມືອງ ໄດ້ລົງກວດກາການຜະລິດເຂົ້ານາປີຂອງຊາວກະສິກອນເຂດທົ່ງພຽງເມືອງຫຼວງນໍ້າທາປາກົດເຫັນວ່າ ເນື້ອທີ່ນາ 2 ສ່ວນ 3 ຂອງພື້ນທີ່ນາ 3.300 ກວ່າເຮັກຕາທົ່ວເມືອງໄດ້ທໍາການຜະລິດເຂົ້ານາປີ ຍ້ອນມີລະບົບນໍ້າຊົນລະປະທານ ສະໜອງໃຫ້ແກ່ການຜະລິດ, ໄດ້ປັກດໍາໄປບາງສ່ວນ ແລະ ອີກສ່ວນໜຶ່ງແມ່ນຍັງບໍ່ທັນໄດ້ທໍາການຜະລິດເຂົ້ານາປີ.

 

 

ສາເຫດຍ້ອນນາຢູ່ຫ່າງຈາກຊົນລະປະທານ ແລະ ແມ່ນໍ້າແຕ່ລະສາຍບົກແຫ້ງ, ນໍ້າຄອງເໝືອງໄປບໍ່ເຖິງ ອີກປະການໜຶ່ງຝົນບໍ່ຕົກຈຶ່ງເຮັດໃຫ້ການຜະລິດເຂົ້ານາປີບໍ່ສໍາເລັດຕາມລະດູການ ຖືວ່າຫຼ້າຊ້າກວ່າທຸກໆປີຜ່ານມາ.

 

 

ໃນນີ້, ເຂດທີ່ກະທົບໜັກກວ່າໝູແມ່ນເຂດນາທົ່ງປຸ່ງ ມີເນື້ອທີ່ນາ 212 ເຮັກຕາ ປະສົບໄພແຫ້ງແລ້ງ, ປະຊາຊົນຍັງບໍ່ທັນໄດ້ລົງມືຕົກກ້າ ແລະ ຄາດໄຖເປັນຈໍານວນຫຼາຍ, ຖັດມາແມ່ນນາເຂດທົ່ງຂວາ ເຂດນາທົ່ງຝັ່ງຊ້າຍແມ່ນໍ້າທາຈໍານວນ 850 ເຮັກຕາ ທີ່ຈະຕ້ອງນໍາໃຊ້ນໍ້າຈາກຊົນລະປະທານນໍ້າທາ 3 ຍັງບໍ່ທັນໄດ້ລົງມືທໍາການຜະລິດ ແລະ ນາທົ່ງແປນ 190 ເຮັກຕາ, ທົ່ງກາງ 115 ເຮັກຕາ, ທົ່ງນານໍ້າຢາງ 315 ເຮັກຕາ ເຊິ່ງນາຢູ່ຫ່າງທົ່ງບໍ່ທັນໄດ້ທໍາການຜະລິດ ນອກນັ້ນ, ຍັງມີນານໍາໃຊ້ຈາກສາຍນໍ້າຫ້ວຍນໍ້າຮ່ອງນ້ອຍແຫ່ງຕ່າງໆແມ່ນລໍຄອຍຖ້າຈາກນໍ້າຝົນຈິ່ງຈະໄດ້ທໍາການຜະລິດເຂົ້ານາປີ.

 

 

ໂອກາດນີ້ທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຊາວກະສິກອນ ພ້ອມທັງເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນພະແນກກະສິກໍາ ແລະ ປ່າໄມ້ແຂວງ ສົມທົບກັບເມືອງ ໃຫ້ເອົາໃຈໃສ່ຕິດຕາມກວດກາ ສະເໜີລາຍງານເປັນແຕ່ລະໄລຍະ, ເຂດໃດທີ່ຍັງບໍ່ທັນໄດ້ລົງມືທໍາການຜະລິດເຂົ້ານາປີ ໃຫ້ເລັ່ງຫາວິທີທາງແກ້ໄຂຕາມທີ່ມີເງື່ອນໄຂເຊັ່ນ: ເຂດນາທົ່ງປຸ່ງ ສາມາດດູດນໍ້າຈາກແມ່ນໍ້າທຸງ ແມ່ນຈະໄດ້ຄົ້ນຄວ້າຫາວັດຖຸອຸປະກອນ, ຈັກສູບນໍ້າ ມາຕິດຕັ້ງ ເພື່ອເອົານໍ້າເຂົ້າໃຫ້ປະຊາຊົນໄດ້ຕົກກ້າ ແລະ ທົ່ງນາເຂດອື່ນໆທີ່ມີເງື່ອນໄຂ, ຖ້າແຫ່ງໃດບໍ່ສາມາດຜະລິດເຂົ້ານາປີ ຫຼ້າຊ້າບໍ່ທັນຕາມລະດູການຈະໄດ້ລົງກະຕຸກຊຸກຍູ້ປະຊາຊົນຫັນໄປປູກພືດຊະນິດອື່ນທົດແທນເຊັ່ນ ປູກສາລີ ແລະ ພືດລົ້ມລຸກຊະນິດອື່ນໆເພື່ອແກ້ໄຂທົດແທນ.