ເຈົ້າໜ້າທີ່ພາສີສະໜາມບິນວັດໄຕ ຢຶດຢາໄອສ໌ 4,2 ກິໂລ ຈາກຊາວກຳປູເຈຍ

92

ເຈົ້າໜ້າທີ່ພາສີປະຈຳສະໜາມບິນສາກົນວັດໄຕ ສາມາດຈັບກຸມຜູ້ຄ້າ – ຂາຍຢາເສບຕິດພ້ອມຂອງກາງ ຢາໄອສ໌  4,2 ກິໂລ. ຈາກນັ້ນ, ກໍໄດ້ມອບໃຫ້ເຈົ້າໜ້າທີ່ ປກສ ດຳເນີນຄະດີຕາມກົດໝາຍ.

ພິທີມອບ – ຮັບຢາເສບຕິດດັ່ງກ່າວມີຂຶ້ນໃນອາທິດຜ່ານມາ ໂດຍຕາງໜ້າມອບຂອງ ທ່ານ ວິດາວອນ ໂສມສະເຫຼົາ ຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ແລະ ຕາງໜ້າຮັບແມ່ນເຈົ້າໜ້າທີ່ ປກສ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍການເຂົ້າຮ່ວມຂອງທ່ານຮອງຫົວໜ້າກອງຄຸ້ມຄອງພາສີ V, ຄະນະດ່ານພາສີສາກົນສະໜາມບິນວັດໄຕ, ຫົວໜ້າ ຕມ ສະໜາມບິນສາກົນວັດໄຕ, ກອງຄຸ້ມຄອງສະໜາມບິນ, ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບ – ຮັບຢາເສບຕິດປະເພດຢາໄອສ໌ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ( ປກສ ) ແມ່ນອີງໃສ່ບົດບັນທຶກການຢຶດສິນຄ້າເຄື່ອງຂອງປະເພດເກືອດຫ້າມທີ່ເຈົ້າໜ້າທີ່ພາສີປະຈຳສະໜາມບິນສາກົນວັດໄຕສາມາດຢຶດຢາເສບຕິດໄດ້ ແລະ ຈັບກຸມຜູ້ຖືກຫາໄດ້ໃນວັນທີ 30 ພຶດສະພາ 2019 ໃນເວລາ 10:10 ໂມງ, ທີ່ສະໜາມບິນສາກົນວັດໄຕ, ຊື່ Ms Sen Sopheap ສັນຊາດກຳປູເຈຍ ຖືໜັງສືພັດສະປອດ N1715164 ລົງວັນທີ 11/06/2014 ຜູ້ກ່ຽວຈະເດີນທາງໄປຕ່າງປະເທດນໍາຖ້ຽວບິນ WE573 Vientiane – Bangkok ແລ້ວຕໍ່ຍົນໄປມາເລເຊຍຖ້ຽວບິນ TG 624 Bangkok-Manila ໄດ້ນໍາກະເປົາເຄື່ອງນຸ່ງຫົ່ມມາແຈ້ງປີ້ຕໍ່ເຈົ້າໜ້າທີ່ປະຈຳສະໜາມບິນ ເມື່ອເຈົ້າໜ້າທີ່ນໍາກະເປົາໄປສະແກນເຫັນວ່າໃນກະເປົາດັ່ງກ່າວມີວັດຖຸຕ້ອງສົງໄສ ຈຶ່ງໄດ້ປະສານນຳເຈົ້າໜ້າທີ່ພາສີ, ໜ່ວຍງານກວດກາ, ຕໍາຫຼວດທີ່ຕັ້ງປະຈຳດ່ານຕໍມໍ, ກວດກາເບິ່ງຕົວຈິງພົບເຫັນຢາເສບຕິດປະເພດຢາໄອສ໌ ( ICE ) ທີ່ຊຸກເຊື່ອງໃນກະເປົາເດີນທາງ ຈໍານວນ 1 ຫໍ່ ລວມນໍ້າໜັກ 4,2 ກິໂລກຣາມ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງປະຈໍາສະໜາມບິນວັດໄຕ ຈຶ່ງໄດ້ເຮັດບົດບັນທຶກຢຶດຢາໄອສ໌ ແລະ ຈັບກຸມຜູ້ຖືກຫາ ຈໍານວນ 1 ຄົນ, ສ່ວນຂອງກາງຢາເສບຕິດປະເພດຢາໄອສ໌ ( ICE ) ແມ່ນເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນສະໜາມບິນວັດໄຕເປັນຜູ້ຮັກສາໄວ້ ເພື່ອລໍຖ້າການສືບສວນ – ສອບສວນເພື່ອດໍາເນີນຄະດີ, ສ່ວນຜູ້ຖືກຫາຊື່ Ms Sen Sopheap ສັນຊາດ ກຳປູເຈຍ ຖືໜັງສືພັດສະປອດ N1715164 ລົງວັນທີ 11/06/2014 ມອບໃຫ້ເຈົ້າໜ້າທີ່ ປກສ ດຳເນີນການຂະຫຍາຍຜົນເພື່ອໄປດໍາເນີນຄະດີຕາມລະບຽບກົດໝາຍ.

ຫຼັກການ – ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີແມ່ນປະຕິບັດຕາມກົດໝາຍພາສີທີ່ສະພາແຫ່ງຊາດຮັບຮອງເອົາເປັນອົງການສືບສວນ – ສອບສວນ, ມີໜ້າທີ່ເຄື່ອນໄຫວຕ້ານ ແລະ ສະກັດກັ້ນສິນຄ້າເຖື່ອນ, ສາມາດສືບສວນ – ສອບສວນ, ຮັກສາຂອງກາງໄວ້ເປັນຫຼັກຖານໃນການດໍາເນີນຄະດີ ສໍາລັບສິນຄ້າປະເພດຄວບຄຸມ ແລະ ເກືອດຫ້າມ ເຊັ່ນ: ອາວຸດເສິກ, ຢາເສບຕິດ, ວັດຖຸອອກລິດຕໍ່ຈິດປະສາດ, ສານເຄມີອັນຕະລາຍ ຫຼື ປະເພດເກືອດຫ້າມອື່ນໆບັນຍັດໄວ້ໃນມາດຕາ 31 ຂອງກົດໝາຍວ່າດ້ວຍພາສີ. ພ້ອມດຽວກັນນີ້, ຍັງໄດ້ມີການຮ່ວມມືກັບສາກົນຕາມນະໂຍບາຍຂອງລັດຖະບານ, ປະຕິບັດສັນຍາ, ອະນຸສັນຍາ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ເພື່ອພັດທະນາວຽກງານພາສີ, ແລກປ່ຽນບົດຮຽນ, ຂໍ້ມູນ – ຂ່າວສານ ແລະ ເຕັກນິກວິຊາການພາສີອື່ນໆໃນການຄຸ້ມຄອງເຄື່ອງຂອງຜ່ານດ່ານພາສີຊາຍແດນ.

ສ່ວນໃນກໍລະນີເປັນສິນຄ້າເຄື່ອງຂອງທົ່ວໄປ ຫາກເຈົ້າໜ້າທີ່ ຫຼື ພາກສ່ວນອື່ນຈັບກຸມໄດ້ຕ້ອງໄດ້ສົ່ງມອບໃຫ້ເຈົ້າໜ້າທີ່ພາສີດໍາເນີນການເສຍພາສີ – ອາກອນ ເພື່ອປັບໃໝໃນການຈັດເກັບລາຍຮັບເຂົ້າງົບປະມານຕາມລະບຽບກົດໝາຍພາສີ.

[ ແຫຼ່ງຂ່າວ: ກະຊວງການເງິນ ]