ເສຍຊີວິດກວ່າ 600 ຄົນ! ຜົນກະທົບຈາກອຸທົກກະໄພ ໃນປະເທດອາຊີໃຕ້

43

ສະຖານະການນ້ໍາຖ້ວມໜັກໃນຫຼາຍປະເທດເຂດອາຊີໃຕ້ ຕັ້ງແຕ່ຕົ້ນເດືອນນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກັນຫຼາຍກວ່າ 600 ຄົນແລ້ວ ລະຫວ່າງຄວາມວິຕົກກັງວົນເລື່ອງການເກີດໂຣກລະບາດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອັງຄານ ທີ 23 ກໍລະກົດ ກ່ຽວກັບສະຖານະການອຸທົກກະໄພໃນອາຊີໃຕ້ ເຊິ່ງເກີດຂຶ້ນເມື່ອຕົ້ນເດືອນນີ້ ແລະ ຍັງສ້າງ ຄວາມເສຍຫາຍເປັນພື້ນທີ່ກວ້າງໃຫ້ແກ່ຫຼາຍປະເທດ ໂດຍສະເພາະອິນເດຍ, ເນປານ ແລະ ບັງກລາເທດ ຕະຫຼອດຈົນພື້ນທີ່ບາງສ່ວນຂອງປາກິດສະຖານ ວ່າ ສົ່ງຜົນກະທົບຕໍ່ປະຊາຊົນລວມກັນຫຼາຍກວ່າ 10 ລ້ານຄົນ ເນື່ອງຈາກຝົນຍັງຕົກລົງມາຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ລະດັບນ້ໍາໃນແມ່ນ້ໍາພຣົມມະບຸດ river Brahmaputra ທີ່ໄຫຼຜ່ານອິນເດຍ ແລະ ບັງກລາເທດນັ້ນ ເຮັດສະຖິຕິສູງທີ່ສຸດ ໃນຮອບ 44 ປີ ເມື່ອວັນອາທິດ ຜ່ານມາ ຍື່ງລົ້ນໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ ແລະ ພື້ນທີ່ກະສິກໍາ ເຊິ່ງບໍ່ມີແນວໂນ້ມວ່າຈະຫຼຸດລະດັບລົງ ສ່ວນລະັບນໍ້າໃນແມ່ນໍ້າຄົງຄາຍື່ງສູງລົ້ນຕາຝັ່ງເຊັ່ນກັນ.

ในภาพอาจจะมี 8 คน, ผู้คนกำลังนั่ง

ในภาพอาจจะมี 2 คน, ผู้คนกำลังยืน, สถานที่กลางแจ้ง และธรรมชาติ

ທັງນີ້ ທາງການລັດພິຫານ, ລັດອັສສໍາ ແລະ ລັດອຸດຕະຣະປະເທດ ເຊິ່ງຢູ່ທາງພາກເໜືອຂອງອິນເດຍ ລາຍງານຈໍານວນຜູ້ເສຍຊີວິດລວມກັນ ຢ່າງໜ້ອຍ 467 ຄົນ ນອກຈາກນີ້, ລັດອຸດຕະຣະປະເທດ ຍັງມີລາຍງານການເກີດຟ້າຜ່າຮຸນແຮງ ໃນພື້ນທີ່ຫຼາຍແຫ່ງ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກັນຢ່າງໜ້ອຍ 37 ຄົນ ຂະນະທີ່ ປະເທດເນປານ ເຊິ່ງລັກສະນະພູມສາດປະເທດສ່ວນໃຫຍ່ເປັນພູສູງ ແລະ ພື້ນທີ່ຮາບສູງ ໄດ້ລາຍງານຈໍານວນຜູ້ເສຍຊີວິດ ຢ້າງໜ້ອຍ 90 ຄົນ  ແລະ ສູນຫາຍ 30 ຄົນ ສ່ວນປາກິດສະຖານ ເຊິ່ງໄດ້ຮັບຜົນກະທົບາກອຸທົກກະໄພຄັ້ງນີ ໃນບາງເຂດ ໂດຍລາຍງານຈໍານວນຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ.

ในภาพอาจจะมี สถานที่กลางแจ้ง

ในภาพอาจจะมี ท้องฟ้า, มหาสมุทร, ต้นไม้, สถานที่กลางแจ้ง, น้ำ และธรรมชาติ

ດ້ານສະຖານະການໃນບັງກລາເທດໜ້າເປັນຫ່ວງ ໂດຍສະເພາະທີ່ຄ້າຍຜູ້ລີ້ໄພຊາວໂຣຮີນຈາ ໃນເມືອງຄັອກຊ໌ ບາຊາຣ໌ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເນື່ອງຈາກມີຜູ້ລີ້ໄພອາໄສຢູ່ກັນຢ່າງແອອັດຫຼາຍກວ່າ 7ແສນຄົນ ເຖິງຍັງບໍ່ມີການເປີດເຜີຍຈໍານວນຜູ້ເສຍຊີວິດຢ່າງເປັນທາງການ  ແຕ່ປະລິມານນ້ໍາຝົນຖ້ວມຂັງສູງໃນຫຼາຍຈຸດຂອງສູນພັກພິງ ອາດເປັນບ່ອນເກີດຂອງພະຍາດຕິດຕໍ່.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ต้นไม้, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, สถานที่กลางแจ้ง และน้ำ