ເອກົວດໍ ທົດລອງເຄືອຂ່າຍ 5ຈີ ໃນປະເທດ ໂຫຼດຮູບເງົາ 2 ຊົ່ວໂມງ ພຽງ 8 ວິນາທີ ເທົ່ານັ້ນ

209

ເມື່ອບໍ່ດົນມານີ້ ຫົວເຫວີ່ຍ (Huawei) ບໍລິສັດເທັກໂນໂລຢີລາຍໃຫຍ່ຂອງຈີນ ຮ່ວມກັບບໍລິສັດການສື່ສານໂທລະຄົມມະນາຄົມແຫ່ງຊາດຂອງເອກົວດໍ ດໍາເນີນການທົດລອງເທັກໂນໂລຢີເຄືອຂ່າຍໄຮ້ສາຍ 5ຈີ (5G) ໃນເອກົວດໍ ເປັນຄັ້ງທໍາອິດ.

ລາຍງານລະບຸວ່າ ທ່ານເລນິນ ໂມເຣໂນ ປະທານາທິບໍດີເອກົວດໍ ແລະ ທ່ານແອນເດຣຍສ໌ ມິເຊເລນາ ລັດຖະມົນຕີກະຊວງການສື່ສານໂທລະຄົມມະນາຄົມຂອງເອກົວດໍ ໄດ້ເຂົ້າຮ່ວມການທົດລອງດັ່ງກ່າວ ເຊິ່ງຈັດຂຶ້ນໃນນະຄອນຫຼວງກີໂຕ ດ້ວຍ.

ในภาพอาจจะมี หนึ่งคนขึ้นไป

ທ່ານມິເຊເລນາ ໄດ້ຮ່ວມທົດລອງຄວາມວ່ອງໄວຂອງເຄືອຂ່າຍໄຮ້ສາຍ 5G ດ້ວຍການດາວໂຫຼດໄຟລ໌ຮູບເງົາທີ່ມີຄວາມຍາວ 2 ຊົ່ວໂມງ ເທິງໂທລະສັບມືຖື 5G ຂອງຫົວເຫວີ່ຍ ເຊິ່ງການດາວໂຫຼດແລ້ວສໍາເລັດ ພາຍໃນໄລຍະເວລາພຽງ 8 ວິນາທີ ເທົ່ານັ້ນ.

“ພວກເຮົາກຽມຄວາມພ້ອມ ສໍາລັບຍຸດທະສາດ “ເອກົວດໍ ດິຈິຕອລ (Ecuador Digital)” ທີ່ມຸ່ງໝັ້ນສ້າງເມືອງອັດສະລິຍະ, ການເຂົ້າເຖິງອິນເຕີເນັດ ແລະ ເທັກໂນໂລຢີຢ່າງທົ່ວເຖິງ, ການສ້າງຜູ້ປະກອບການ ແລະ ເສດຖະກິດດິຈິຕອລ” ທ່ານມິເຊເລນາ ກ່າວ.

ในภาพอาจจะมี หนึ่งคนขึ้นไป

ດ້ານປະທານາທິບໍດີໂມເຣໂນ ກ່າວວ່າ ການສ້າງຄວາມເປັນດິຈິຕອລ ຄື ອະນາຄົດ ພວກເຮົາຕ້ອງຮຽນຮູ້ການໃຊ້ວຽກເທັກໂນໂລຢີ 5G ນີ້ ໃຫ້ໄວທີ່ສຸດ ເພາະວ່າມັນຊ່ວຍພັດທະນາການສຶກສາ, ການສ້າງຜູ້ປະກອບການ ລວມເຖິງດ້ານອື່ນໆຂອງສັງຄົມ ແລະ ເສດຖະກິດໄດ້.

ທ່ານບັອບລີ ຜູ້ຈັດການທົ່ວໄປຂອງຫົວເຫວີ່ຍປະຈໍາເອກົວດໍ ເຜີຍວ່າ ບໍລິສັດການສື່ສານໂທລະຄົມມະນາຄົມແຫ່ງຊາດ ແລະ ຫົວເຫວີ່ຍ ຕ່າງມຸ່ງໝັ້ນພັດທະນາເທັກໂນໂລຢີ 5G ໃນເອກົວດໍ ເພື່ອຄວາມຮ່ວມມືໃນການພັດທະນາ ແລະ ຜົນປະໂຫຍດໃຫ້ແກ່ລູກຄ້າ.

ไม่มีคำอธิบายรูปภาพ

ທັງນີ້ ຄຸນສົມບັດຫຼັກຂອງເທັກໂນໂລຢີ 5G ຄື ແບນວິດ (bandwidth) ຫຼື ປະລິມານການຮັບ – ສົ່ງ ຂໍ້ມູນຂອງອິນເຕີເນັດທີ່ກວ້າງໃຫຍ່ຍິ່ງຂຶ້ນ ແລະ ຮອງຮັບການເຊື່ອມຕໍ່ອຸປະກອນເຄື່ອນທີ່ສູງສຸດ 1 ລ້ານໜ່ວຍຕໍ່ພື້ນທີ່ 1 ຕາລາງກິໂລແມັດ.

ປັດຈຸບັນ ປະເທດເອກົວດໍ ໃຊ້ເທັກໂນໂລຢີ ເຄືອຂ່າຍໄຮ້ສາຍ 4G ດ້ວຍອັດຕາການເຂົ້າເຖິງ (penetration rate) ຕ່ໍາກວ່າ 47%.