ຍັງວິກິດໜັກເຫດໄຟໄໝ້ປ່າ ໃນປັອກຕຸຍການ

41

ສະຖານະການໄຟປ່າໃນພາກກາງຂອງປະເທດປັອກຕຸຍການ ເຊິ່ງລຸກລາມ ເມື່ອທ້າຍອາທິດ ທີ່ຜ່ານມາ ຍັງຢູ່ໃນຂັ້ນວິກິດ ເພາະສະພາບອາກາດທີ່ຮ້ອນ ແລະ ພື້ນທີ່ແຫ້ງແລ້ງຫຼາຍ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລິສບອນ ປະເທດປັອກຕຸຍການ ເມື່ອວັນຈັນ ທີ 22 ກໍລະກົດ ກ່ຽວກັບຄວາມຄືບໜ້າຂອງສະຖານະການໄຟປ່າ ເຊິ່ງໄໝ້ລຸກລາມ ເມື່ອວັນເສົາ ທີ່ຜ່ານມາ ໃນເຂດກັສເຕໂລ ບຣອງໂກ ຕັ້ງຢູ່ທາງພາກກາງຂອງປະເທດ ຫ່າງຈາກນະຄອນຫຼວງລິສບອນ ໄປທິດຕາເວັນອອກສຽງເໜືອ ປະມານ 225 ກິໂລແມັດ ວ່າ ລັດຖະບານລະດົມກໍາລັງ ເຈົ້າໜ້າທີ່ດັບເພີງຫຼາຍກວ່າ 2 ພັນຄົນ ຮ່ວມດ້ວຍເຮລິຄອບເຕີ ແລະ ຍົນອີກຫຼາຍສິບລໍາ ເພື່ອສີດນ້ໍາ ແລະ ຫວ່ານສານເຄມີດັບເພີງ. ທັງນີ້ ມີລາຍງານຜູ້ໄດ້ຮັບບາເຈັບຫຼາຍກວ່າ 20 ຄົນ ມີທັງພົນລະເມືອງ ແລະ ເຈົ້າໜ້າທີ່ລະຫວ່າງຄວາມວິຕົກກັງວົນຂອງທຸກຝ່າຍ ວ່າ ໄຟປ່າອາດລຸກລາມຂະຫຍາຍພື້ນທີ່ກວ້າງ ພ້ອມກັບສະພາບອາກາດທີ່ຮ້ອນ ແລະ ແຫ້ງແລ້ງສຸດ ນອກຈາກນີ້, ບໍລິເວນນີ້ ຍັງເປັນຈຸດດຽວກັບທີ່ເກີດໄຟປ່າຫຼາຍຄັ້ງ ເມື່ອປີ 2017 ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, กลางคืน และสถานที่กลางแจ้ง

ດ້ານ ທ່ານເອດູອາໂດ ກາບຣິຕາ ລັດຖະມົນຕີກະຊວງພາຍໃນຂອງປັອກຕຸບການ ຍອມຮັບວ່າ ສະຖານະການ “ຍັງໜ້າເປັນຫ່ວງ” ແລະ ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງກໍາລັງຮ່ວມກັນສືບສວນສອບສວນ ວ່າ ໄຟປ່າຄັ້ງນີ້ ເກີດຂຶ້ນເອງຕາມທໍາມະຊາດ ຫຼື ເປັນ “ການລັກລອບຈູດ” ຂະນະທີ່ ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງປັອກຕຸຍການ ຄາດການອຸນຫະພູມໃນໄລຍະຕົ້ນອາທິດນີ້ ຈະສູງລະຫວ່າງ 35 – 38 ອົງສາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี ผู้คนกำลังยืน, กลางคืน, ท้องฟ้า, ไฟ, ต้นไม้, สถานที่กลางแจ้ง และธรรมชาติ

ອີກດ້ານໜຶ່ງສະຫະພາບເອີຣົບ (EU) ອອກຖະແຫຼງການ ພ້ອມມອບຄວາມຊ່ວຍເຫຼືອໃຫ້ແກ່ປັອກຕຸຍການທັນທີ ທີ່ໄດ້ຮັບການປະສານງານ ພ້ອມທັງເຜີຍລາຍງານດ້ວຍວ່າ ລະຫວ່າງ ເດືອນມັງກອນ ເຖິງ ເດືອນເມສາ ຂອງປີນີ້ ອັກຄີໄພໄຟປ່າໄດ້ເຜົາທໍາລາຍພື້ນທີ່ ໃນທະວີບເອີຣົບໄປແລ້ວຫຼາຍກວ່າ 250.000 ເຮັກຕ້າ ເພິ່ມຂຶ້ນ 69 ພັນເຮັກຕ້າ ຈາກໄລຍະເວລາດຽວກັນຂອງປີຜ່ານມາ ເຊິ່ງໄຟປ່າສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ 181.000 ເຮັກຕ້າ.

ในภาพอาจจะมี กลางคืน และสถานที่กลางแจ้ง