ລົດຂົນສົ່ງແຮງງານຕົກນ້ຳຂອງ ພົບຜູ້ເສຍຊີວິດແລ້ວ 2 ຄົນ ສູນຫາຍອີກ 4 ຄົນ

76

ອີງຕາມການລາຍງານຂອງໜັງສືພິມວຽງຈັນທາມ ຜ່ານໜ້າເຟສບຸກວ່າ ເກີດເຫດລົດຮັບ-ສົ່ງພະນັກງານຂອງໂຄງການເຂື່່ອນໄຟຟ້ານ້ຳຂອງໄຊຍະບູລີ ຕົກລົງນ້ຳຂອງເວລາ 6ໂມງເຊົ້າມື້ນີ້ 22 ກໍລະກົດ 2019 ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ສູນຫາຍ 4 ຄົນ ແລະ ບາດເຈັບອີກ 24 ຄົນ

 

 

 

.ທ່ານ ພັນໂທ ປ້ານ ບຸນປອນ ຮອງຫົວໜ້າຫ້ອງຕໍາຫຼວດປ້ອງກັນຄວາມສະຫງົບແຂວງໄຊຍະບູລີໄດ້ເປີດເຜີຍວ່າ: ລົດຮັບ-ສົ່ງພະນັກງານຂອງໂຄງການດັ່ງກ່າວໄດ້ຮັບພະນັກງານຈຳນວນ30 ຄົນ ລວມຄົນຂັບລົດ 1 ຄົນ, ຈາກບ່ອນພັກໄປເຮັດວຽກຢູ່ເຂື່່ອນຕາມປົກກະຕິ, ເມື່ອມາຮອດຈຸດເກີດເຫດທີ່ເປັນທາງໂຄ້ງລົດຄັນດັ່ງກ່າວໄດ້ເສຍຫຼັກ ແລ້ວຕົກລົງໄປນ້ຳຂອງ ເຊິ່ງມີຄວາມສູງ 7-8 ແມັດ ຖ້າວັດຈາກໜ້ານ້ຳຂຶ້ນຫາເທິງຝັ່່ງ.

 

ອີງຕາມການສືບສວນສອບສວນພົບວ່າ ສາເຫດອາດເກີດມາຈາກລະບົບຫ້າມລໍ້ລົດເຊິ່ງຜູ້ຂັບບໍ່ສາມາດຄວບຄຸມລົດໄດ້ ຈຶ່ງເກີດເຫດການດັ່ງກ່າວ.