ເຄັບລັບບຳລຸງຜິວໜ້າໃຫ້ຂາວໃສດ້ວຍສູດທຳມະຊາດ (ນໍ້າໝ່າເຂົ້າ)

71

ສຳລັບສາວໆທີ່ມີບັນຫາເລື່ອງຜິວໜ້າບໍ່ຂາວໃສ, ແຫ້ງຫຍາບ ມາຟັງທາງນີ້ ມື້ນີ້ແອັດຈະແນະນຳການບຳລຸງຜິວໜ້າໃຫ້ໃສແບບງ່າຍໆດ້ວຍ ນໍ້າໝ່າເຂົ້າ (ນໍ້າແຊ່ເຂົ້າ) ເຊິ່ງວິທີນີ້ ບາງຄົນອາດຈະຮູ້ແດ່ແລ້ວ ຫຼື ໃຜຍັງບໍ່ທັນຮູ້ກໍ່ລອງເຮັດໃຊ້ເບິ່ງ ຮັບຮອງວ່າໃຊ້ງົບບໍ່ຫຼາຍ ແຕ່ຜົນລັບອອກມາ ບໍ່ແພ້ຄີມທີ່ມີລາຄາແພງແນ່ນອນເຊິ່ງຈະມີຂັ້ນຕອນ ແລະ ວິທີການເຮັດແນວໃດ ເຮົາມາເບິ່ງນຳກັນເລີຍ!!

 

 

 

ສິ່ງທີ່ຕ້ອງການກຽມຄື: ນໍ້າໜ່າເຂົ້າ 1,5 ລິດ

ນົມສົ້ມ 1 ຕຸກນ້ອຍ

ຊ໋ອດຫວານ 6 ຢອດ

ນໍ້າຕານຊາຍແດງ 4 ບ່ວງ

 

ຂັ້ນຕອນການເຮັດ:

ເລີ່ມນໍາເຂົ້າໄປລ້າງນໍ້າກ່ອນ ຈະເປັນເຂົ້າຈ້າວ ຫຼື ເຂົ້າໜຽວກໍ່ໄດ້ ແລ້ວເທນໍ້າທໍາອິດທີ່ລ້າງໄປໃຫ້ໝົດ ເພາະເປັນການລ້າງເອົາເສດຝຸ່ນຕ່າງໆ ທີ່ເຈືອປົນຢູ່ນຳເຂົ້າອອກໄປໃຫ້ໝົດ. ຫຼັງຈາກນັ້ນ, ເອົານໍ້າໝ່າເຂົ້າຖອກລົງໄປໃນກະຕຸກ ແລ້ວໃສ່ນໍ້າຕານແດງ ແລ້ວຕາມດ້ວຍນົມສົ້ມ ຖອກລົງໄປໃນກະຕຸກ ແລະ ສຸດທ້າຍຄືໃສ່ຊ໋ອດຫວານຢອດລົງໄປປະມານ 2-4 ຢອດ ຈາກນັ້ນ ສັ່ນໆກະຕຸກເພື່ອໃຫ້ສ່ວນປະສົມຕ່າງໆເຂົ້າກັນ.

 

 

ຫຼັງຈາກນັ້ນ, ໝັກໄວ້ໃນທີ່ຮົ່ມ ປະມານ 7 ວັນ ເຊິ່ງໃນແຕ່ລະມື້ຕ້ອງເປີດຝາກະຕຸກອອກປະມານ 5-10 ນາທີ ເພື່ອປ້ອງກັນການເກີດແກ໊ສ ເມື່ອຄົບ 7 ວັນແລ້ວ ກໍ່ເອົາໄປໃຊ້ໄດ້ເລີຍ ຫາກເຫຼືອກໍ່ເກັບມ້ຽນໄວ້ໃນຕູ້ເຢັນ ໂດຍອາຍຸການໃຊ້ງານດົນຖິງ 3 ເດືອນ.

 

 

ສຳລັບວິທີໃຊ້: ແມ່ນໃຫ້ເອົາສຳລີເຊັດຕາມຜິວທີ່ຫ່ຽວຍານ ຫຼື ບ່ອນທີ່ຕ້ອງການຈະທາ ຫຼັງຈາກນັ້ນຈຸ່ມສໍາລີແລ້ວທາເຊົ້າ-ກ່ອນນອນ ເພື່ອເປັນການບຳລຸງຜິວໜ້າໃຫ້ນຽນນຸ້ມ, ຊຸ່ມຊື່ນ ຂາວໃສຢ່າງເປັນທຳມະຊາດ ເຊິ່ງສູດນີ້ປອດໄພຕໍ່ຜິວ ເພາະເປັນການບໍາລຸງຜິວແບບທໍາມະຊາດ ບໍ່ມີສານເຄມີໃດໆເຈືອປົນ