ຮູ້ໄວ້! ສິ່ງທີ່ຕ້ອງລະວັງກ່ອນກິນ “ນໍ້າເຜິ້ງ”

124

ນໍ້າເຜິ້ງ ເຖິງວ່າຈະມີລົດຊາດທີ່ແຊບ ໃຫ້ຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ຮ່າງກາຍ ແຕ່ມັນກໍ່ຈະໃຫ້ໂທດໄດ້ເຊັ່ນກັນຫາກກິນບໍ່ຖືກວິທີ ຫຼື ກິນເກີນປະລິມານທີ່ຮ່າງກາຍຕ້ອງການ. ສະນັ້ນ, ມື້ນີ້ເຮົາມາຮູ້ຈັກຂໍ້ຫ້າມໃນການກິນນໍ້າເຜິ້ງວ່າມີຫຍັງແດ່ ເພື່ອຈະໄດ້ລະວັງ ແລະ ແນະນຳຄົນອື່ນໄດ້ອີກດ້ວຍ.

 

 

ນໍ້າເຜິ້ງ ມີສັບພະຄຸນໃນການບຳລຸງກະເພາະອາຫານ ແລະ ມ້າມໄດ້ເປັນຢ່າງດີ, ຊ່ວຍຂັບຮ້ອນໄດ້, ແກ້ອາການປວດ, ຮັກສາບາດແຜ ເມື່ອກິນເປັນປະຈໍາຈະຊ່ວຍເຮັດໃຫ້ຊຸ່ມຄໍ ຫຼຸດອາການໄອໄດ້ອີກດ້ວຍ.

 

 

ຂໍ້ຄວນລະວັງໃນການກິນນໍ້າເຜິ້ງ

ສຳລັບທ່ານໃດທີ່ເປັນເບົາຫວານ ຫ້າມກິນເດັດຂາດ ເພາະໃນນໍ້າເຜິ້ງມີກລູໂຄສຫຼາຍ ເຊິ່ງຈະເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂຶ້ນ; ຢ່າກິນຫຼາຍເກີນໄປ 1 ມື້ ຄວນກິນໂດຍສະເລ່ຍປະມານ 1-2 ບ່ວງ ຫຼື ປະມານ 20 ກຣາມ ກຳລັງພໍດີ ແຕ່ຢ່າກິນເກີນ 50 ກຣາມຕໍ່ມື້; ຄົນເຈັບທີ່ເປັນໂຣກຜິວໜັງຫ້າມກິນ.

 

 

ເມື່ອເອົານໍ້າເຜິ້ງມາປະສົມກັບນໍ້າອຸ່ນຫ້າມເກີນ 40 ອົງສາ ຄວນຈະອຸ່ນພໍດີ ຢ່າໃຫ້ຮ້ອນເກີນໄປ; ຫ້າມກິນນໍ້າເຜິ້ງກັບຜກກຸ່ຍຊ່າຍ ເພາະໃນຜັກກຸ່ຍຊ່າຍມີວິຕາມິນຫຼາຍ ຈະເຮັດປະຕິກິິຍາກັບໂລຫະທອງແດງ ແລະ ເຫຼັກໃນນໍ້າເຜິ້ງ ຈະເກີດອອກຊີເດຊັ່ນ ເຮັດໃຫ້ຄຸນຄ່ານ້ອຍລົງ ອີກເຫດຜົນໜຶ່ງ ນໍ້າເຜິ້ເຮັດໃຫ້ລະບາຍ ແລະ ກຸ່ຍຊ່າຍ ກໍມີເສັ້ໜໄຫຼາຍ ເມື່ອກິນຮ່ວມກັນຈະເຮັດໃຫ້ຖອກທ້ອງໄດ້ງ່າຍນັ້ນເອງ ແລະ ຫ້າມກິນນໍ້າເຜິ້ງກັບ ຫົວຫອມ, ກະທຽມ ພາະຈະເຮັດໃຫ້ລິດນໍ້າເຜິ້ງຫຼຸດລົງ

 

 

ກິນນໍ້າເຜິ້ງຕອນໃດດີຕໍ່ສຸຂະພາບ: ກ່ອນກິນອາຫານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງເຄິ່ງ ຫາກກິນແບບປະສົມກັບນໍ້າອຸ່ນ ຈະມີລິດໃນການຢັບຢັ້ງການລັ່ງຂອງກົດກະເພາະອາຫານ ເຮັດໃຫ້ກົດເຈືອຈາງລົງ, ຫຼຸດການລະຄາຍເຄື່ອງ ສໍາລັບຄົນທີ່ເປັນແຜໃນກະເພາະອາຫານຄວນຮັບປະທານ ແຕ່ຫາກທ່ານປະສົມນໍ້ານໍ້າເຢັນ ຈະກະຕຸ້ນການລັ່ງກົດຂອງກະເພາະອາຫານ ລວມໄປເຖິງເຮັດໃຫ້ລຳໄສ້ບີບຕົວ.

ດື່ມຫຼັງອາຫານ 2-3 ຊ່ວໂມງ ຫາກດື່ມທັນທີ ຈະເຮັດໃຫ້ປະລິມານນໍ້າຕານໃນເລືອດສູງເກີນໄປ ຕັບອ່ອນຈະເຮັດວຽກໜັກໄດ້ ແຖມຍັງເຮັດໃຫ້ນໍ້າຍ່ອຍໃນກະເພາະອາຫານເພີ່ມຂຶ້ນອີກດ້ວຍ.