ການຜະລິດສາລີອາດບໍ່ບັນລຸເປົ້າ ຫາກບໍ່ຊ່ວຍແນວພັນ

54

ການລະບາດຂອງບົ້ງຝູງສາລີ ໄດ້ທໍາລາຍເນື້ອທີ່ຜະລິດເກືອບ 30 ພັນເຮັກຕາແລ້ວ ໂດຍກວມເອົາ 12 ແຂວງ ພາກເໜືອຂອງລາວ, ຂະນະທີ່ພາກລັດພວມສຸມໃສ່ການຄວບຄຸມການລະບາດ ເບື້ອງຊາວສວນສະເໜີໃຫ້ຊ່ວຍແນວພັນເພື່ອປູກທົດແທນຄວາມເສຍຫາຍ.

ກະຊວງກະສິກໍາ ແລະ ປ່າໄມ້ ວາງເປົ້າຜະລິດສາລີອາຫານສັດໃຫ້ບັນລຸ 1 ລ້ານໂຕນ ໃນປີ 2019 ອາດບໍ່ບັນລຸເປົ້າໝາຍ ເນື່ອງຈາກມີການລະບາດຂອງບົ້ງຝູງສາລີໃນແຂວງພາກເໜືອ ເຊິ່ງເປັນເນື້ອທີ່ສ່ວນໃຫຍ່ໃນການຜະລິດສາລີ.

ທ່ານ ຊຽງຍອນ ວົງເພັດ ນາຍບ້ານນາຫວ່າງ ເມືອງຮຸນ ແຂວງອຸດົມໄຊ ໜຶ່ງໃນປະຊາຊົນຜູ້ຖືກຜົນກະທົບຈາກບົ້ງຝູງສາລີໃຫ້ສໍາພາດທາງໂທລະສັບ ໃຫ້ຮູ້ວ່າ: ຄອບຄົວຂອງປະຊາຊົນພາຍໃນບ້ານທຸກຄົນທີ່ເຮັດສວນສາລີແມ່ນໄດ້ຮັບຄວາມເສຍຫາຍ 100%, ສະເພາະຄອບຄົວຂອງຕົນເອງແມ່ນກູ້ຢືມເງິນຈາກທະນາຄານສົ່ງເສີມກະສິກໍາ ເພື່ອມາລົງທຶນທໍາການຜະລິດປູກສາລີ ຈໍານວນ 150 ກວ່າລ້ານກີບ ດ້ວຍອັດຕາດອກເບ້ຍ 14% ຕໍ່ປີ ເພື່ອນໍາໃຊ້ເຂົ້າໃນການເກັບຊື້ສາລີ ແລະ ປູກເອງ ໂດຍໃຊ້ຕົ້ນທຶນການຜະລິດໃນ 1 ເຮັກຕາ ເກືອບ 2 ລ້ານກີບ ໂດຍຈ່າຍຄ່າໄຖ 1 ລ້ານກີບ, ຄ່າຈ້າງປູກ  6 ແສນກີບ, ຊື້ແນວພັນ 240.000 ກີບ ແຕ່ປີນີ້ຕ້ອງໄດ້ຈ້າງປູກເຖິງ 2 ຄັ້ງ, ດ້ານຜົນຜະລິດສະເລ່ຍ 10 ໂຕນຕໍ່ 1 ເຮັກຕາ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາເຄີຍຂາຍສາລີໄດ້ 1.000 ກີບຕໍ່ກິໂລ ແຕ່ປັດຈຸບັນພາຍໃນບ້ານບໍ່ມີສາລີຂາຍແມ່ນແຕ່ກິໂລດຽວ. ເມື່ອເປັນແນວນັ້ນເຮັດໃຫ້ການຊໍາລະໜີ້ມີຄວາມຂັດຂ້ອງເນື່ອງຈາກວ່າເຮົາບໍ່ມີຜົນຜະລິດທີ່ຈະຂາຍອອກ, ຈຶ່ງມີຄວາມຕ້ອງການຢາກໃຫ້ພາກລັດຊ່ວຍແນວພັນປູກພືດທົດແທນ ແລະ ນະໂຍບາຍສະໜັບສະໜູນຈາກພາກລັດ ເພື່ອຊ່ວຍເຫຼືອເພື່ອຊອກແຫຼ່ງທຶນໃຊ້ຄືນທະນາຄານທີ່ກູ້ຢືມເງິນມາ.

ທ່ານ ນຽນ ໄຊຍະສອນ ປະຊາຊົນ ບ້ານນາຫວ່າງ ເມືອງຮຸນ ແຂວງອຸດົມໄຊ ຜູ້ທີ່ໄດ້ຮັບຜົນກະທົບຈາກບົ້ງຝູງສາລີ ກ່າວວ່າ: ຄອບຄົວຂອງຕົນເອງແມ່ນປະກອບອາຊີບເຮັດສວນສາລີ ແລະ ເຮັດນາເປັນຫຼັກ, ປີນີ້ປູກສາລີໃນເນື້ອທີ່ 2 ເຮັກຕາກວ່າ ໂດຍນໍາໃຊ້ທຶນຂອງຕົນເອງປະມານ 20 ກວ່າລ້ານກີບ ໃນເນື້ອທີ່ດັ່ງກ່າວແມ່ນຖືກບົ້ງຝູງສາລີທໍາລາຍຈົນໝົດກ້ຽງ ເຮັດໃຫ້ເງິນຂອງຄອບຄົວທີ່ລົງທຶນໄປແມ່ນສູນເປົ່າ, ຄອບຄົວຂາດລາຍໄດ້ຫຼັກ ບໍ່ມີເງິນມາຈຸນເຈືອຄອບຄົວ. ນອກຈາກນີ້, ການເຮັດນາກໍພົບກັບໄພແຫ້ງແລ້ງເຮັດໃຫ້ເຂົ້າແຫ້ງຕາຍ ບໍ່ຕ່າງກັບສາລີທີ່ຖືກທໍາລາຍໄປເລີຍ. ດ້ານພາກສ່ວນທີ່ກ່ຽວຂ້ອງກໍບໍ່ໄດ້ໃຫ້ການຊ່ວຍເຫຼືອແຕ່ຢ່າງໃດ ມີພຽງລົງມາເກັບກໍາຂໍ້ມູນຂອງການລະບາດເທົ່ານັ້ນ.

ທ່ານ ຊຽງດໍ ມິ່ງບຸບຜາ ປະຊາຊົນ ບ້ານນາຫວ່າງ ເມືອງຮຸນ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກບົ້ງຝູງສາລີ ໃຫ້ຮູ້ວ່າ: ການລະບາດຂອງບົ້ງຝູງສາລີໃນເມືອງຮຸນ ແຂວງອຸດົມໄຊ ໂດຍສະເພາະແມ່ນ ບ້ານນາຫວ່າງ ກໍຄືຄອບຄົວຂອງຕົນເອງ ແມ່ນຖືກທໍາລາຍແບບບໍ່ສາມາດຟື້ນໂຕໄດ້ໃນເນື້ອທີ່ 1,6 ເຮັກຕາ ເສຍຫາຍ 10 ກວ່າລ້ານ, ສ່ວນຄວາມຕ້ອງການໃຫ້ພາກລັດຊ່ວຍເຫຼືອແມ່ນດ້ານແນວພັນສາລີທີ່ຈະນໍາມາປູກໃນລະດູແລ້ງນີ້ ເພາະວ່າຍັງຂາດແຄນທຶນຮອນ ເນື່ອງຈາກທຶນທັງໝົດໄດ້ລົງທຶນໃສ່ການປູກສາລີໄປແລ້ວ.

ທ່ານ ພູເຂົາທອງ ສີໄກສອນ ຫົວໜ້າໜ່ວຍງານປ້ອງກັນພືດແບບປະສົມປະສານ ສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ປັດຈຸບັນເນື້ອທີ່ທີ່ຖືກກະທົບຈາກການລະບາດຂອງບົ້ງຝູງສາລີ 12 ແຂວງ ປະມານ 28 ພັນກວ່າເຮັກຕາ ຈາກເນື້ອທີ່ປູກສາລີທັງໝົດ 1 ແສນກວ່າເຮັກຕາ ເຊິ່ງຖືໄດ້ວ່າຄວາມເສຍຫາຍອາດຈະກະທົບເຖິງເສດຖະກິດຂອງທ້ອງຖິ່ນ. ເຖິງຢ່າງໃດກໍຕາມ, ທາງພາກສ່ວນທີ່ກ່ຽວຂ້ອງ ກໍຄືສູນປ້ອງກັນພືດ ກໍໄດ້ລົງເກັບກໍາຂໍ້ມູນພ້ອມທັງໃຫ້ການຊ່ວຍເຫຼືອດ້ານອຸປະກອນຊ່ວຍກໍາຈັດສັດຕູພືດດັ່ງກ່າວ ເປັນຕົ້ນແມ່ນ: ບັ້ງສີດພົ່ນສານເຄມີ, ຖົງມື, ໜ້າກາກ, ເກີບໂບກ ແລະ ອື່ນໆ ໃຫ້ກັບປະຊາຊົນໃນບາງເຂດແລ້ວ. ພ້ອມນີ້, ກໍໄດ້ຝຶກອົບຮົມພ້ອມທັງແນະນໍາວິທີການນໍາໃຊ້ສານເຄມີກໍາຈັດບົ້ງຝູງສາລີ.

ທ່ານ ວິໄລສັກ ໝັ້ນພາວົງ ຫົວໜ້າໜ່ວຍງານບໍລິການທະນາຄານສົ່ງເສີມກະສິກໍາ ປະຈໍາເມືອງຮຸນ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ທາງທະນາຄານແມ່ນຮັບຮູ້ ແລະ ເຂົ້າໃຈເຖິງສະຖານະການດັ່ງກ່າວ ພ້ອມທັງມີບາງນະໂຍບາຍເພື່ອໂຍະຍານການຊໍາລະໜີ້ໃຫ້ແກ່່ເຂົາເຈົ້າດ້ວຍວິທີການຕໍ່ສັນຍາ, ປ່ອຍເງິນກູ້ເພີ່ມ ເພື່ອໃຫ້ເຂົາເຈົ້າໄດ້ນໍາໄປທໍາການຜະລິດກັບພືດຊະນິດອື່ນເຫຼົ່ານີ້ເປັນຕົ້ນ.

ທ່ານ ໄພລັດ ອິນສົມພອນ ຫົວໜ້າໜ່ວຍງານບໍລິການ ທະນາຄານນະໂຍບາຍ ປະຈໍາເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ: ເພື່ອຊ່ວຍເຫຼືອຊາວກະສິກອນພວກເຮົາອອກນະໂຍບາຍເລື່ອນເວລາຊໍາລະໜີ້ ຫຼື ຕໍ່ສັນຍາໃຫ້ເຂົາເຈົ້າ, ອັດສີດເງິນກູ້ຢືມໃຫ້ເພີ່ມຂຶ້ນ ແຕ່ຕ້ອງຢູ່ບົນພື້ນຖານມາດຕະການທີ່ທະນາຄານກໍານົດ ກໍຄືບໍ່ເປັນໜີ້ກາຍສັນຍາມາກ່ອນ, ໃຫ້ທຶນໄດ້ພຽງ 70% ຂອງຈໍານວນເງິນທີ່ຕ້ອງການ, ແຕ່ກໍຍັງບໍ່ໄດ້ລະບຸຕົວເລກທີ່ແນ່ນອນສໍາລັບເງິນບ້ວງນີ້. ພ້ອມດຽວກັນນັ້ນ, ຕໍ່ກັບຜູ້ທີ່ຈະນໍາໃຊ້ນະໂຍບາຍໃດໜຶ່ງກໍຕ້ອງມີໃບຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.

ເຖິງຢ່າງໃດກໍຕາມ, ຕໍ່ກັບບັນຫາທີ່ເກີດຂຶ້ນແນ່ນອນວ່າມັນຈະມີຜົນກະທົບຕໍ່ເສດຖະກິດຂອງລາວ ເນື່ອງຈາກວ່າເນື້ອທີ່ສວນສາລີທີ່ຖືກບົ້ງຝູງສາລີທໍາລາຍເກືອບ 30 ພັນເຮັກຕາ ຈາກເນື້ອທີ່ປູກທົ່ວປະເທດເກືອບ 2 ແສນເຮັກຕາ ເຊິ່ງມັນອາດເປັນສິ່ງທ້າທາຍຕໍ່ເປົ້າໝາຍປີ 2019 ຂອງກະຊວງກະສິກໍາ ແລະ ປ່າໄມ້ ຄືແຜນງານຄໍ້າປະກັນຜະລິດສາລີອາຫານສັດ ໃຫ້ໄດ້ 1 ລ້ານໂຕນ.

( ຂ່າວ: ເອຢິບ + ພຸດຕີ້ )