ກຸ່ມບໍລິສັດ ລ້ອງແຈ້ງ ພັດທະນາ ໄດ້ຮັບລາງວັນຊາວໜຸ່ມອາຊຽນ

67

ວັນທີ 18 ກໍລະກົດ 2019 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສັບປະດາຊາວໜຸ່ມອາຊຽນ ຄັ້ງທີ 23 ຂຶ້ນເພື່ອນຳສະເໜີຜົນງານຂອງຊາວໜຸ່ມອາຊຽນ, ການມອບລາງວັນໃຫ້ນັກທຸລະກິດໜຸ່ມດີເດັ່ນຂອງລາວ ແລະ ເປີດງານວາງສະແດງຜະລິດຕະພັນຂອງຊາວໜຸ່ມອາຊຽນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ພ້ອມດ້ວຍບັນດານັກທຸລະກິດໜຸ່ມຈາກ 10 ປະເທດໃນອາຊຽນເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວໃນພິທີວ່າ: ກອງປະຊຸມສັບປະດາຊາວໜຸ່ມອາຊຽນ ຄັ້ງທີ 23 ນີ້ແມ່ນມີ 3 ຈຸດປະສົງ ຄື: ເພື່ອເສີມສ້າງ ຄວາມເຂັ້ມແຂງທາງດ້ານຄວາມສາມັກຄີ, ຄວາມຍືນຍົງ ແລະ ຄວາມອຸດົມສົມບູນໃນໝູ່ຊາວໜຸ່ມອາຊຽນ, ເພື່ອສົ່ງເສີມຄວາມເຂົ້າໃຈ, ການແລກປ່ຽນປະສົບການ, ທັດສະນະ ແລະ ຄວາມຄິດເຫັນໃນໝູ່ຊາວໜຸ່ມອາຊຽນ ແລະ ເພື່ອຄວາມສຳເລັດ, ສືບຕໍ່ສ້າງເປົ້າໝາຍສູ່ສັນຕິພາບຄວາມອຸດົມຮັ່ງມີໃນຂົງເຂດອາຊຽນ ເຊິ່ງກອງປະຊຸມຄັ້ງນີ້ແມ່ນມີ ຄວາມສຳຄັນຕໍ່ກັບບົດບາດຂອງນັກທຸລະກິດໜຸ່ມ ເພື່ອສ້າງປະຊາຄົມອາຊຽນ ຕາມວິໄສທັດ 2025.

ກອງປະຊຸມໄດ້ຮັບຟັງບັນດາຕົວແທນນັກທຸລະກິດໜຸ່ມອາຊຽນ ທີ່ໄດ້ຮັບລາງວັນຊາວໜຸ່ມອາຊຽນ AYA ໄດ້ຂຶ້ນນຳສະເໜີຜົນງານຂອງຕົນທີ່ໄດ້ຜ່ານການຄັດເລືອກ, ເລືອກສະເພາະຜົນງານທີ່ເດັ່ນພຽງແຕ່ປະເທດລະໜຶ່ງຜົນງານ ເພື່ອມາຮັບລາງວັນຊາວໜຸ່ມອາຊຽນດີເດັ່ນ ປະຈຳປີ 2019 ເຊິ່ງເລີ່ມຈາກປະເທດບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ສຳລັບຜົນງານຂອງນັກທຸລະກິດໜຸ່ມລາວ ທີ່ໄດ້ຮັບລາງວັນຊາວໜຸ່ມອາຊຽນ AYA ແມ່ນ ກຸ່ມບໍລິສັດ ລ້ອງແຈ້ງ ພັດທະນາ.

ມິພິທີມອບລາງວັນໃຫ້ແກ່ນັກທຸລະກິດໜຸ່ມດີເດັ່ນຂອງລາວ ປະຈຳປີ 2019 ຈຳນວນ 38 ຫົວໜ່ວຍ ເຊັ່ນ: ນັກທຸລະກິດໜຸ່ມຂອງ ບໍລິສັດ ຟ້າວັດທະນາ, ໂຮງຮຽນ ນານາຊາດອົສຕາລີ, ຮ້ານຄຳ ພູວົງ ແລະ ອື່ນໆທີ່ດີເດັ່ນ ເຊິ່ງການມອບລາງວັນນີ້ເພື່ອຊຸກຍູ້ເວທີແກ່ການແຂ່ງຂັນທຸລະກິດຂອງລາວໃຫ້ສູງຂຶ້ນ ພ້ອມກັນພັດທະນາເສດຖະກິດຂອງລາວ.

ນອກນັ້ນ, ກອງປະຊຸມຍັງໄດ້ເຂົ້າຊົມພິທີເປີດງານວາງສະແດງສິນຄ້າຂອງຊາວໜຸ່ມອາຊຽນ ທີ່ໄດ້ນຳເອົາສີມືຂອງຄົນໜຸ່ມມາວາງສະແດງ ແລະ ຈຳໜ່າຍ ຂອງ 17 ບໍລິສັດ ຈາກພາຍໃນ ແລະ ຕ່າງປະເທດຢ່າງເປັນຂະບວນຟົດຟື້ນ.