ຄວນມີຫຼາຍບໍລິສັດສົ່ງອອກເຂົ້າ ເພື່ອບັນລຸໂກຕາ 50 ພັນໂຕນ

149

ເລີ່ມເປັນສັນຍານທີ່ດີສໍາລັບການສົ່ງອອກເຂົ້າລາວໄປຈີນ ຫຼັງຈາກທີ່ລັດຖະບານບັນລຸສົ່ງອອກ 20 ພັນໂຕນ ໃນຕົ້ນປີ 2019 ແຕ່ກໍແກ່ຍາວເວລາກໍານົດໄປຫຼາຍສົມຄວນ. ຫຼ້າສຸດ, ໄດ້ເຫັນດີເຊັນສັນຍາສົ່ງອອກເຂົ້າເພີ່ມຂຶ້ນ 50 ພັນໂຕນ, ເຊິ່ງມີຫຼາຍບໍລິສັດເຂົ້າຮ່ວມເພື່ອເຮັດໃຫ້ການສົ່ງອອກບັນລຸຕາມເປົ້າໝາຍ ແລະ ທັນຕາມກຳກຳນົດເວລາ.

ຈີນ ເປັນປະເທດນໍາເຂົ້າເຂົ້າຫຼາຍກວ່າໝູ່ໃນໂລກ ໂດຍຂໍ້ມູນປີ 2017 ມູນຄ່າ 1.827,84 ລ້ານໂດລາ ເຊິ່ງປະເທດຂາຍເຂົ້າໃຫ້ຈີນ ມີ: ຫວຽດນາມ, ໄທ, ປາກິດສະຖານ, ກຳປູເຈຍ, ມຽນມາ, ລາວ ການສົ່ງເຂົ້າໄປຈີນ ຈາກລາວ ມີທ່າອ່ຽງເພີ່ມຂຶ້ນຈາກ 28,24 ລ້ານໂດລາ ໃນປີ 2016 ເພີ່ມຂຶ້ນເປັນ 32,76 ລ້ານໂດລາ ໃນປີ 2017 ແລະ ຈີນ ໄດ້ໃຫ້ໂກຕາແກ່ລາວ. ສຳລັບສົ່ງເຂົ້າໄປຈີນ 3 ຄັ້ງ ຄື: 8.000 ໂຕນ ໃນປີ 2015 – 2016 ເພີ່ມເປັນ 20.000 ໂຕນ ໃນຄັ້ງທີ 2 ໃນປີ 2016 – 2017 ແລະ ຫຼ້າສຸດເພີ່ມເປັນ 50 ພັນໂຕນ 2019 – 2021.

ພິທີລົງນາມບົດບັນທຶກການສົ່ງເຂົ້າສານລາວ ໄປ ສປ ຈີນ ຈຳນວນ 50 ພັນໂຕນ ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສຳນັກງານໃຫຍ່ຂອງ ບໍລິສັດ ລັດວິສາຫະກິດສະບຽງອາຫານ COFCO ຢູ່ທີ່ນະຄອນປັກກິ່ງ ສປ ຈີນ ລະຫວ່າງ  ທ່ານ ໄຊສົມເພັດ ນໍລະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ນາງ Jian Hua ຜູ້ຈັດການໃຫຍ່ຂອງ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ COFCO.

ທ່ານ ນາງ Jian Hua ໄດ້ສະແດງຄວາມຍິນດີເຖິງຜົນງານການຮ່ວມມືຜ່ານມາ ການເຊັນບົດບົນທຶກໃນຄັ້ງນີ້ແມ່ນເປັນໂອກາດອັນດີ ແລະ ທັງເປັນສິ່ງທ້າທາຍເພື່ອເຮັດແນວໃດ? ໃຫ້ການນໍາເຂົ້າເຂົ້າສານຂອງ ສປປ ລາວ ເຂົ້າມາຈໍາໜ່າຍທີ່ ສປ ຈີນ ພາຍໃຕ້ກົນໄກຕະຫຼາດໂລກທີ່ສາມາດເຮັດໃຫ້ສິນຄ້າປະເພດດັ່ງກ່າວມີຄວາມຫຼາກຫຼາຍ ສາມາດສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກໄດ້. ພ້ອມນັ້ນ, ກໍສະເໜີໃຫ້ຝ່າຍລາວເອົາໃຈໃສ່ໃນການຄວບຄຸມຄຸນນະພາບ, ເພີ່ມຈຳນວນຜູ້ທີ່ສາມາດສົ່ງອອກ, ເພີ່ມຈຳນວນເຂົ້າສານໃຫ້ມີທັງເຂົ້າຈ້າວ ແລະ ເຂົ້າສານໜຽວ ເພື່ອສືບຕໍ່ສົ່ງເຂົ້າສານທີ່ມີຄຸນນະພາບເຂົ້າມາຕະຫຼາດຈີນ, ເພື່ອສາມາດຮອງຮັບຄວາມຕ້ອງການ ແລະ ເງື່ອນໄຂຂອງຕະຫຼາດຈີນໄດ້.

ທ່ານ ໄຊສົມເພັດ ນໍລະສິງຫ໌ ສະແດງຄວາມຂອບໃຈໃນການຮ່ວມມືໃນຄັ້ງນີ້, ການຊຸກຍູ້ສົ່ງເສີມຂອງລັດຖະບານ ສປ ຈີນ ສ້າງໂອກາດໃຫ້ເຂົ້າສານຂອງ ສປປ ລາວ ເຂົ້າໄປວາງຂາຍໃນ ສປ ຈີນ. ທັງນີ້, ກໍໄດ້ເຂົ້າໄປສຶກສາຕະຫຼາດບໍລິໂພກເຂົ້າສານ ພ້ອມທັງສຳພາດຕົວຈິງເຈົ້າຂອງຮ້ານຂາຍສິນຄ້າ, ຂາຍຍ່ອຍ ແລະ ຂາຍສົ່ງໃນປັກກິ່ງ ສາມາດເຂົ້າໃຈຄວາມຕ້ອງການຂອງຕະຫຼາດເຂົ້າສານຈີນພໍສົມຄວນ ແລະ ຈະເຮັດວຽກຮ່ວມກັບ COFCO ເພື່ອເອົາໃຈໃສ່ຄວບຄຸມທາງດ້ານຄຸນນະພາບ, ສົ່ງເສີມ ແລະ ຍົກສູງຄຸນນະພາບຂອງຜູ້ສົ່ງອອກ ເພື່ອເຮັດໃຫ້ການສົ່ງເຂົ້າສານໄປຍັງ ສປ ຈີນ ຈຳນວນ 50 ພັນໂຕນນີ້ ສາມາດຈັດຕັ້ງປະຕິບັດໄດ້ທັນກັບເວລາ ແລະ ສາມາດຂະຫຍາຍການຮ່ວມມືທາງດ້ານສິນຄ້າກະສິກຳຊະນິດອື່ນໆ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ມີຜູ້ສົ່ງອອກເຂົ້າສານລາວໃຫ້ຫຼາຍຂຶ້ນ ເພື່ອສາມາດບັນລຸຕາມການຕົກລົງເຫັນດີຂອງ 2 ພັກ ແລະ 2 ລັດຖະບານ.

ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ເຜີຍບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ, ບັນຫາ ແລະ ອຸປະສັກການສົ່ງອອກເຂົ້າລາວ ໄປ ສປ ຈີນ ວ່າ: ສປປ ລາວ ມີຄວາມຕ້ອງການຢາກສົ່ງອອກຜະລິດຕະພັນເຂົ້າສານໄປຂາຍຢູ່ ສປ ຈີນ, ການສົ່ງຜະລິດຕະພັນເຂົ້າໄປ ສປ ຈີນ ຍັງມີອຸປະສັກຫຼາຍຢ່າງທີ່ທ້າທາຍ. ຢ້ອນກັບຄືນໃນສັນຍາ 20 ພັນໂຕນ ໃນປີ 2016 – 2017 ໂດຍແມ່ນ ບໍລິສັດ ສວນເຢ ແຕ່ ສປປ ລາວ ສາມາດສົ່ງອອກໄດ້ພຽງແຕ່ 10.875 ໂຕນ ແລະ ໄດ້ແກ່ຍາວມາຮອດຕົ້ນປີ 2019 ສາເຫດທີ່ລາວບໍ່ສາມາດສົ່ງເຂົ້າໄປຈີນໄດ້ຄົບຕາມສັນຍາ ແມ່ນຍ້ອນເຂົ້າສານລາວບໍ່ໄດ້ມາດຕະຖານຄຸນນະພາບຕາມການກຳນົດຂອງ ສປ ຈີນ.

ເຖິງວ່າ ສປ ຈີນ ບໍ່ໄດ້ກີດກັນການນຳເຂົ້າຈາກລາວ, ແຕ່ມີພຽງບໍລິສັດດຽວ ( ບໍລິສັດ ສວນເຢ ) ທີ່ໄດ້ຮັບອະນຸຍາດເປັນຕົວແທນມີສິດສົ່ງເຂົ້າລາວໄປ ສປ ຈີນ, ການຜູກຂາດຕະຫຼາດ, ເຮັດໃຫ້ ບໍລິສັດ ສວນເຢ ມີອຳນາດໃນການຄວບຄຸມລາຄາຊື້ຢູ່ໃນລາວ.

ກົດໝາຍຄວາມປອດໄພດ້ານອາຫານທີ່ ສປ ຈີນ ປະກາດໃຊ້ໃນປີ 2012  ທີ່ກຳນົດໄວ້ວ່າ: ເຂົ້າທີ່ຈະນຳໄປຈີນ ຕ້ອງຜ່ານການຢັ້ງຢືນມາດຕະຖານຄວາມປອດໄພດ້ານອາຫານຈາກອົງກອນຄວບຄຸມກວດສອບ ແລະ ກັກກັນພືດ ແລະ ສັດແຫ່ງ ສປ ຈີນ ( AQSIQ ) ລາຍການກວດສອບເພື່ອອອກໃບຢັ້ງຢືນມາດຕະຖານເຂົ້າທີ່ນຳເຂົ້າ ສປ ຈີນ ( ໃບຢັ້ງຢືນ AQSIQ ) ໄດ້ສະແດງຢູ່ໃນຕາຕະລາງ 1.

ສັນຍາສົ່ງອອກເຂົ້າສານໄປ ສປ ຈີນ ຕາມໂກຕາ 50 ພັນໂຕນ ປີ 2019 – 2021 ໃນງວດທີ 1 ຈໍານວນ 1.100 ໂຕນ ( ເລີ່ມປະຕິບັດພາຍໃນ 01 ເດືອນ ຈາກວັນທີ 27 ມິຖຸນາ 2019 ເຖິງວັນທີ 27 ກໍລະກົດ 2019 ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ COFCO ແລະ ບໍລິສັດ ໄອດີພີ ( IDP, Indochina Development Partner Co.,ltd ) ການສົ່ງອອກເຂົ້າສານໄປ ສປ ຈີນ ງວດທີ 1 ແມ່ນຈະເລີ່ມສົ່ງນັບຕັ້ງແຕ່ເດືອນກໍລະກົດ ເຖິງ ເດືອນສິງຫາ ປີ 2019 ພາຍຫຼັງສຳເລັດງວດຮອບທີ 1 ແລ້ວ ທັງສອງບໍລິສັດແມ່ນຈະໄດ້ສືບຕໍ່ການສົ່ງອອກເຂົ້າສານໃນງວດຕໍ່ໄປຕາມຈຳນວນທີ່ສາມາດຕົກລົງກັນໄດ້.

( ຂ່າວ: ພຸດຕີ້ )