ນ້ຳຂອງແຫ້ງສຸດໃນຮອບ 10 ປີ

46

ລະດັບນ້ຳຂອງຈຸດ ຫຼັກ 4 ນະຄອນຫຼວງວຽງຈັນ ວັນທີ 17 ກໍລະກົດຜ່ານມາ ແທກໄດ້ 0,75 ແມັດ ບົກແຫ້ງທີ່ສຸດໃນຮອບ 10 ປີ, ຂະນະທີ່ແມ່ນ້ຳສາຂາ ເຊັ່ນ: ເຊບັ້ງໄຟ ເມືອງມະຫາໄຊ ກໍຢູ່ໃນລະດັບຕ່ຳ ຄາດຈະແກ່ຍາວຮອດທ້າຍເດືອນສິງຫາ.

ຈາກການລາຍງານພະຍາກອນ ລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ປະຈຳວັນທີ 17 ກໍລະກົດ 2019 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດວ່າ: ນໍ້າຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແທກໄດ້ 1,53 ແມັດ ( ເຂດລະວັງໄພ 15,00 ແມັດ ), ປາກລາຍ ແຂວງໄຊຍະບູລີ ແທກໄດ້ 0,40 ແມັດ ( ເຂດລະວັງໄພ 15,00 ແມັດ ), ຫຼວງພະບາງ ແທກໄດ້ 7,07 ແມັດ ( ເຂດລະວັງໄພ 17,50 ແມັດ ), ຫຼັກ 4 ນະຄອນຫຼວງວຽງຈັນ ແທກໄດ້ 0,75 ແມັດ ( ເຂດລະວັງໄພ 11,50 ແມັດ ), ທ່າແຂກ ແທກໄດ້ 3,81 ແມັດ ( ເຂດລະວັງໄພ 13,00 ແມັດ ), ສະຫວັນນະເຂດ ແທກໄດ້ 1,71 ແມັດ ( ເຂດລະວັງໄພ 12,00 ແມັດ ), ປາກເຊ ແທກໄດ້ 2,10 ແມັດ ( ເຂດລະວັງໄພ 11,00 ແມັດ ).

ໃນຂະນະທີ່ລະດັບນ້ຳຂອງສາຂາແມ່ນໍ້າຂອງກໍຍັງຢູ່ໃນລະດັບຕ່ຳ ເຊັ່ນ: ນ້ຳອູ ເມືອງງອຍ ແຂວງຫຼວງພະບາງ ແທກໄດ້ 4,10 ແມັດ ( ເຂດລະວັງໄພ 16,50 ແມັດ ), ນ້ຳງື່ມ ປາກກະຍຸງ ເມືອງທຸລະຄົມ ແຂວງວຽງຈັນ ແທກໄດ້ 3,64 ແມັດ ( ເຂດລະວັງໄພ 17,50 ແມັດ ), ນ້ຳເຊບັ້ງໄຟ ເມືອງມະຫາໄຊ ແຂວງຄຳມ່ວນ ແທກໄດ້ 4,98 ແມັດ ( ເຂດລະວັງໄພ 14,00 ແມັດ ), ເຊຈຳພອນ ແກ້ງກອກ ແຂວງສະຫວັນນະເຂດ ແທກໄດ້ 0,60 ແມັດ ( ເຂດລະວັງໄພ 7,50 ແມັດ ), ເຊໂດນ ແຂວງສາລະວັນ ແທກໄດ້ 1,46 ແມັດ ( ເຂດລະວັງໄພ 10,50 ແມັດ ), ເຊກອງ ເມືອງລະມາມ ແທກໄດ້ 2,50 ແມັດ ( ເຂດລະວັງໄພ 17,00 ແມັດ ) ເຊິ່ງເຫັນວ່າລະດັບນ້ຳຂອງ ແລະ ແມ່ນ້ຳເຊທີ່ເປັນແມ່ນ້ຳສາຂາຂອງແມ່ນ້ຳຂອງ ກໍຢູ່ໃນລະດັບທີ່ຕ່ຳຫຼາຍ.

ອີງຕາມການລາຍງານຂອງ ໜັງສືພິມວຽງຈັນທາມ ໃນວັນທີ 16 ກໍລະກົດ 2019 ຜ່ານມາວ່າ: ປີນີ້ນ້ຳຂອງບົກແຫ້ງທີ່ສຸດໃນຮອບ 10 ປີທີ່ຜ່ານມາ. ຈາກສະພາບການດັ່ງກ່າວ ທ່ານ ບຸນຮຽງ ສຸວັນນະຫານ ຮອງຫົວໜ້າພະແນກອຸທົກກະສາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ລາຍງານວ່າ: ສະພາບນ້ຳໃນແມ່ນ້ຳຂອງໄດ້ບົກແຫ້ງລົງຫຼາຍໃນປີນີ້ ເຊິ່ງອາດຈະເກີດມາຈາກຫຼາຍສາເຫດ ເປັນຕົ້ນໃນລະດູຝົນປີນີ້ຍັງບໍ່ທັນມີລົມມໍລະສຸມພັດຜ່ານມາຫຼາຍເທົ່າທີ່ຄວນຖ້າທຽບໃສ່ປີຜ່ານມາ ຈຶ່ງເຮັດໃຫ້ເຂື່ອນຫຼາຍແຫ່ງຢູ່ຕອນເໜືອຂອງແມ່ນ້ຳຂອງ ອາດຈະມີການກັກເກັບນ້ຳໄວ້ເພື່ອຜະລິດກະແສໄຟຟ້າ ແລະ ເພື່ອໃຊ້ເຂົ້າໃນການຜະລິດກະສິກຳ.

ທ່ານ ບຸນຮຽງ ສຸວັນນະຫານ ຍັງໄດ້ກ່າວຕື່ມອີກວ່າ: ປັດຈຸບັນລະດັບນໍ້າສະຖານີວັດແທກນໍ້າຢູ່ນະຄອນຫຼວງວຽງຈັນ ແມ່ນຢູ່ໃນລະດັບ 0,96 ແມັດ ຖ້າທຽບໃສ່ເດືອນ 7 – 8 ຂອງປີຜ່ານມາ ລະດັບນ້ຳໃນແມ່ນ້ຳຂອງຈະຢູ່ທີ່ 7 – 8 ແມັດ ເຊິ່ງສະພາບດັ່ງກ່າວນີ້ອາດຈະແກ່ຍາວໄປຮອດທ້າຍເດືອນສິງຫາ ແລະ ລະດັບນ້ຳໃນແມ່ນ້ຳຂອງຈຶ່ງຈະຄ່ອຍໆສູງຂຶ້ນໄປຕາມເກນປົກກະຕິ.