ແຊບດີ !!! ພ້ອມບໍາລຸງສຸຂະພາບ ຄຸນປະໂຫຍດຫຼາຍຢ່າງທີ່ທ່ານຄວນກິນ ໝາກອະໂວກາໂດ

88

ຫາຍໆຄົນຄົງເຄີຍເຫັນ ແລະ ເຄີຍຮັບປະທານໝາກອາໂວກາໂດ້ແນ່ແລ້ວ ເຊິ່ງຫຼາຍຄົນກໍຮູ້ແລ້ວວ່າໝາກອາໂວກາໂດແມ່ນມີຄຸນຄ່າທາງສານອາການສູງ ແລະ ມີຜົນປະໂຫຍດຕໍ່ຮ່າງກາຍຂອງເຮົາສາລະພັດ ສິ່ງກິນໄດ້ຫຼາຍເທົ່າໃດຍິ່ງດີຕໍ່ສຸຂະພາບ ຢ່າງໜ້ອຍອາທິດໜຶ່ງຕ້ອງໄດ້ກິນ 1 ໜ່ວຍເພາະວ່າ

ໝາກອະໂວກາໂດ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶຊ່ວຍປ້ອງກັນເຊລຕ່າງໆພາຍໃນຮ່າງກາຍບໍ່ໃຫ້ຖືກທໍາລາຍ, ສາມາດຊ່ວຍຫຼຸດຮອຍຫ່ຽວແຫ້ງ, ຊ່ວຍບໍາລຸງ ແລະ ປິ່ນປົວສາຍຕາໄດ້, ຊ່ວຍຫຼຸດນໍ້າໜັກ, ເປັນແຫຼ່ງຂອງກົດໄຂມັນຊະນິດ HDL ມີປະໂຫຍດຕໍ່ຮ່າງກາຍຫຼາຍ ໃນການຊ່ວຍຫຼຸດໄຂມັນຊະນິດແຫຼວໃນເສັ້ນເລືອດ

ຊ່ວຍປ້ອງກັນ ແລະ ຫຼຸດຄວາມສ່ຽງຂອງການເກີດມະເຮັງ, ມີວິຕາມິນຊີ ຊຶ່ງຊ່ວຍປ້ອງກັນການເປັນຫວັດໄດ້, ຊ່ວຍປ້ອງກັນການເກີດພະຍາດເລືອດອອກຕາມວ່າງແຂ້ວ ມີໂປຼຣຕິນສູງກວ່າໝາກໄມ້ຊະນິດອື່ນ ເປັນໂປຼຣຕິນທີ່ຍ່ອຍງ່າຍ, ມີເສັ້ນໃຍອາຫານສູງ ຊ່ວຍໃນການຂັບຖ່າຍໄດ້ເປັນຢ່າງດີ
ກິນອະໂວກາໂດເປັນປະຈໍາຊ່ວຍປ້ອງກັນ ແລະ ຫຼຸດຄວາມຖີ່ຂອງການເກີດພະຍາດມຶນຊາ, ມີປະໂຫຍດຫຼາຍ ເໝາະໃຫ້ລູກນ້ອຍກິນເປັນອາຫານເສີມ, ມີໂຟເລດສູງ ຊຶ່ງເປັນແຮ່ທາດທີ່ມີຄວາມສໍາຄັນສໍາຫຼັບຄົນຖືພາ ແລະ ຈໍາເປັນສໍາຫຼັບເດັກນ້ອຍໃນທ້ອງ

ນອກນັ້ນ, ນໍ້າມັນອະໂວກາໂດເປັນນໍ້າມັນທີ່ດູດຊຶມເຂົ້າສູ່ຜິວໜັງໄດ້ດີທີ່ສຸດ, ນໍ້າມັນອະໂວກາໂດສາມາດເອົາມາໃຊ້ນວດຫົວໄດ້ເພື່ອຊ່ວຍເລັ່ງການງອກຂອງເສັ້ນຜົມ ແລະ ເນື້ອຂອງອະໂວກາໂດສາມາດເອົາມາປຸງແຕ່ງອາຫານແທນເນີຍໄດ້ ສາມາດນໍາມາສະກັດນໍ້າມັນເຮັດເປັນເຄື່ອງສໍາອາງໄດ້, ສາມາດໃຊ້ບໍາລຸງຜິວພັນ ແລະ ເສັ້ມຜົມ ໂດຍສະເພາະຢ່າງຍິ່ງຄົນທີ່ມີຜິວແຫ້ງ ຈະຊ່ວຍເຮັດໃຫ້ມີຜິວພັນເປັ່ງປັ່ງຂຶ້ນ
ສັບພະຄຸນຫຼາຍແບບນີ້ຫາມາຮັບປະທານໄດ້ເລີຍ ບໍ່ວ່າຈະເປັນໝາກສົດ ຫຼື ປັ່ນ ຫຼື ນໍາມາປຸງແຕ່ງກໍແຊບໄປຫຼາຍໆແບບເລີຍ.