ກວຕ ມອບເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນໃຫ້ທະຫານປ້ອງກັນຊາຍແດນແຂວງໄຊຍະບູລີ

37

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ມອບເຄື່ອງໃຊ້ອຸປະກອນທີ່ຈຳເປັນໃຫ້ແກ່ກອງຮ້ອຍປ້ອງກັນຊາຍແດນ 159 ເມືອງບໍ່ແຕນ ແຂວງໄຊຍະບູລີ ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຢູ່ຕາມຊາຍແດນເຂດດັ່ງກ່າວ ຈໍານວນ 20 ຊຸດ.

ສໍາລັບເຄື່ອງທີ່ມອບໃນຄັ້ງນີ້ແມ່ນເຄື່ອງຜະລິດກະແສໄຟຟ້າດ້ວຍແສງຕາເວັນ ເຊິ່ງເປັນເຕັກໂນໂລຊີໃໝ່ທັນສະໄໝ ສາມາດສາກເກັບໄຟດ້ວຍແສງຕາເວັນ ຫຼື ສາກດ້ວຍກະແສໄຟຟ້າທົ່ວໄປທີ່ໃຊ້ເວລາໃນການສາກປະມານ 2 – 4 ຊົ່ວໂມງ ແຕ່ສາມາດນຳໃຊ້ໄດ້ປະມານ 12 ຊົ່ວໂມງ ໂດຍສາມາດໃຕ້ດອກໄຟ 3 ດອກ, ໃຊ້ສາກໂທລະສັບກໍໄດ້. ພາຍໃນເຄື່ອງຍັງມີວິທະຍຸ ແລະ ຍັງສາມາດໃຊ້ເປັນໄຟສາຍຢູ່ໃນເຄື່ອງດຽວກັນອີກດ້ວຍ ທັງໝົດຈໍານວນ 20 ຊຸດ ລວມມູນຄ່າປະມານ 5 ລ້ານກີບ.

ພິທີດັ່ງກ່າວ, ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ກອງຮ້ອຍປ້ອງກັນຊາຍແດນ 159 ຕາງໜ້າມອບໂດຍ ທ່ານ ວິໄລສອນ ບຸບຜາລັດ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ທ່ານ ສຸກັນ ວັນນະໂພ ຮອງຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ກວຕ; ໃຫ້ກຽດຕາງໜ້າຮັບໂດຍແມ່ນທ່ານຫົວໜ້າກອງຮ້ອຍ 159 ດ້ວຍການເປັນສັກຂີພິຍານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ພົນຈັດຕະວາ ຄໍາໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ, ທ່ານ ບຸນເສນ ຈັນທະຜອງ ເຈົ້າເມືອງບໍ່ແຕນ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

[ ຂ່າວ: ສົມສະຫວິນ, ຮູບ: ບຸນທັນ ]