ສສງ ຫົວແຊຈະເລີນ ສະໜອງສິນເຊື່ອໃຫ້ສະມາຊິກໄດ້ 14 ຕື້ກວ່າກີບ

154

ໃນເວລາເຄິ່ງປີຜ່ານມາ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຫົວແຊຈະເລີນ ໄດ້ສະໜອງສິນເຊື່ອໃຫ້ແກ່ສະມາຊິກ ຈໍານວນ 14 ຕື້ກວ່າກີບ ໂດຍເນັ້ນໃສ່ຂົງເຂດກະສິກໍາເປັນຫຼັກ, ປັດຈຸບັນສາມາດສ້າງຜົນກໍາໄລແລ້ວ 1 ຕື້ກວ່າກີບ.

ທ່ານ ໄຊຍາ ທໍາມະວົງແສງ ຜູ້ອໍານວຍການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຫົວແຊຈະເລີນ ( ສສງ ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວຂອງພວກເຮົາເມື່ອບໍ່ດົນມານີ້ຮູ້ວ່າ: ສສງ ຫົວແຊຈະເລີນ ໄດ້ເອົາໃຈໃສ່ ແລະ ເປັນຈຸດເຊື່ອມຕໍ່ໃນການຜັນຂະຫຍາຍແຜນຍຸດທະສາດຂອງສະຫະກອນລົງສູ່ການປະຕິບັດຕົວຈິງ ຜ່ານຂະບວນການປະສານງານທີ່ມີປະສິດທິພາບ ເຊິ່ງເຫັນໄດ້ຢ່າງຊັດເຈນຈາກໝາກຜົນທີ່ເຮັດໄດ້ໃນຊຸມປີຜ່ານມາ ແລະ ຮັບປະກັນບາດກ້າວການຂະຫຍາຍຕົວທີ່ໝັ້ນຄົງ ຈະສືບຕໍ່ເກີດຂຶ້ນກັບ ສສງ ຫົວແຊຈະເລີນໄປເລື້ອຍໆ ພວກເຮົາສະໜອງການບໍລິການທາງດ້ານການເງິນແກ່ສະມາຊິກຂອງຕົນດ້ວຍຫຼາຍຮູບແບບຜະລິດຕະພັນ ເຊັ່ນ: ຫຸ້ນ, ເງິນຝາກ ແລະ ເງິນກູ້ ເຊິ່ງມີເປົ້າໝາຍເລັ່ງໃສ່ຜູ້ທີ່ມີ ຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການທາງດ້ານການເງິນໃນເຂດຊານເມືອງ ແລະ ຊົນນະບົດ. ຜ່ານການດໍາເນີນງານ 7 ປີຜ່ານມາ ພວກເຮົາທັງໄດ້ເກັບກ່ຽວປະສົບການ ແລະ ຮັກສາຈັງຫວະການເຕີບໂຕທັງຈໍານວນສະມາຊິກ ແລະ ຜົນກໍາໄລຢ່າງຕໍ່ເນື່ອງ, ຜູ້ບໍລິຫານ ແລະ ພະນັກງານໄດ້ຮັບການຝຶກອົບຮົມຍົກລະດັບຄວາມຮູ້ – ຄວາມສາມາດກ້າວເຂົ້າສູ່ການບໍລິການແບບມືອາຊີບ ແລະ ທັນສະໄໝ, ຮັກສາໄດ້ຄວາມຍືນຍົງ ແລະ ຜົນປະໂຫຍດຂອງສະມາຊິກ.

ສໍາລັບໃນ 6 ເດືອນຕົ້ນປີ 2019 ຜ່ານມານີ້ ສສງ ຫົວແຊຈະເລີນ ແມ່ນໄດ້ສືບຕໍ່ໃຫ້ການບໍລິການທາງດ້ານການເງິນໃຫ້ແກ່ສະມາຊິກຢ່າງມີປະສິດທິພາບສູງ ໂດຍສະເພາະແມ່ນພວກເຮົາໄດ້ເນັ້ນໃສ່ໃຫ້ເງິນກູ້ຂົງເຂດກະສິກໍາເປັນຫຼັກ ເພື່ອໃຫ້ສະມາຊິກນໍາທຶນໄປທໍາການຜະລິດ ໂດຍສະເພາະແມ່ນການປູກສວນມັນຕົ້ນ ເຊິ່ງເປັນພືດກະສິກໍາທີ່ມີທ່າແຮງໃນເວລານີ້ຂອງຫຼາຍເມືອງໃນແຂວງຈໍາປາສັກ, ເຮັດໃຫ້ເຄິ່ງປີພວກເຮົາໄດ້ໃຫ້ສິນເຊື່ອແກ່ສະມາຊິກແລ້ວ 14 ຕື້ ກວ່າກີບ ແລະ ຄາດວ່າຈະສືບຕໍ່ໃຫ້ປະຊາຊົນກູ້ຢືມອີກເປັນຈໍານວນຫຼາຍ.

ທ່ານຜູ້ອໍານວຍການໃຫ້ຮູ້ຕື່ມວ່າ: ສສງ ຫົວແຊຈະເລີນ ໄດ້ສູ້ຊົນພະຍາຍາມສ້າງໃຫ້ສະຫະກອນມີຄວາມເຂັ້ມແຂງ ແລະ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ການບໍລິຫານຈັດການມີລະບົບຄົບຊຸດ ເປັນການບໍລິການຈັດການທາງດ້ານການເງິນຢ່າງມືອາຊີບ ເຮັດໃຫ້ຜົນການຈັດຕັ້ງປະຕິບັດວຽກງານການສ້າງຜົນກໍາໄລໃນເຄິ່ງປີຜ່ານມາໄດ້ແລ້ວ 1 ຕື້ກວ່າກີບ ແລະ ຄາດວ່າໝົດປີນີ້ຈະມີຜົນກໍາໄລເພີ່ມຂຶ້ນ 30% ຖ້າທຽບໃສ່ປີຜ່ານມາ.

( ໂດຍ: ໂພທິຣາຊ )