ສານສະຫະລັດ ສັ່ງຈໍາຄຸກຕະຫຼອດຊີວິດ ‘ເອລ ຊາໂປ’ ເຈົ້າພໍ່ຢາເສບຕິດ

18 Jul 2019

ຄລິກແຊຣ໌ 0 Facebook WhatsApp

ສານລັດຖະບານກາງສະຫະລັດ ໃນນະຄອນນິວຢອກ ພິພາກສາໃຫ້ ທ້າວວາຄີນ ກຸຊແມນ ຫຼື ເອລ ຊາໂປ” ເຈົ້າພໍ່ຄ້າຢາເສບຕິດ ເບີ 1 ຂອງໂລກ ຮັບໂທດຕິດຄຸກຕະຫຼອດຊີວິດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດ ອາເມລິກາ ເມື່ອວັນພະຫັດ ທີ 18 ກໍລະກົດ ວ່າ ສານລັດຖະບານກາງສະຫະລັດ ເຂດບຣຸກລິນ ໃນນະຄອນນິວຢອກ ປະກາດຄໍາພິພາກສາ ເມື່ອວັນພຸດ ໃຫ້ ທ້າວວາຄີນ ກຸຊແມນ ອາຍຸ 62 ປີ ຫົວໜ້າກຸ່ມ “ຊີນາໂລອາ” ຂະບວນການຄ້າຢາເສບຕິດລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງມີຖານປະຕິບັດການຢູ່ໃນລັດຊີນາໂລອາ ທາງພາກຕາເວັນຕົກສຽງເໜືອຂອງປະເທດເມັກຊິໂກ ຮັບໂທດຕິດຄຸກຕະຫຼອດຊີວິດ ທີ່ເຮືອນຈໍາຄວາມໝັ້ນຄົງສູງ ໃນນະຄອນນິວຢອກ ໂດຍສານຕັດສິນໃຫ້ ກຸຊແມນ ມີຄວາມຜິດຈິງຕາມຄໍາຟ້ອງຂອງໄອຍາການໃນ 10 ຂໍ້ຫາ ທີ່ລວມເຖິງການຄ້າຢາເສບຕິດ ທີ່ມີການລໍາລຽງເຂົ້າມາໃນສະຫະລັດດ້ວຍ ແລະ ການຟອກເງິນ ໂດຍຂະບວນການພິຈາລະນາຄະດີຂອງເຈົ້າພໍ່ຄ້າຢາເສບຕິດຊື່ກ້ອງໄປທົ່ວໂລກ ເລິ່ມຂຶ້ນເມື່ອທ້າຍເດືອນພະຈິກ ປີຜ່ານມາ ຂະນະທີ່ ຄະນະຜູ້ພິພາກສາມີມະຕິເປັນເອກະພາບ ເມື່ອເດືອນກຸມພາ ທີ່ຜ່ານມາ ວ່າ ກຸຊແມນ ມີຄວາມຜິດໃນທຸກຂໍ້ກ່າວຫາ.

ກຸຊແມນກ່າວຜ່ານລ່າມແປພາສາ

ຢ່າງໃດກໍ່ຕາມ ຜູ້ພິພາກສາ ທ່ານໄບຣອັນ ໂຄແກນ ຫົວໜ້າຄະນະຕຸລາການໃນຄະດີນີ້ ຍັງສັ່ງໃຫ້ ກຸຊແມນ ຊົດໃຊ້ຄ່າເສຍຫາຍໃຫ້ແກ່ທາງການອີກ 12,6 ຕື້ໂດລາ (ປະມານ 1,09 ແສນຕື້ກີບ) ແລະ ເຕືອນວ່າ ບົດລົງໂທດຈໍາຄຸກຕະຫຼອດຊີວິດເປັນພຽງ “ບົດລົງໂທດຂັ້ນຕ່ໍາ” ເນື່ອງຈາກຕົນໄດ້ພິພາກສາເພິ່ມບົດລົງໂທດໃຫ້ແກ່ ກຸຊແມນ ອີກ 30 ປີ ໃນຂໍ້ຫາຄອບຄອງ ແລະ ໃຊ້ອາວຸດ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຂໍ້ຫາຈ້າງວານຄາດຕະກໍາ ຂະນະທີ່ ກຸຊແມນ ມີທ່າທີປົກກະຕິ ແລະ ກ່າວຜ່ານລ່າມແປພາສາ ປະນາມຂະບວນການຍຸຕິທໍາຂອງສະຫະລັດ ວ່າ “ເຕັມໄປດ້ວຍຄວາມບໍ່ຍຸຕິທໍາ” ແລະ ຕົນບໍ່ເຄີຍໄດ້ຮັບການໄຕ່ສວນຢ່າງຍຸຕິທໍາຕະຫຼອດໄລຍະເວລາ ທີ່ຜ່ານມາ ແຕ່ຜູ້ພິພາກສາ ໂຄແກນ ກ່າວເຖິງລາຍງານຈາກຜູ້ຄຸມເຮືອນຈໍາ ວ່າ ກຸຊແມນ ພະຍາຍາມ ຂໍອະນຸຍາດ “ເພິ່ມເວລາ” ການອອກກໍາລັງກາຍປະຈໍາວັນເທິງຫຼັງຄາຂອງເຮືອນຈໍາ ຈຶ່ງມີຂໍ້ສົງໄສວ່າ ຈໍາເລີຍມີພຶດຕິກໍາການວາງແຜນກຽມຫຼົບໜີ ດ້ານເຈັຟຟຣີ ລິຊແມນ ທະນາຍຄວາມຂອງ ກຸຊແມນ ປະກາດກຽມຍື່ນອຸທອນ.

ເຈັຟຟຣີ ລິຊແມນ ທະນາຍຄວາມຂອງ ກຸຊແມນ

ທັງນີ້ ທາງການປະເທດເມັກຊິໂກ ໄລ່ຈັບກຸມ ກຸຊແມນ ໄດ້ເມື່ອປີ 2016 ຫຼັງອີກຝ່າຍຫຼົບໜີຈາກເຮືອນຈໍາໃນປະເທດໄດ້ດົນເຖິງ 18 ເດືອນ ແລ້ວເນລະເທດມາໃນສະຫະລັດ ໂດຍຄະດີຂອງ ກຸຊແມນ ຖືເປັນການພິຈາລະນາຄະດີຂອງພໍ່ຄ້າຢາເສບຕິດຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ຍຸກຂອງ ປາໂບລ ເອັສໂກບາຮ໌ ພໍ່ຄ້າຢາເສບຕິດຊາວໂຄລົມບີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ