ຮູ້ໄວ້ເພື່ອເຕືອນໃຈ ໄດ້ນອນຄຸກຍາວນານ 5 ປີເພາະຢາບ້າ 100 ເມັດ

46

ຢາບ້ານັບເປັນຢາເສບຕິດປະເພດໜຶ່ງ ບໍ່ວ່າຜູ້ທີ່ມີສ່ວນກ່ຽວຂ້ອງຈະຖືຄອງໜ້ອຍ ຫຼື ຫຼາຍເມື່ອຖືກຈັບໄດ້ກໍ່ຕ້ອງຮັບໂທດອາຍານອນຄຸກຫຼາຍປີກ່ອນຈະພົ້ນ ແຖມຄ່າປັບໃໝເດືອດຮ້ອນຄອບຄົວໄປອີກພູດ ເວົ້າໄດ້ວ່າ “ໄດ້ບໍ່ຄຸ້ມເສຍ” ຝາກປະຊາຊົນທຸກຄົນຈົ່ງເຕືອນຕົວເອງຢ່າເອົາອະນາຄົດໄປສ່ຽງກັບສິ່ງທີ່ຜິດກົດໝາຍ.

ໃນວັນທີ 17 ກໍລະກົດ 2019 ຜ່ານມາ ຢູ່ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນໍາເອົາຄໍາຖະແຫຼງຂອງອົງການໄອຍະການ ສະບັບເລກທີ 93/ອຍກຂ.ອຊ ລົງວັນທີ 03 ກໍລະກົດ 2019, ຂຶ້ນມາພິຈາລະນາ ແລະ ຕັດສິນ ທ້າວ ອາຈັງ (ຈໍາເລີຍ1), ອາຍຸ 24 ປີ ຢູ່ບ້ານ ລາວຫວ່າງ, ເມືອງຫຼາ,ແຂວງອຸດົມໄຊ ທີ່ຖືກກັກຕົວວັນທີ 17 ຕຸລາ 2018 ໃນຂໍ້ຫາຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າຈຳນວນ 2.995 ເມັດ, ນ້ຳໜັກ 280,8 ກຣາມ, ເຄື່ອງຕິດຕົວມີໂທລະສັບຢີ່ຫໍ້ຢູນີເທວ (unitel) ສີດຳ 1 ໜ່ວຍ, ລົດຈັກຢີຫໍ້ຊູຊຸກິ (Suzuki) ໝາຍເລກທະບຽນ ອຸດົມໄຊ ຈຈ 2978 ສີຟ້າດຳ 1 ຄັນ.

 

 

ເຊິ່ງສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊຕັດອິດສະຫຼະພາບຈຳເລີຍ 1 ຈຳຄຸກ 10 ປີ, ປັບໃໝ 100 ລ້ານກີບ, ຮິບຢາເສບຕິດຈຳນວນ 2.995 ເມັດ ນ້ຳໜັກ 280,8 ກຣາມ ຂອງຈຳເລີຍ 1 ມາທຳລາຍຖີ້ມ, ຮິບໂທລະສັບມືຖືຢີຫໍ້ຢູນິເທວ 1 ໜ່ວຍ ມາເປັນຂອງລັດ, ສົ່ງລົດຈັກຢີຫໍ້ຊູຊຸກິ ສີຟ້າດຳ   ໝາຍເລກທະບຽນ ອຸດົມໄຊ ຈຈ 2978 ຄືນໃຫ້ແກ່ ທ້າວອາໂຊ (ເຈົ້າຂອງລົດ).

ເຊິ່ງຄຳຖະແຫຼງ ສະບັບເລກທີ 91/ອຍກຂ.ອຊ ລົງວັນທີ 02 ກໍລະກົດ 2019, ປະເດັນຄຳຕັດສິນ ເລກທີ 084/ຂຕ.ອ ບອກວ່າ: ທ້າວເບຼຍຕູລີ (ຈໍາເລີຍ 2 ) ອາຍຸ 39 ປີ, ບ້ານນານ້ອຍ, ເມືອງປາກອູ, ແຂວງຫຼວງພະບາງ ທີ່ຖືກກັກຕົວວັນທີ 08 ມັງກອນ 2019, ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າຈຳນວນ 197 ເມັດ, ນ້ຳໜັກ 19,8 ກຣາມ, ເຄື່ອງຕິດຕົວມີເງິນຈຳນວນ 10.000 ກີບ. ດັ່ງນັ້ນສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດອິດສະຫຼະພາບໃຫ້ຈຳຄຸກ 5 ປີ ກັບ 5 ເດືອນ, ປັບໃໝ 11 ລ້ານກີບ, ຮິບເງິນຈຳນວນ 10.000 ກີບ ມາເປັນຂອງລັດ, ຮິບຢາບ້າຈຳນວນ 197 ເມັດ ນ້ຳໜັກ 19,8 ກຣາມ ຂອງຈຳເລີຍມາທຳລາຍຖິ້ມ.

 

 

ນອກນັ້ນ, ຄຳຖະແຫຼງ ສະບັບເລກທີ 92/ອຍກຂ.ອຊ ລົງວັນທີ 02 ກໍລະກົດ 2019, ບອກວ່າ: ນາງຢົວ (ຈໍາເລີຍ 3 ), ຢູ່ບ້ານໂພນສີ, ເມືອງແບງ, ແຂວງອຸດົມໄຊ, ທີ່ຖືກກັກຕົວວັນທີ 07 ພະຈິກ 2018 ໃນຂໍ້ຫາຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າຈຳນວນ 98 ເມັດ,ນ້ຳໜັກ 9,1 ກຣາມ, ເຄື່ອງຕິດຕົວມີເງິນຈຳນວນ 84.000 ກີບ. ດັ່ງນັ້ນ, ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດອິດສະຫຼະພາບ ນາງ ຢົວ ຈຳຄຸກ 5 ປີ , ປັບໃໝ 10 ລ້ານກີບ, ຮິບຢາບ້າຈຳນວນ 98ເມັດ ນ້ຳໜັກ 9,1 ກຣາມ ຂອງຈຳເລີຍມາທຳລາຍຖິ້ມ, ຮິບເງິນຈຳນວນ 84.000 ກີບ ມາເປັນຂອງລັດ.