ເປີດຝຶກອົບຮົມຫຼັກສູດພັດທະນາຜູ້ນຳອົງກອນ

65

ສະມາຄົມການສຶກສາພາກເອກະຊົນ ແລະ ສະມາຄົມນັກທຸລະກິດໜຸ່ມ ແຫ່ງ ຊາດລາວ ( ສທໜຊ ) ຮ່ວມກັບ ບໍລິສັດ ອີງໂວລູຊັນ ຈຳກັດ ແຫ່ງປະເທດໄທ ຈັດຝຶກອົບຮົມໃນຫົວຂໍ້ “ ການພັດທະນາຜູ້ນຳ ” ( Influential Leader Intensive ) ຂຶ້ນໃນວັນທີ 17 ກໍລະກົດ 2019 ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປປລ ) ໂດຍກການເຂົ້າຮ່ວມຂອງ ທ່ານ ບີຢ່າງ ຢ່າທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບ ສຊປປລ, ທ່ານ ຄຳແສນ ສີສະວົງ ປະທານ ສທໜຊ, ທ່ານ ກາວິນ    ມະນີວົງ ຫົວໜ້າພະແນກຜູ້ປະກອບການການສຶກສາ ສທໜຊ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການຈາກບັນດາໂຮງຮຽນທັງພາກລັດ ແລະ  ເອກະຊົນ ທັງຫຼາຍເຂົ້າຮ່ວມ.

ທ່ານ ກາວິນ ມະນີວົງ ໄດ້ກ່າວວ່າ: ໃນຍຸກໂລກາພິວັດ, ຍຸກຂອງການແຂ່ງຂັນ, ຍຸກແຫ່ງຂໍ້ມູນ – ຂ່າວສານ ແລະ ເຕັກໂນໂລຊີ ອົງກອນທີ່ຂາດ ຄວາມສາມາດຈະເສຍໂອກາດໃນການເຂົ້າເຖິງຄວາມຮູ້ໃໝ່ໆ, ຂາດ ຄວາມສາມາດໃນການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ​ ເພື່ອໃຫ້ຜູ້ປະກອບການ ແລະ ຜູ້ບໍລິຫານບັນດາອົງກອນຕ່າງໆ ເປັນຕົ້ນແມ່ນບັນດາໂຮງຮຽນພາກເອກະຊົນ ມີຄວາມພ້ອມໃນການຮັບມືກັບສະພາບການປ່ຽນແປງໃໝ່ໃນຍຸກເສດຖະກິດ 4.0 ເພື່ອຍົກລະດັບຄວາມສາມາດໃນການຄຸ້ມຄອງ – ບໍລິຫານ ໃຫ້ທັນສະໄໝ ແລະ ເພື່ອພັດທະນາທັກສະການບໍລິຫານ – ຈັດການ ແລະ ນຳອົງກອນໄປສູ່ ຄວາມສຳເລັດຕາມເປົ້າໝາຍ.

ສະນັ້ນ, ຈຶ່ງໄດ້ຈັດການຝຶກອົບຮົມຫຼັກສູດພັດທະນາຜູ້ນຳອົງກອນ ເພື່ອຊ່ວຍໃຫ້ຜູ້ບໍລິຫານອົງກອນຕ່າງໆໄດ້ຮູ້ຈັກຕົວຕົນ ແລະ ສັກກະຍະພາບແທ້ຈິງທີ່ຊ້ອນຢູ່ໃນຕົວ ເພື່ອຄວາມເຂົ້າໃຈຕົນເອງ ແລະ ຜູ້ອື່ນ, ສະແດງອອກເຊິ່ງຄວາມເປັນຜູ້ນຳທີ່ມີເອກະລັກ ແລະ ສາມາດສ້າງອິດທິພົນທາງຄວາມຄິດໃຫ້ຜູ້ອື່ນ ຕາມດ້ວຍການສ້າງຄວາມຮັກ ແລະ ສັດທາ.

ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນມີ ຄວາມສຳຄັນ ແລະ ຈຳເປັນຫຼາຍຕໍ່ການພັດທະນາຂອງອົງກອນ ເພື່ອໃຫ້ບັນດາອົງກອນ, ໂຮງຮຽນທັງພາກລັດ ແລະ ເອກະຊົນທັງຫຼາຍມີຄຸນນະພາບກວ່າເກົ່າ, ມີຄວາມສາມາດ ເພື່ອນຳໄປສູ່ການພັດທະນາຂອງອົງກອນຕົນເອງ. ນອກນັ້ນ, ຍັງເປັນການສ້າງ ຄວາມສາມັກຄີໃນວົງການການສຶກສາລາວໃຫ້ມີຄວາມເຂັ້ມແຂງຮອບດ້ານໃນການຝຶກຝົນຫຼໍ່ຫຼອມ, ສິດສອນ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃນປະເທດເຮົາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມລາວ.

ເຊິ່ງການຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ເນື້ອໃນຫຼັກ ເຊັ່ນ: ການຮູ້ຈັກຕົວຕົນທີ່ແທ້ຈິງຂອງຕົນ; ການຮູ້ຈັກສັກກະຍະພາບຂອງຕົນເອງ ແລະ ເປັນຜູ້ນຳທີ່ມີວິໄສທັດທີ່ມີເອກະລັກສະເພາະ; ການສະແດງອອກ ແລະ ສື່ສານແບບຜູ້ນຳ ໃຫ້ສອດຄ່ອງກັບຕົນເອງ ແລະ ຄວາມເປັນຜູ້ນຳອົງກອນດ້ວຍຫົວໃຈ.

( ຂ່າວ: ກາວຊົ່ງ )