ເມືອງທ່າປາງທອງມີໝູ 1.000 ກວ່າໂຕຕິດເຊື້ອອະຫິວາແລ້ວ

47

ໃນວັນທີ 12 ກໍລະກົດ 2019 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າ-ຮອງຫົວ​ໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ມີທ່ານ ຄໍາລຸຍ ຍາດຕິວົງ, ທ່ານ ສູນທະລາ ຕົ້ນພານິດ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ໄດ້ລົງຊີ້ນໍາຕໍ່ການເຝົ້າລະວັງ, ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາ ທີ່ມີການລະບາດຢູ່ບາງທ້ອງຖິ່ນຂອງເມືອງທ່າປາງທອງ ບໍ່ໃຫ້ຂະຫຍາຍເປັນເຂດອື່ນ ພ້ອມທັງປະກາດພື້ນທີ່ດັ່ງກ່າວເປັນພື່ນທີ່ສີແດງ.

 

ການລົງເຄື່ອໄຫວຊີ້ນຳໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດອະຫິວາໝູຟຣິກາ ໂດຍໄດ້ຮັບຄວາມຮ່ວມມືຈາກປະຊາຊົນເປັນຢ່າງດີ ເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ພົບເຊື້ອອະຫິວາໝູລະບາດທີ່ບ້ານແດນສະຕຶງ ແລະ ບ້ານພູຜານາງ ເຊິ່ງໄດ້ປະກາດໃຫ້ເປັນເຂດພື້ນທີ່ສີແດງແລ້ວ.

 

ນັບຕັ້ງແຕ່ຕົ້ນເດືອນກໍລະກົດເປັນຕົ້ນມາ ອຳນາດການປົກຄອງເມືອງເມືອງທ່າປາງທອງ ໄດ້ໃຊ້ມາດຕະການຄວບຄຸມພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ແຜ່ຂະຫຍາຍໄປສູ່ເຂດອື່ນດ້ວຍການເຝົ້າລະວັງ, ປ້ອງກັນ ແລະ ສະກັດ ພ້ອມທັງປະກາດຂະຫຍາຍພື້ນທີ່ການຄວບຄຸມເປັນເຂດສີເຫຼືອງຈໍານວນ 6 ບ້ານຄື: ບ້ານພູໂຮງ, ອາຫໍ, ໄຊສົມບູນ (ເຂດເຊກື) ແກ້ງພູມາລີ, ນາປ່າຊາດ ແລະ ບ້ານນາເລົາ (ເຂດພູມາລີ) ເປັນເຂດຄວາມສ່ຽງເຝົ້າລະວັງ ນອກນີ້, ຍັງມີອີກ 34 ບ້ານ ກໍ່ໃຫ້ເຝົ້າລະວັງ​ຕື່ມ.

 

ປັດຈຸບັນ, ອໍານາດການປົກຄອງທ້ອງຖິ່ນ ເມືອງທ່າປາງທອງ ໄດ້ສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍ່ໄດ້ໃຫ້ພາກສ່ວນກ່ຽວຂ້ອງໄດ້ດໍາເນີນມາດຕະການ ເພື່ອຢັບຢັ້ງຂອງການລະບາດພະຍາອະຫິວາໝູອາຟຣິກາ ໂດຍທາງເມືອງໄດ້ອອກແຈ້ງການ ກ່ຽວກັບຫ້າມຊື້-ຂາຍ ແລະ ເຄື່ອນຍ້າຍໝູ ແລະ ສິ້ນສ່ວນຕ່າງໆຂອງໝູພາຍໃນຂອບເຂດເມືອງ ແລະ ອອກໄປເຂດອື່ນ.

 

ພ້ອມດຽວກັນນັ້ນ, ກໍ່ໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຈັດຕັ້ງຈຸດສະກັດ ກວດກາເຄື່ອນ​ຍ້າຍ ແລະ ​ສີດ​ພົ່ນຢາຂ້າເຊື້ອພະຍາດ ພາຫະນະເຂົ້າ-ອອກ ໃນຈໍານວນ 3 ຈຸດທີ່ສໍາຄັນເຊັ່ນ: ຈຸດບ້ານນາສະໂນ ເສັ້ນທາງເຊື່ອມຕໍ່ໄປສູ່ເມືອງພີນ; ຈຸດແກ້ງແກບ ເສັ້ນທາງສະກັດກັ້ນຈາກເຂດລະບາດເຂົ້າສູ່ເທດສະບານເມືອງ ແລະ ຈຸດບ້ານນາຫ້ວຍໄລ່ ເສັ້ນທາງເຊື່ອມຕໍ່ອອກໄປເມືອງສອງຄອນ. ປັດຈຸບັນຢູ່ເມືອງທ່າປາງທອງມີໝູ ຈໍານວນ 37.701 ໂຕ, ໃນນີ້ມີ 2 ບ້ານທີ່ມີການລະບາດຂອງພະຍາດມີໝູທັງໝົດ 1.406 ໂຕ ຄືບ້ານແດນສະຕຶງມີຈໍານວນ 655 ໂຕ ແລະ ບ້ານພູຜານາງຈຳນວນ 751ໂຕ.