ຈີນ ຮຽກຮ້ອງ ອາເມຣິກາ ແກ້ໄຂມາດຕະການທີ່ຂັດແຍ່ງກັບກົດໝາຍການຄ້າໂລກ

41

ກະຊວງການຄ້າຈີນ ຮຽກຮ້ອງໃຫ້ອາເມຣິກາ ແກ້ໄຂຂໍ້ຜິດພາດໃນການໃຊ້ມາດຕະການຕໍ່ຕ້ານການອຸດໜຸນກັບສິນຄ້າຈີນ ຫຼັງຈາກອົງການການຄ້າໂລກ (WTO) ລາຍງານວ່າ ມາດຕະການຕອບໂຕ້ຂອງສະຫະລັດ ບໍ່ສອດຄ່ອງກັບກົດໝາຍຂອງອົງການການຄ້າໂລກ.

ในภาพอาจจะมี สถานที่กลางแจ้ง

ທັງນີ້ ເມື່ອວັນອັງຄານ ທີ 16 ກໍລະກົດ ທີ່ເມືອງເຈນີວາ ປະເທດສະວິດເຊີແລນ ອົງກອນອຸທອນ (Appellate Body) ໄດ້ຕັດສິນຕາມຄໍາຮ້ອງທີ່ຄະນະພິຈາລະນາແຫ່ງອົງການການຄ້າໂລກທີ່ໄດ້ຍື່ນໄວ້ ໃນເດືອນມີນາ 2018 ວ່າ ອາເມຣິກາ ໃຊ້ວິທີການທີ່ບໍ່ສອດຄ່ອງກັບບົດບັນຍັດ ວ່າດ້ວຍການອຸດໜຸນ ແລະ ຂໍ້ຕົກລົງມາດຕະການຕອບໂຕ້ຕ່າງໆ ໃນການເຮັດວຽກເຖິງ 11 ຂະບວນການ.

ในภาพอาจจะมี สถานที่กลางแจ้ง

ລາຍງານດັ່ງກ່າວ ໄດ້ພິສູດໃຫ້ເຫັນວ່າ ອາເມຣິກາ ໄດ້ໃຊ້ມາດຕະການຍຽວຍາທາງການຄ້າທີ່ຂັດຕໍ່ກົດໝາຍຂອງອົງການການຄ້າໂລກ ເຊິ່ງລະເມີດຄວາມເປັນທໍາ ແລະ ຄວາມສະເໝີພາບຂອງສະພາບແວດລ້ອມທາງການຄ້າລະຫວ່າງປະເທດຢ່າງຮ້າຍແຮງອີກຄັ້ງ.

ຖະແຫຼງການຂອງກະຊວງການຄ້າຈີນ ລະບຸວ່າ “ຈີນເຄົາລົບກົດໝາຍການຄ້າພະຫຸພາຄີສະເໝີ ແລະ ຄັດຄ້ານການໃຊ້ມາດຕະການຍຽວຍາທາງການຄ້າທີ່ບໍ່ເຫມາະສົມ”.

ไม่มีคำอธิบายรูปภาพ

ຖະແຫຼງການຍັງລະບຸວ່າ ການຍື່ນເລື່ອງນີ້ ໄປໃຫ້ອົງການການຄ້າໂລກພິຈາລະນາມີວັດຖຸປະສົງ ເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາຂອງຈີນ ໂດຍຢູ່ພາຍໃຕ້ອໍານາດຂອງລະບົບການຄ້າພະຫຸພາຄີ ແລະ ຄວາມເຂັ້ມງວດຂອງກົດໝາຍ.

ในภาพอาจจะมี ท้องฟ้า, ตึกระฟ้า, มหาสมุทร, สถานที่กลางแจ้ง และน้ำ

ໃນຊ່ວງບໍ່ເທົ່າໃດປີ ທີ່ຜ່ານມາ ການໃຊ້ມາດຕະການຕໍ່ຕ້ານການສະໜັບສະໜຸນຂອງອາເມຣິກາໃນທາງທີ່ຜິດ ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ການສົ່ງອອກສິນຄ້າຈີນ ກະຊວງການຄ້າຈີນຈຶ່ງກະຕຸ້ນໃຫ້ສະຫະລັດ ດໍາເນີນການເພື່ອສ້າງສະພາບແວດລ້ອມທາງການຄ້າທີ່ຍຸຕິທໍາ ແລະ ໝັ້ນຄົງ ສໍາລັບທຸລະກິດຂອງທັງສອງປະເທດ.