ຈໍາປາສັກ ຄາດເສດຖະກິດຈະຂະຫຍາຍຕົວໄດ້ 8,16%

49

ຈໍາປາສັກ ຖືເປັນແຂວງເນື້ອຫອມອີກແຫ່ງໜຶ່ງໃນ 4 ແຂວງພາກໃຕ້ ເນື່ອງຈາກໄລຍະຜ່ານມານັກລົງທຶນພາຍໃນ ແລະ ຕ່າງປະເທດສົນໃຈເຂົ້າມາລົງທຶນໃນແຂວງດັ່ງກ່າວຢ່າງຄຶກຄັກ ອັນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ. ສໍາລັບປີ 2019 ກໍຄາດວ່າອັດຕາການເຕີບໂຕຂອງເສດຖະກິດ ຈະເປັນໄປຕາມແຜນໃນລະດັບ 8,16%.

ທ່ານ ສຸກສະຫວັນ ວິໄລວົງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ທັງເປັນຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ແຂວງຈໍາປາສັກ ເຫັນວ່າມີບັນຍາກາດດີຂຶ້ນ ໂດຍອີງຕາມການແຈ້ງການຂອງລັດຖະບານ ເລກທີ 02/ນຍ ທາງແຂວງພວກເຮົາກໍໄດ້ມີການປັບປຸງຂອດຂັ້ນ ຫຼື ສິ່ງອັດຕັນຕ່າງໆຜ່ານກົນໄກປະຕູດຽວ ເພື່ອເຮັດແນວໃດໃຫ້ຂອດການປະສານງານ, ການຄົ້ນຄວ້າເອກະສານລະຫວ່າງຂະແໜງການພາຍໃນແຂວງໃຫ້ມີຄວາມສະດວກ, ວ່ອງໄວ ພ້ອມທັງປັບປຸງລະບຽບການຕ່າງໆ ເພື່ອອໍານວຍຄວາມສະດວກແກ່ພາກທຸລະກິດກໍຄືການລົງທຶນ. ເວົ້າສະເພາະໂຄງການໃໝ່ໆຂອງຕ່າງປະເທດທີ່ມາລົງທຶນໃນແຂວງ ແມ່ນມາຈາກປະເທດມາເລເຊຍ ທີ່ລົງທຶນປູກພືດຜັກເຮືອນຮົ່ມ ແລະ ປູກດອກໄມ້ເມືອງໜາວ ທີ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໃນເດືອນກຸມພາ 2019 ຜ່ານມາ, ປັດຈຸບັນນີ້ກໍາລັງຈະອອກອະນຸຍາດການລົງທຶນ ເນື່ອງຈາກໄດ້ຕັດຮອນຂັ້ນຕອນອັນໃດທີ່ບໍ່ມີຄວາມຈໍາເປັນ ຫຼື ຄວາມຫຍຸ້ງຍາກກໍໄດ້ຕັດອອກເພື່ອໃຫ້ໄວທີ່ສຸດ.

ເວົ້າສະເພາະໂຄງການລົງທຶນຂອງລັດ ທີ່ໃຊ້ງົບປະມານລັດປົກກະຕິຈໍານວນ 20 ຕື້ກີບລົງມານັ້ນ ທາງແຂວງ ພວກເຮົາບໍ່ມີໂຄງການລົງທຶນໃດໆນັບແຕ່ປີ 2017 ເປັນຕົ້ນມາ. ສໍາລັບປີ 2019 ມີແຕ່ບ້ວງການຟື້ນຟູໄພພິບັດປະມານ 20 ໂຄງການ ໃນມູນຄ່າ 15 ຕື້ກີບ. ໃນນີ້, 17 ໂຄງການ ແມ່ນສຸມໃສ່ກໍ່ສ້າງ, ປັບປຸງຊົນລະປະທານເພື່ອຮັບໃຊ້ໃຫ້ແກ່ການຜະລິດໃນລະດູແລ້ງ ແລະ ລະດູຝົນຂອງປີ 2020 ແລະ ອີກ 3 ໂຄງການ ແມ່ນການປັບປຸງກໍ່ສ້າງເສັ້ນທາງພື້ນຖານໂຄງລ່າງ. ສ່ວນໂຄງການໃຫຍ່ທີ່ເປັນການລົງທຶນຂອງເອກະຊົນແມ່ນໂຄງການສ້າງສວນວັດທະນະທໍາຄົບວົງຈອນຢູ່ນະຄອນປາກເຊ ມີທັງໝົດ 10 ກິດຈະການ ປັດຈຸບັນຍັງຢູ່ໃນຂັ້ນຕອນການສຶກສາສໍາຫຼວດຄວາມເປັນໄປໄດ້, ພາຍຫຼັງສໍາເລັດການສໍາຫຼວດແລ້ວຈຶ່ງຈະຮູ້ວ່າມີມູນຄ່າການລົງທຶນເທົ່າໃດ? ເຊິ່ງເປັນໂຄງການລົງທຶນຂອງນັກທຸລະກິດຄົນລາວເຊື້ອສາຍຈີນ.

ທ່ານ ສຸກສະຫວັນ ກ່າວຕື່ມວ່າ: ສໍາລັບບັນຍາກາດການລົງທຶນພາຍໃນແຂວງກໍຍັງປະຕິບັດຕາມນະໂຍບາຍຂອງລັດຖະບານ ໂດຍເນັ້ນສົ່ງເສີມການລົງທຶນໃນ 3 ຂະແໜງການ ເປັນຕົ້ນແມ່ນ: ການຜະລິດເປັນສິນຄ້າ, ອຸດສາຫະກຳປຸງແຕ່ງ, ການບໍລິການ, ການຄ້າ ແລະ ການທ່ອງທ່ຽວ. ປັດຈຸບັນກໍາລັງຈະສໍາເລັດບັນຊີຮຽກການລົງທຶນເປັນອັນສະເພາະຂອງແຂວງຈໍາປາສັກ ເນື່ອງຈາກໃຫ້ມີລັກສະນະເຈາະຈົງຫຼາຍຂຶ້ນ ທັງເປັນການກະກຽມເພື່ອໄປຮ່ວມງານ ເອັກໂປ ເມືອງມີສະເໜ່ ທີ່ຈະຈັດຂຶ້ນຢູ່ ສປ ຈີນ ໃນປີນີ້ ເຊິ່ງພວກເຮົາຄາດວ່າ ຈີດີພີ ຂອງແຂວງຈະຢູ່ໃນລະດັບ 8,16% ໂດຍ 3 ເດືອນຕົ້ນປີປະຕິບັດໄດ້ 2,05% ເນື່ອງຈາກການລົງທຶນຂອງລັດຍັງບໍ່ທັນຈັດຕັ້ງປະຕິບັດ ແລະ ການປ່ອຍສິນເຊື່ອຂອງທະນາຄານກໍໄດ້ພຽງແຕ່ 200 ກວ່າຕື້ເທົ່ານັ້ນ ກໍໝັ້ນໃຈວ່າເສດຖະກິດຂອງແຂວງໃນປີ 2019 ສາມາດປະຕິບັດໄດ້ຕາມແຜນ ແລະ ເຫດຜົນທີ່ຈະເຮັດໃຫ້ເປັນຕາມແຜນທີ່ວ່ານັ້ນແມ່ນການຊຸກຍູ້ການໃຫ້ສິນເຊື່ອຂອງທະນາຄານ.

ສໍາລັບໂຄງການອື່ນໆທີ່ຈັດຕັ້ງປະຕິບັດຢູ່ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງຕາຝັ່ງເຈື່ອນແຂວງຈໍາປາສັກ ເປັນທຶນກູ້ຢືມດອກເບ້ຍຕໍ່າຂອງລັດຖະບານ ສ.ເກົາຫຼີ ແລະ ທຶນສົມທົບຂອງລັດຖະບານ ເຊິ່ງບໍລິສັດເອກະຊົນພາຍໃນກໍໄດ້ມີສ່ວນຮ່ວມໃນການກໍ່ສ້າງ ອາດຈະເປັນຜູ້ຮັບເໝົາຍ່ອຍ ຫຼື ຜູ້ສະໜອງວັດສະດຸ – ອຸປະກອນການກໍ່ສ້າງຕ່າງໆ, ສ່ວນການເກັບຄ່າບໍລິການຜ່ານທາງ ( ເມືອງໂພນທອງ ຫາ ດ່ານສາກົນວັງເຕົ່າ ) ທີ່ເຄີຍເປັນຂ່າວຜ່ານມານັ້ນ ທາງກະຊວງກ່ຽວຂ້ອງກໍໄດ້ມີການແຕ່ງຕັ້ງຄະນະກໍາມະການລົງເກັບກໍາເອົາຂໍ້ມູນຕົວຈິງ ໂດຍແບ່ງອອກເປັນ 2 ຈຸ ຄື: ເອົາຂໍ້ມູນທາງດ້ານນິຕິກຳ ແລະ ເອົາຂໍ້ມູນຕົວຈິງ, ປັດຈຸບັນຍັງຢູ່ໃນຂັ້ນຕອນການສັງລວມຂໍ້ມູນ ແຕ່ຍັງບໍ່ທັນໄດ້ລາຍງານຢ່າງເປັນທາງການ.

ຂະນະທີ່, ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ເຫັນວ່າຜູ້ລົງທຶນກໍໄດ້ປະຕິບັດຕາມແຜນທີ່ວາງໄວ້ເປັນແຕ່ລະໄລຍະ ເຊິ່ງໄລຍະທໍາອິດແມ່ນການກໍ່ສ້າງເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43 ກິໂລແມັດ ສໍາເລັດແລ້ວເຄິ່ງໜຶ່ງ.

ສ່ວນການກໍ່ສ້າງດ່ານສາກົນວັງເຕົ່າ – ຊ່ອງເມັກ ເນື່ອງຈາກເປັນໂຄງການຂອງກະຊວງການເງິນ ທີ່ນໍາໃຊ້ງົບ 10% ຂອງດ່ານທີ່ເກັບລາຍຮັບເຂົ້າງົບປະມານ, ຕໍ່ມາໄລຍະໜຶ່ງໄດ້ມີການຍົກເລີກມອບລາຍຮັບ 10% ໃຫ້ແຂວງກໍເຮັດໃຫ້ມີຄວາມຫຍຸ້ງຍາກ, ແຕ່ປັດຈຸບັນກະຊວງແຜນການກໍໄດ້ເອົາເຂົ້າໃນແຜນການຊໍາລະປີ 2019 ປະມານ 200 ລ້ານກີບ, ປັດຈຸບັນນີ້ແມ່ນສໍາເລັດແລ້ວ 90% ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.

[ ຂ່າວ: ສົມສະຫວິນ, ຮູບ: ວິລະສັກ ]