ຊຽງຂວາງ ປະກາດການພັດທະນາຈະບໍ່ກະທົບສະຖານທີ່ຕິດພັນປະຫວັດສາດ

720

ທົ່ງໄຫຫີນ ແຂວງຊຽງຂວາງ ກຳລັງໄດ້ຮັບເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ເຊິ່ງເປັນຄວາມພາກພູມໃຈຂອງຄົນລາວໃນທົ່ວປະເທດ, ຊຽງ ຂວາງ ກຳລັງມີໃບໜ້າໃໝ່ທີ່ສຳຄັນອີກແຂວງໜຶ່ງໃນການເປີດກວ້າງການລົງທຶນເພື່ອການພັດທະນາ. ຫຼ້າສຸດ, ເຈົ້າແຂວງຊຽງຂວາງ ໄດ້ປະກາດຢ່າງຊັດເຈນແລ້ວວ່າການລົງທຶນພາຍໃນແຂວງ ຕ້ອງຮັກສາສະຖານທີ່ທີ່ຕິດພັນກັບປະຫວັດສາດແລະ ການລົງທຶນຕ້ອງຮັບປະກັນດ້ານສິ່ງແວດລ້ອມທີ່ບໍ່ສົ່ງຜົນກະທົບໄລຍະຍາວ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2019 ເມື່ອເດືອນມິຖຸນາຜ່ານມາ ວ່າ: ຊຽງຂວາງ ເປັນແຂວງທີ່ຕິດພັນກັບປະຫວັດສາດທາງວັດທະນະທຳ ແລະ ປະຫວັດສາດການຕໍ່ສູ້ທີ່ຍືດເຍື້ອຍາວນານກ້າວເຂົ້າສູ່ສັງຄົມຍຸກໃໝ່, ຊຽງຂວາງ ໄດ້ເປີດກວ້າງການລົງທຶນເຊັ່ນດຽວກັບແຂວງອື່ນທີ່ເຫັນວ່າມີຄວາມເໝາະສົມ, ປັດຈຸບັນໄດ້ສ້າງນະໂຍບາຍຕ່າງໆເພື່ອອຳນວຍຄວາມສະດວກແກ່ນັກລົງທຶນ ເຊັ່ນ: ການແລ່ນເອກະສານການຂໍອະນຸມັດການລົງທຶນຕ່າງໆໃຫ້ມີຄວາມຮັດກຸມ ແລະ ໃຊ້ເວລາໃຫ້ສັ້ນທີ່ສຸດເທົ່າທີ່ຈະເຮັດໄດ້. ແນວໃດກໍດີ, ການລົງທຶນທັງໝົດແມ່ນຕ້ອງຢູ່ໃນຂອບການອະນຸຍາດການລົງທຶນ ເພື່ອການພັດທະນາຂອງແຂວງເທົ່ານັ້ນ.

ໄລຍະຜ່ານມາມີນັກລົງທຶນສົນໃຈເຂົ້າໄປລົງທຶນເຂດໜອງແມວ ເມືອງແປກ ເພື່ອພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວ, ແຕ່ທັງນີ້ໜອງດັ່ງກ່າວມີຄວາມຕິດພັນກັບປະຫວັດສາດເມືອງພວນ ທີ່ແຂວງ ຈຳເປັນຕ້ອງໄດ້ສະຫງວນໄວ້, ເຊັ່ນດຽວກັບບໍລິສັດເອກະຊົນຂໍສຳປະທານຂຸດຄົ້ນຄຳຕົກຂ້ອນ ເຂດຍອດນ້ຳງື່ມ ທາງແຂວງບໍ່ຮັບພິຈາລະນາເນື່ອງຈາກເຂດຍອດນ້ຳງື່ມສາຍນ້ຳນີ້ຕ້ອງໄຫຼຜ່ານຫຼາຍເມືອງ ທີ່ອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມໂດຍສະເພາະລະບົບນ້ຳປະປາ. ສະນັ້ນ, ນັກລົງທຶນທີ່ຕ້ອງການເຂົ້າມາລົງທຶນໃນແຂວງຊຽງຂວາງ ຕ້ອງແມ່ນນັກພັດທະນາ ແລະ ນັກລົງທຶນໂດຍແທ້ ເພາະເຮົາຫວັງຜົນໄລຍະຍາວ, ທ່ານເຈົ້າແຂວງ ກ່າວ.

ການລົງທຶນຂອງແຂວງຊຽງ ຂວາງ ກາງປີ 2019 ເຫັນວ່າຂະຫຍາຍຕົວຢ່າງກ້າວກະໂດດ ຖ້າທຽບໃສ່ກັບ 6 ເດືອນກາງປີ 2019 ມີການລົງທຶນສູງເຖິງ 1.300 ຕື້ ກວ່າໂດລາສະຫະລັດ ກວມເອົາ 86% ຂອງແຜນການໝົດປີ 2019, ການລົງທຶນສ່ວນໃຫຍ່ແມ່ນນອນໃນຂະແໜງກະສິກໍາ, ພະລັງງານ ແລະ ບໍ່ແຮ່, ຂະແໜງບໍລິການ ແລະ ອື່ນໆ.

ທ່ານ ບຸນຕົ້ນ ຈັນທະພອນ ຮຽກຮ້ອງມາຍັງນັກລົງທຶນທີ່ສົນໃຈເຂົ້າໄປລົງທຶນໃນແຂວງຊຽງຂວາງ ໃນຂະແໜງການຕ່າງໆທີ່ເປັນທ່າແຮງ ທ່ານບໍ່ຕ້ອງກັງວົນເລື່ອງຂັ້ນຕອນຂອງການແລ່ນເອກະສານ ເພາະແຂວງຈະພິຈາລະນາບໍ່ເກີນ 2 ອາທິດເທົ່ານັ້ນ ແລະ ຈະບໍ່ມີການເຊັນ MOU ໃຫ້ກ່ອນແລ້ວຄ່ອຍມາຂຽນບົດວິພາກຕາມຫຼັງ ເພາະຊຽງ ຂວາງ ຕ້ອງການນັກລົງທຶນທີ່ເປັນນັກພັດທະນາໂດຍແທ້.

( ຂ່າວ: ສຸລິນ )