ບາດກ້າວໃໝ່! ກອງທັບປະຊາຊົນລາວ ປະກາດສ້າງຕັ້ງກອງບັນຊາການທະຫານອາກາດ

253

ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງ ແລະການແຕ່ງຕັ້ງຄະນະກອງບັນຊາ ການທະຫານອາກາດກອງທັບປະຊາຊົນລາວຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2019 ຜ່ານມາ ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

 

 

ໃນພິທີ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານລັດຖະດໍາ ລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການອະນຸຍາດໃຫ້ສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ອັກສອນຫຍໍ້ “ກບອ” ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ.

ຈາກນັ້ນ, ພົນຕີ ສອນທອງ ພົມລາວົງ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 183/ນຍ ນະຄອນຫຼວງວຽງຈັນ ວັນທີ 25 ມິຖຸນາ2019 ວ່າດ້ວຍການແຕ່ງຕັ້ງຜູ້ບັນຊາການທະຫານ ອາກາດກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ  ພັນເອກ ຄໍາເຫຼັກ ແສງພະຈັນ ເປັນຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ.

 

 

ນອກນັ້ນ, ຍັງໄດ້ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 182/ນຍ ນະຄອນ ຫຼວງວຽງຈັນ ລົງວັນທີ 25 ມິຖຸນາ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ໂດຍໄດ້ຕົກລົງ ແຕ່ງຕັ້ງ ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນຫົວໜ້າການເມືອງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ.

 

 

ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 1690/ກປທ ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2019 ວ່າ ດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ ພັນເອກ ຄໍາຫຼ້າ ສິມມະວົງ ເປັນຮອງ ຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ພັນເອກ ພັນທະມິດ ວໍລະບຸດ ເປັນຮອງຮັບຜິດຊອບ ວຽກງານອົບຮົມການບິນ ທັງເປັນຫົວໜ້າຫ້ອງອົບຮົມການບິນ, ພັນໂທ ບຸນດອມ ບຸບຜາລິວັນ ເປັນຮອງຮັບຜິດຊອບ ວຽກງານເສນາທິການ ທັງເປັນຫົວໜ້າຫ້ອງເສນາທິການ, ພັນໂທ ທອງພັນ ບຸນສະຫວັດ ເປັນຮອງຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ແລະ ພັນໂທ ສອນທອງ ແກ້ວຈັນດາ ເປັນຮອງຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າຫ້ອງເຕັກນິກກອງບັນ ຊາການທະຫານອາກາດກອງ ທັບປະຊາຊົນລາວ.

 

 

ໃນໂອກາດນີ້, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ແມ່ນເປັນຂີດໝາຍອັນດີແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຂອງກອງທັບປະຊາຊົນລາວ ເວົ້າ ລວມ, ເວົ້າສະເພາະແມ່ນເຫຼົ່າຮົບທະຫານອາກາດ ເພື່ອກ້າວສູ່ລະບຽບແບບແຜນທີ່ທັນສະໄໝ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງເຫຼົ່າຮົບໃນສະເພາະໜ້າ ແລະ ຍາວນານ.