ອະຫິວາໝູລະບາດ ຫຼ້າສຸດເມືອງຊ່ອນ ພົບໝູຕາຍແລ້ວ 500 ກວ່າໂຕ

44

ພາຍຫຼັງ, ພະຍາດອະຫິວາໝູອາຟຣິກາລະບາດຢູ່ ສປປ ລາວ ຄັ້ງທຳອິດທີ່ກວດພົບຢູ່ເມືອງ ຕຸ້ມລານ ແຂວງ ສາລະວັນ ແລະເມື່ອບໍ່ດົນມານີ້ກໍ່ພົບຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ປະກົດວ່າພະຍາດຊະນິດນີ້ໄດ້ແຜ່ຂະຫຍາຍໄປຢ່າງວ່ອງໄວໄປຮອດພາກເໜືອແລ້ວ ສົ່ງຜົນກະທົບຕໍ່ປະຊາຊົນຜູ້ລ້ຽງໝູຢູ່ເມືອງຊ່ອນ ແຂວງ ຫົວພັນ ມີໝູຕາຍແລ້ວ 578 ໂຕ ໃນ 17 ບ້ານ.

 

 

ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນໄດ້ເປີດເຜີຍວ່າ: ຕາມການລົງກວດກາຂອງວິຊາການລ້ຽງສັດຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ລົງກວດກາໝູເຈັບ ແລະ ຕາຍ ຢູ່ພາຍໃນເມືອງຊ່ອນໃນລະຫວ່າງວັນທີ 6-15 ກໍລະກົດ 2019 ພົບໝູເຈັບ ແລະ ຕາຍຍ້ອນພະຍາດອະຫິວາທັງໝົດ 621 ກໍລະນີ. ໃນນີ້, ໝູຕາຍແລ້ວ 578 ໂຕ ໃນ 17 ບ້ານຄື: ບ້ານແລ້ງ, ບ້ານວັດ, ບ້ານນາຈັກ, ບ້ານທາດ, ບ້ານນາໜົມ, ບ້ານນາໝໍ້, ບ້ານໜອງໃສ, ບ້ານມັ້ນ, ບ້ານບວກ, ບ້ານຫ້ວຍຕຶນ, ບ້ານຊ່ອນໃຕ້, ບ້ານຊ່ອນເໜືອ, ບ້ານໂງ່ນ, ບ້ານຫ້ວຍສະຫງອນ, ບ້ານເມືອງເປີ້, ບ້ານນໍ້າເນີນ ແລະ ບ້ານຊາຍ.

 

 

ຕໍ່ກັບສະພາບດັ່ງກ່າວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ໄດ້ແນະນຳໃຫ້ ປະຊາຊົນທີ່ລ້ຽງໝູທີ່ມີໝູເຈັບ ແລະ ຕາຍດັ່ງນີ້: ຖ້າມີສັດເຈັບໃຫ້ແຍກອອກຈາກຝູງສັດທີ່ບໍ່ທັນເຈັບ; ຖ້າສັດໂຕໃດຕາຍໃຫ້ຝັງຖີ້ມ( ໂຮຍດ້ວຍປູນຂາວ ); ຫ້າມນໍາເອົາສັດຕາຍຖີ້ມລົງຫ້ວຍນໍ້າລໍາເຊ ແລະ ສະຖານທີ່ຕ່າງໆ; ຫ້າມເຄື່ອນຍ້າຍສັດເຈັບອອກໄປຕ່າງເມືອງ,ຕ່າງແຂວງ ແລະ ຫ້າມນໍາເອົາສັດທີ່ຕາຍມາບໍລິໂພກ ຫຼື ຂາຍ ຖ້າກວດພົບເຫັນຈະຖືກຢຶດຂອງກາງພ້ອມທັງປັບໃຫມຕາມລະບຽບກົດໝາຍ.

 

 

 

 

 

ຂໍ້ມູນ: Media Laos