ທ່ານ ສອນໄຊ ສີພັນດອນ ຊີ້ນໍາໄຊຍະບູລີ ເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າ ແກ້ໄຂບັນຫາໄມ້

114

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ແຂວງໄຊຍະບູລີ ຈົ່ງໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ກະກຽມແຜນການປູກພືດທົດແທນເຂດທີ່ຖືກສັດຕູພືດທໍາລາຍ; ພ້ອມທັງສືບຕໍ່ແກ້ໄຂບັນຫາໄມ້ທີ່ຍັງຕົກຄ້າງຢູ່ສະໜາມໜຶ່ງ, ສະໜາມສອງ ແລະ ໄມ້ທີ່ຍັງຕົກຄ້າງຢູ່ໂຮງງານ.

ທ້າຍອາທິດຜ່ານມາ ທ່ານ ສອນໄຊ  ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເຈົ້າແຂວງໄຊຍະບູລີ, ມີອໍານາດການປົກຄອງແລະ ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ງົບປະມານ 6 ເດືອນຕົ້ນປີຜ່ານມາ ແລະ ການດຳເນີນກອງປະຊຸມ   ໃຫຍ່ 3 ຂັ້ນ ຢູ່ແຂວງໄຊຍະບູລີ, ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ 2019 ແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ການຜະລິດຂອງປະຊາຊົນໃນໄລຍະຕົ້ນລະດູນາປີເຫັນວ່າສືບຕໍ່ເປັນຂະບວນການຕໍ່ເນື່ອງ ແລະ ມີບັນຍາກາດຟົດຟື້ນດີ ແຕ່ໄລຍະຫຼັງມານີ້ເນື່ອງຈາກໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງແກ່ຍາວ ແລະ ສັດຕູພືດ ທໍາລາຍຜົນລະປູກຂອງປະຊາຊົນເປັນບໍລິເວນກວ້າງ, ຄາດວ່າການເຕີບໂຕດ້ານເສດຖະກິດຂອງແຂວງຈະບໍ່ບັນລຸຄາດໝາຍວາງໄວ້ ( 8,7% ), ເກັບລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງປະຕິບັດໄດ້ 453,5 ຕື້ກີບ ເທົ່າກັບ 47,1% ຂອງແຜນປີ; ວຽກງານສຶກສາ – ສາທາລະນະສຸກໄດ້ເອົາໃຈໃສ່ໃນການປັບປຸງຍົກລະດັບຄຸນນະພາບການຮຽນ – ການສອນຂອງຄູ, ນັກຮຽນມີນໍ້າໃຈບໍລິການຮັບໃຊ້, ຈັນຍາບັນຂອງພະນັກງານແພດໝໍຢູ່ໂຮງໝໍ ແລະ ສຸກສາລາ, ສູນບໍລິການຕ່າງໆສູງຂຶ້ນກວ່າເກົ່າ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຄາດໝາຍດ້ານການພັດທະນາແບບຍືນຍົງເປັນຮູບປະທໍາຫຼາຍຂຶ້ນ ແລະ ບັນລຸຄາດໝາຍວາງໄວ້ຈໍານວນໜຶ່ງ; ພ້ອມທັງເຝົ້າລະວັງ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ, ຍູ້ຂະບວນການສ້າງຄອບຄົວ ແລະ ບ້ານແບບຢ່າງດ້ານຕ່າງໆ ປັດຈຸບັນຄອບຄົວວັດທະນະທໍາ ມີ 63.025 ຄອບຄົວ ກວມເອົາ 85,2% ແລະ ບ້ານວັດທະນະທໍາ ໄດ້ 361 ບ້ານ, ຄອບຄົວພັດທະນາແລ້ວ ມີ 64.779 ຄອບຄົວ ກວມເອົາ 87,4% ແລະ ຮັບຮອງເປັນບ້ານພັດທະນາແລ້ວ 292 ບ້ານ ກວມ 87,47% ຂອງຈໍານວນບ້ານທັງໝົດ, ຄວາມທຸກຍາກຍັງເຫຼືອ 1.202 ຄອບຄົວ ກວມເອົາ 1,6% ບ້ານທຸກຍາກຍັງ 12 ບ້ານ. ສໍາລັບວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນໂດຍອີງໃສ່ຄໍາສັ່ງ 04/ຄລສພ ມາຮອດປັດຈຸບັນການດໍາເນີນກອງປະຊຸມໃຫຍ່ຂອງອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ, ນັກຮົບເກົ່າຢູ່ບັນດາເມືອງໄດ້ສໍາເລັດເກືອບ 100%.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ແຂວງສາມາດຍາດໄດ້ໄລຍະທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນ. ໃນນີ້, ທ່ານໄດ້ເນັ້ນໜັກໃຫ້ແຂວງ ສືບຕໍ່ເອົາໃຈໃສ່ພົວພັນຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອຈາກບັນດາປະເທດອ້ອມຂ້າງ. ນອກນັ້ນ, ເພຶື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໜັກໃຫ້ແຂວງໄຊຍະບູລີ ສືບຕໍ່ເອົາໃຈໃສ່ບາງບັນຫາສໍາຄັນ ເປັນຕົ້ນສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນ ຊາດ – ປ້ອງກັນຄວາມສະຫງົບ ໂດຍສະເພາະການຄຸ້ມຄອງ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສຶກສາອົບຮົມປະຊາຊົນບໍ່ໃຫ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ, ການນໍາໃຊ້ສື່ສັງຄົມອອນລາຍໃນທາງບໍ່ຖືກຕ້ອງ.

ນອກນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ການຜະລິດລະດູແລ້ງຂອງປະຊາຊົນ, ກະກຽມແຜນການປູກພືດທົດແທນເຂດທີ່ຖືກສັດຕູພືດທໍາລາຍ; ສືບຕໍ່ແກ້ໄຂບັນຫາໄມ້ທີ່ຍັງຕົກຄ້າງຢູ່ສະໜາມໜຶ່ງ, ສະໜາມສອງ ແລະ ໄມ້ທີ່ຍັງຕົກຄ້າງຢູ່ໂຮງງານໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ. ໃນນີ້, ໃຫ້ເອົາໃຈໃສ່ຂະຫຍາຍເນື້ອທີ່ປູກໄມ້ເປັນສິນຄ້າໃຫ້ຫຼາຍຂຶ້ນ ເປັນຕົ້ນ ໄມ້ສັກ ແລະ ອື່ນໆ ຄຽງຄູ່ກັບການຊຸກຍູ້ສົ່ງເສີມສະມາຄົມເຟີນີເຈີປຸງແຕ່ງໄມ້ໃຫ້ຂະຫຍາຍຕົວ ແລະ ມີຕະຫຼາດຮອງຮັບ; ສືບຕໍ່ເອົາໃຈໃສ່ຕິດຕາມໂຄງການລົງທຶນຕ່າງໆຂອງແຂວງ ທີ່ສູນກາງໄດ້ອະນຸມັດເພື່ອໃຫ້ສາມາດດຳເນີນໄປຢ່າງມີປະສິດທິຜົນ. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ປັບປຸງບັນດາດ່ານຕ່າງໆໃຫ້ດີ; ເອົາໃຈໃສ່ເກັບກໍາ ແລະ ສໍາຫຼວດຖານລາຍຮັບໃຫ້ຄົບຖ້ວນ. ນອກນັ້ນ, ໃຫ້ເອົາໃຈໃສ່ຕິດຕາມສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ວຽກງານໂພຊະນາການ.

ໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດຈໍານວນໜຶ່ງ ເປັນຕົ້ນໂຮງງານຜະລິດແປ້ງມັນຕົ້ນ, ໂຄງການຂຸດຄົ້ນແຮ່ຄໍາ, ໂຄງການປູກໝາກກ້ຽງໃຫຍ່ເປັນສິນຄ້າຢູ່ທີ່ເມືອງປາກລາຍ ພ້ອມທັງຢ້ຽມຢາມກອງພັນທະຫານຮາບ 202 ຕື່ມອີກ.

[ ຮູບ – ຂ່າວ: ກົມປະຊາສຳພັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ]