ລາຍງານໂດຍໜ່ວຍງານດ້ານອາຫານຂອງສະຫະປະຊາຊາດ ລະບຸວ່າ ເມື່ອປີຜ່ານມາ ປະຊາກອນໂລກ 821 ລ້ານຄົນ ກໍາລັງຜະເຊີນກັບພາວະອົດຢາກ ເຊິ່ງເພິ່ມຂຶ້ນ 10 ລ້ານຄົນ ຕັ້ງແຕ່ປີ 2017.
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນອັງຄານ ທີ 16 ກໍລະກົດ ວ່າ ໂຄງການອາຫານໂລກ (WFP) ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ເຊິ່ງເປັນໜ່ວຍງານຈັດການດ້ານອາຫານ ແລະ ໂພຊະນາການຂອງສະຫະປະຊາຊາດ (UN) ລາຍງານ ເມື່ອວັນຈັນ ວ່າ ພາວະການອົດຢາກ ແລະ ຄວາມຫິວໂຫຍຂອງປະຊາກອນໂລກ ຍັງຢູ່ໃນຂັ້ນວິກິດ ໂດຍສະຖິຕິເມື່ອປີຜ່ານມາ ມີຫຼາຍກວ່າ 821 ລ້ານຄົນທົ່ວໂລກ ເພິ່ມຂຶ້ນ 10 ລ້ານຄົນ ຈາກສະຖິຕິຂອງປີ 2017 ເຊິ່ງມີປະມານ 811 ລ້ານຄົນ ທັງນີ້ ການທີ່ສະຖານະການຂອງການຂາດສານອາຫານເທິງໂລກກັບມາຮຸນແຮງອີກ ຕັ້ງແຕ່ປີ 2015 ຫຼັງ ຫຼຸດລົງໄປດົນຫຼາຍທົດສະວັດ ຈຶ່ງມີແນວໂນ້ມ ວ່າ ໂລກອາດຈະບໍ່ສາມາດບັນລຸເປົ້າໝາຍການພັດທະນາທີ່ຍັ່ງຍືນ (Sustainable Development Goals) ພາຍໃນປີ 2030 ໃນຂໍ້ ທີ 2 ຄື “ການກໍາຈັດຄວາມຫິວໂຫຍ”.


ທັງນີ້ ລາຍງານຂອງອົງການອາຫານໂລກ ລະບຸດ້ວຍວ່າ ຄວາມອົດຢາກ ແລະ ຄວາມຍາກລໍາບາກຂອງປະຊາຊົນໃນຫຼາຍພື້ນທີ່ ໃນການເຂົ້າເຖິງແຫຼ່ງອາຫານກາຍເປັນເລື່ອງຍາກລໍາບາກ ແລະ ວິກິດຫຼາຍຍິ່ງຂຶ້ນ ເມື່ອກຸ່ມຫົວຮຸນແຮງໃຊ້ປະເດັນມະນຸດສະທໍາດັ່ງກ່າວ ເປັນເຄື່ອງມືໃນການຄວບຄຸມປະຊາຊົນ ໃຫ້ຢູ່ພາຍໃຕ້ການປົກຄອງ ແລະ ເພື່ອຕໍ່ລອງໃນການວ່າຈ້າງສະມາຊິກໃໝ່ດ້ວຍ ໂດຍແນວໂນ້ມດັ່ງກ່າວພົບຫຼາຍທີ່ສຸດໃນທະວີບອາຟຣິກາ ເຊິ່ງມີປະຊາກອນໄດ້ຮັບຜົນກະທົບຈາກວິກິດດ້ານອາຫານຄັ້ງນີ້ ປະມານ 20% ຮອງລົງມາຄືທະວີບອາຊີ ປະມານ 12% ຕາມດ້ວຍລາຕິນອາເມຣິກາ ແລະ ແຄຣິບບຽນ ເກືອບ 7% ລວມທັງໝົດແລ້ວຫຼາຍກວ່າ 2 ພັນຄົນ.


ຢ່າງໃດກໍ່ຕາມ ພາກພື້ນທີ່ພັດທະນາແລ້ວເຊັ່ນອາເມຣິກາເໜືອ ແລະ ເອີຣົບ ຍັງປະສົບກັບບັນຫາ “ຄວາມບໍ່ປອດໄພ” ຫຼື “ຄວາມບໍ່ໝັ້ນຄົງ” ທາງອາຫານ ໂດຍຍັງມີຫຼາຍປະເທດຕ້ອງແກ້ໄຂບັນຫາທີ່ປະຊາຊົນໄດ້ຮັບປະທານອາຫານ “ທີ່ບໍ່ປອດໄພ”. ນອກຈາກນີ້, ດັບເບິລຢູເອັຟພີ ຍັງສະແດງຄວາມກັງວົນດ້ວຍວ່າ ພາວະການຂາດແຄນສານອາຫານທີ່ມີຄຸນນະພາບເທິງໂລກທີ່ມີແນວໂນ້ມຮຸນແຮງຂຶ້ນ ຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍ ປະມານ 149 ລ້ານຄົນ.
