ເມືອງໄຊພູທອງ ຈັດກິດຈະກໍາວັນປູກຕົ້ນໄມ້ທີ່ເດີ່ນວັດພະທາດໂພ່ນ

184

ເມືອງໄຊພູທອງ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຢູ່ສະຖານທີ່ແຫຼ່ງທ່ອງທ່ຽວພະທາດໂພ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດປະຊາຊົນພາຍໃນເມືອງເຂົ້າຮ່ວມ ເມື່ອວັນທີ 11 ກໍລະກົດຜ່ານມາ.

ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ  ໄດ້ກ່າວວ່າ: ການຈັດກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແນໃສ່ການປົກປັກຮັກສາສິ່ງແວດລ້ອມ, ສ້າງເມືອງໃຫ້ກາຍເປັນພື້ນທີ່ສີຂຽວຕາມຍຸດທະສາດພັດທະນາປ່າໄມ້ຂອງລັດຖະບານ ກໍຄືຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ພ້ອມທັງເປັນການປັບປຸງທັດສະນີຍະພາບ, ສ້າງສະພາບແວດລ້ອມໃຫ້ສວຍງາມ, ມີຄວາມຮົ່ມເຢັນ, ຕາມທິດຍືນຍົງ ແລະ ເປັນການສ້າງໂອກາດທີ່ດີໃຫ້ເຍົາວະຊົນທີ່ເປັນໜໍ່ແໜງຂອງປະເທດຊາດ, ຮູ້ຮັກທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມນຳອີກ.

ຕົ້ນໄມ້ທີ່ນຳມາປູກຢູ່ສະຖານທີ່ດັ່ງກ່າວ ທາງຄະນະພັກ, ຄະນະນໍາເມືອງໄຊພູທອງ ພວກເຮົາໄດ້ພ້ອມພຽງກັນປຸກລະດົມທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການປູກຕົ້ນໄມ້ ໂດຍນໍາໃຊ້ທຸກທ່າແຮງເພື່ອສ້າງໃຫ້ເດີ່ນພະທາດໂພ່ນມີຄວາມສວຍງາມ, ມີຮົ່ມເຢັນ ເພື່ອຮອງຮັບແຂກທີ່ມາທ່ອງທ່ຽວ ແລະ ພັກເຊົາ, ຕົ້ນໄມ້ທີ່ນໍາມາປູກຈໍານວນ 60 ຕົ້ນ ປະກອບມີ: ຕົ້ນໄມ້ປະດັບ, ຕົ້ນໄມ້ອຸດສາຫະກໍາ ເຊັ່ນ: ຕົ້ນໄມ້ມັນປາ, ຕົ້ນໄມ້ຂະຍູງ, ຕົ້ນໄມ້ແຕ້ຄ່າ, ຕົ້ນໄມ້ດູ່, ຕົ້ນໄມ້ກາງຂອງ, ໄມ້ກາກະເລົາ, ໄມ້ຄູນລາວ, ໄມ້ຈໍາປາລາວ, ໄມ້ກະໂດນນໍ້າ, ໄມ້ຂະຍອມ ແລະ ຕົ້ນໄມ້ຈານ. ສໍາລັບປີ 2019 ນີ້ ເມືອງໄຊພູທອງ ໄດ້ປູກໄມ້ໃນເນື້ອທີ່ 5 ເຮັກຕາ ເຫັນໄດ້ວ່າປີນີ້ມີເນື້ອທີ່ປູກໄມ້ເພີ່ມຂຶ້ນ ເຊິ່ງໃນຊຸມປີຜ່ານມາ ເມືອງໄຊພູທອງໄດ້ປູກຕົ້ນໄມ້ປະມານ 38.447 ເຮັກຕາ.

ໂອກາດດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ອະນາໄມຕົວເມືອງ, ບໍ່ຖິ້ມ ແລະ ບໍ່ຈູດຂີ້ເຫຍື້ອຊະຊາຍ ທັງໝົດນີ້ກໍເພື່ອປະກອບສ່ວນໃນການອະນຸຮັກຊັບພະຍາກອນທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງເມືອງໄຊພູທອງ “ ຂຽວສະອາດງາມຕາ ແລະ ເປັນການລິເລີ່ມສ້າງເມືອງໄຊພູທອງ ໃຫ້ເປັນເມືອງທ່ອງທ່ຽວສະອາດຂອງອາຊຽນ. ທັງນີ້, ກໍເພື່ອເປັນການດຶງດູດຈິດໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວເມືອງໄຊພູທອງ ມາແລ້ວຢາກມາອີກ ເຮັດໃຫ້ສະຖານທີ່ທ່ອງທ່ຽວວັດພະທາດໂພ່ນກາຍເປັນເມືອງບໍລິການການທ່ອງທ່ຽວ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການນັບມື້ຫຼາຍຂຶ້ນ, ເຮັດໃຫ້ເມືອງໄຊພູທອງ ມີການພັດທະນາ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

( ຮູບ – ຂ່າວ: ພັນທະມິດ ວົງສຸທິ )