ແຈ້ງ 3 ເມືອງຕິດຕາມລະດັບນໍ້າຈະສູງຂຶ້ນ ຈາກການທົດສອບເຄື່ອງປັ່ນໄຟທີ່ເຂື່ອນນ້ຳຂອງໄຊຍະບູລີ

78

ພະແນກພະລັງງານ ແລະ ບໍ່ແຮ່, ແຂວງໄຊຍະບູລີໄດ້ອອກແຈ້ງການ ສະບັບເລກທີ 897/ພບ.ຊຍ ລົງວັນທີ 16 ກໍລະກົດ 2019 ເຖິງທ່ານຫົວໜ້າຫ້ອງວ່າການແຂວງ, ເຈົ້າເມືອງໆໄຊຍະບູລີ, ເຈົ້າເມືອງໆປາກລາຍ, ເຈົ້າເມືອງໆແກ່ນທ້າວ ເລື່ອງ: ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ຈະທົດສອບເຄື່ອງຈັກປັ່ນໄຟຟ້າໜ່ວຍທີ 5 ເຊິ່ງຈະເຮັດໃຫ້ເກີດຜົນກະທົບທາງເໜືອເຂື່ອນ ແລະ ໃຕ້ເຂື່ອນ.

 

 

ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 1096/ພບ ລົງວັນທີ 21 ພຶດສະພາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະລັງງານ ແລະ ບໍ່ແຮ່ ແລະ ອີງຕາມໜັງສືແຈ້ງການຂອງບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ ໂຄງການເຂື່ອນໄຟນໍ້າຂອງໄຊຍະບູລີ ສະບັບເລກທີ XPCL-19BCCL-187 ລົງວັນທີ 15 ກໍລະກົດ 2019

 

 

ດັ່ງນັ້ນ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໃນນາມຜູ້ຊ່ວຍກອງເລຂາ ຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ຂໍແຈ້ງມາຍັງທ່ານຊາບວ່າ: ໃນວັນທີ 17 ກໍລະກົດ 2019 ເວລາ 12:00 ໂມງ ເປັນຕົ້ນໄປ ທາງໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ຈະທົດສອບເຄື່ອງຈັກປັ່ນໄຟຟ້າໜ່ວຍທີ 5 ໃຊ້ເວລາຕໍ່ເນື່ອງ 72 ຊົ່ວໂມງ (ຈຳນວນ 3 ວັນ).

 

 

ເຊິ່ງການທົດສອບໃນຄັ້ງນີ້ ຈະຕ້ອງໄດ້ປ່ອຍນໍ້າຈາກທາງເໜືອເຂື່ອນຫຼາຍກວ່າປົກກະຕິ ຕາມລະດັບການໄຫຼຂອງແມ່ນໍ້າຂອງ ໂດຍຈະສົ່ງຜົນໃຫ້ລະດັບນໍ້າເໜືອເຂື່ອນຂອງໂຄງການຫຼຸດລະດັບຈາກ 273,3 ແມັດ ເປັນ 271 ແມັດ, ນໍ້າຈະຫຼຸດລົງປະມານ 0,75 ແມັດຕໍ່ວັນ ແລະ ລະດັບນໍ້າທ້າຍເຂື່ອນ ຈະເພີ່ມຂຶ້ນລະດັບສູງສຸດປະມານ 237,5 ແມັດ ເຊິ່ງອາດຈະເຮັດໃຫ້ລະດັບນໍ້າບໍ່ປົກກະຕິເໜືອເຂື່ອນ, ທ້າຍເຂື່ອນ ແລະ ເມື່ອສິ້ນສຸດການທົດສອບທາງໂຄງການຈະປ່ອຍນໍ້າໃຫ້ໄຫຼເປັນປົກກະຕິ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຊ່ວຍແຈ້ງໃຫ້ບັນດາປະຊາຊົນທີ່ອາໄສຢູ່ລຽບຕາມແຄມແມ່ນ້ຳຂອງ ແລະ ຜູ້ຊົມໃຊ້ເຮືອຮັບຊາບຢ່າງທົ່ວເຖິງ.