ແຈ້ງດ່ວນ! ທຸກຄົນເຝົ້າລະວັງລະດັບນໍ້າຂອງຈະສູງຂຶ້ນ 15-29​ ກໍລະກົດນີ້

281

ເຂື່ອນໄຟຟ້ານໍ້າຂອງ (ໄຊຍະບູລີ) ເປັນໜຶ່ງໃນບັນດາເຂື່ອນທີ່ມີຂະໜາດໃຫຍ່ຢູ່ ສປປ ລາວ ປັດຈຸບັນກຳລັງຢູ່ໃນຂັ້ນຕອນທົດລອງເຄື່ອງປັ່ນກະແສໄຟຟ້າ ເຊິ່ງຈະເຮັດໃຫ້ລະດັບນໍ້າຂອງສູງຂຶ້ນ ແລະ ຈະຫຼຸດລົງໄວວາ ໃນລະຫວ່າງວັນທີ 15-29 ກໍລະກົດ 2019 ນີ້.

 

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພີ່ນ້ອງຊາວເມືອງປາກລາຍ, ອຳນາດການປົກຄອງບ້ານຊ່ວຍແຈ້ງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງທ່ານ ຕະຫຼອດຮອດນັກທຸລະກິດ ພໍ່ຄ້າຊາວຂາຍ ພະນັກງານ ຫະຫານ-ຕຳຫຼວດ ນັກຮຽນນັກສຶກສາ ໃຫ້ມ້ຽນມັດຂອງເຊັ່ນ: ເຮືອແພ, ເຄື່ອງຈັກ, ເຄື່ອງປູກ-ສັດລ້ຽງ ຊັບສິນ ແລະ ອື່ນໆ ທີ່ລຽບຕາມແມ່ນໍ້າຂອງຂຶ້ນໄວບ່ອນທີ່ປອດໄພ.

 

ພ້ອມກັນນັ້ນ, ກໍ່ໃຫ້ມີຄວາມລະມັດລະວັງເປັນພິເສດ ເພື່ອຫຼີກເວັ້ນອຸບັດເຫດ ແລະ ບັນຫາຕ່າງໆທີ່ຈະເກີດຂຶ້ນ ຈາກລະດັບນໍ້າສູງຂຶ້ນ ແລະ ຫຼຸດລົງຢ່າງໄວວາ ໃນຊ່ວງທົດລອງ ປິດ-ເປີດ ປະຕູນໍ້າຂອງເຂື່ອນນ້ຳຂອງໄຊຍະບູລີ.