ແຈ້ງພັກຊົດເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

66

ສປປ ລາວໄດ້ກຳນົດເອົາວັນທີ 20 ກໍລະກົດຂອງທຸກໆປີເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເພື່ອລະນຶກເຖິງຜົນງານ ແລະຄວາມຄຸນງາມຄວາມດີທີ່ເອື້ອຍນ້ອງແມ່ຍິງໄດ້ສ້າງໄວ້ ພ້ອມທັງເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ແຕ່ປີນີ້ກົງກັບວັນເສົາ ສະນັ້ນຈິ່ງກຳນົດເອົາວັນທີ ວັນທີ 22 ກໍລະກົດ 2019 (ວັນຈັນ)ເປັນມື້ພັກຊົດເຊີຍ.

ອີງຕາມແຈ້ງການສະບັບເລກທີ 1199/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 16 ກໍລະກົດ 2019 ກ່ຽວກັບວັນພັກຊົດເຊີຍທາງລັດຖະການ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2019 ຄົບຮອບ 64 ປີ ຫ້ອງວ່າການສໍານັກງານລັດຖະມົນຕີ ອອກແຈ້ງການລະບຸວ່າ: ເນື່ອງຈາກວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2019 ກົງກັບວັນເສົາ ສະນັ້ນ, ຈຶ່ງໄດ້ກໍານົດເອົາວັນທີ 22 ກໍລະກົດ 2019 ເປັນວັນພັກຊົດເຊີຍທາງລັດຖະການຂອງແມ່ຍິງລາວ.

ສະນັ້ນ, ໃຫ້ເຂົ້າໃຈຕາມນີ້ຖືວ່າອາທິດນີ້ເອື້ອຍນ້ອງແມ່ຍິງໄດ້ພັກຍາວ 3 ມື້ ເພື່ອໄປຈັດການພາລະກິດທີ່ຢາກເຮັດ ຫຼື ຈະຫາໂອກາດໄປພັກຜ່ອນກັບໝູ່ຄູ່, ຄອບຄົວກໍ່ດີ.