ສາທາລະນະລັດ ປະຊາທິປະໄຕຄອງໂກ ພົບຜູ້ຕິດເຊື້ອໄວຣັສອີໂບລາຄົນທໍາອິດ ໃນເມືອງໂກມາ ເຊິ່ງເປັນໜຶ່ງໃນເມືອງໃຫຍ່ຂອງປະເທດ ຍິ່ງເພິ່ມຄວາມກັງວົນໃຫ້ກັບທຸກຝ່າຍທີ່ກ່ຽວຂ້ອງ ຈາກສະຖານະການ ການແຜ່ລະບາດທີ່ຍືດເຍື້ອມາຕັ້ງແຕ່ກາງປີຜ່ານມາ ແລະ ພາກຊີວິດປະຊາຊົນຫຼາຍກວ່າ 1.600 ຄົນ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກິນຊາຊາ ສາທາລະນະລັດ ປະຊາທິປະໄຕຄອງໂກ (DR Congo) ເມື່ອວັນຈັນ ທີ່ໍ 15 ກໍລະກົດ ວ່າ ກະຊວງສາທາລະນະສຸກຂອງດີອາຄອງໂກ ອອກຖະແຫຼງການ ເມື່ອວັນອາທິດ ພົບຜູ້ຕິດເຊື້ອໄວຣັສອີໂບລາຄົນທໍາອິດ ໃນເມືອງໂກມາ ເຊິ່ງເປັນໜຶ່ງໃນເມືອງໃຫຍ່ທີ່ສຸດຂອງປະເທດ ມີປະຊາກອນອາໄສຢູ່ຫຼາຍເຖິງ 1 ລ້ານຄົນ ຈາກຈໍານວນປະຊາກອນຂອງປະເທດ ປະມານ 81 ລ້ານຄົນ ຕັ້ງຢູ່ທາງພາກຕາເວັນອອກໃກ້ກັບເມືອງກິເຊນຢີ ປະເທດຣະວັນດາ ໂດຍມີພຽງທະເລສາບຄິວູເປັນຊາຍແດນທໍາມະຊາດເທົ່ານັ້ນ. ທັງນີ້ ຜູ້ຕິດເຊື້ອຄົນດັ່ງກ່າວເປັນບາດຫຼວງ ເຊິ່ງອາດມີການສໍາຜັດມືກັບປະຊາຊົນ ເຊິ່ງອາດລວມເຖິງຜູ້ປ່ວຍແຕ່ຍັງບໍ່ຮູ້ວ່າຕົວເອງປ່ວຍ.


ການພົບຜູ້ປ່ວຍຈາກເຊື້ອໄວຣັສອີໂບລາ ໃນເມືອງໃຫຍ່ທີ່ສຸດ ຍິ່ງເພິ່ມຄວາມກັງວົນໃຫ້ກັບທາງການດີອາຄອງໂກ ໂດຍເຈົ້າໜ້າທີ່ສາມາດຕິດຕາມຕົວຜູ້ທີ່ຢູ່ໃກ້ຊິດກັບບາດຫຼວງໃນໄລຍະນີ້ ໄດ້ແລ້ວ 18 ຄົນ ເພື່ອເຂົ້າຮັບການກັກບໍລິເວນ ແລະ ສັກຢາຕ້ານເຊື້ອສໍາລັບສະຖານະການການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ໃນດີອາຄອງໂກ ຄັ້ງນີ້ ເປັນການແຜ່ລະບາດ ຄັ້ງທີ 2 ຕໍ່ຈາກການແຜ່ລະບາດ ລະຫວ່າງ ເດືອນພຶດສະພາ ເຖິງເດືອນກໍລະກົດ ປີຜ່ານມາ ແຕ່ມີຄວາມຮຸນແຮງກວ່າຫຼາຍ ໂດຍຍືດເຍື້ອຕັ້ງແຕ່ເດືອນສິງຫາໃນປີດຽວກັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1.655 ຄົນ ແລະ ມີຜູ້ປ່ວຍສະສົມອີກຫຼາຍພັນຄົນ ສ່ວນຈໍານວນປະຊາຊົນທີ່ໄດ້ເຂົ້າຮັບການສັກຢາຕ້ານເຊື້ອແລ້ວຢ່າງໜ້ອຍ 160.239 ຄົນ ຕາມສະຖິຕິຂອງລັດຖະບານດີອາຄອງໂກບັກທຶກ.


ຢ່າງໃດກໍ່ຕາມ ອົງການອະນາໄມໂລກ (WHO) ພັດມີມະຕິເມື່ອກາງເດືອນມິຖຸນາ ຜ່ານມາ ຄືການຍັງບໍ່ປະກາດໃຫ້ສະຖານະການການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ໃນດີອາຄອງໂກ ເຊິ່ງຂ້າມຊາຍແດນໄປປະເທດຢູການດາ ຈົນມີຜູ້ເສຍຊີວິດແລ້ວ 3 ຄົນ ໃຫ້ເປັນ “ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ” ໂດຍຢືນຢັນວ່າ ດັບເບິລຢູເອັດຈ໌ໂອ “ຍັງສາມາດຄວບຄຸມສະຖານະການໄດ້”.